Friday, September 27, 2024
Homeຂ່າວພາຍໃນສຳເລັດການປັບປຸງສ້ອມແປງຕຶກສຸກເສີນໂຮງໝໍແຂວງບໍລິຄຳໄຊ

ສຳເລັດການປັບປຸງສ້ອມແປງຕຶກສຸກເສີນໂຮງໝໍແຂວງບໍລິຄຳໄຊ

ຕຶກສຸກເສີນໂຮງໝໍແຂວງບໍລິຄຳໄຊ ພາຍຫຼັງທີ່ໄດ້ລົງມືປັບປຸງສ້ອມແປງຄືນໃໝ່ໃນວັນທີ 14 ມັງກອນ 2022 ແລະ ໄດ້ສຳເລັດໃນວັນທີ 20 ຕຸລາ 2022 ໂດຍແມ່ນໂຄງການລາວ 027 ເປັນຜູ້ຮັບເໝົາລົງທຶນກໍ່ສ້າງສ້ອມແປງຕຶກດັ່ງກ່າວ ພ້ອມດ້ວຍຊື້ອຸປະກອນເຄື່ອງມືທີ່ທັນສະໄໝ ໃຫ້ແພດໝໍ ແລະ ຄົນເຈັບທີ່ມາໃຊ້ບໍລິການປິ່ປົວ, ລວມມູນຄ່າທັງໝົດ 450.000 ໂດລາ. ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 23 ມີນາ ຜ່ານມານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປີເຕີ ໄຮແມັນ ຫົວໜ້າໂຄງການ ລາວ 027, ມີຄະນະຜູ້ອຳນວຍການໂຮງໝໍ, ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. ຕຶກດັ່ງກ່າວ, ປະກອບມີຫ້ອງກວດ 2 ຫ້ອງ, ຫ້ອງນອນຄົນເຈັບ 3 ຫ້ອງ, ຫ້ອງວິເຄາະ 1 ຫ້ອງ, ຫ້ອງຮັບຕ້ອນ 1 ຫ້ອງ, ຫ້ອງພັກແພດ 1 ຫ້ອງ, ຫ້ອງມໍລະສຸມຜູ້ໃຫຍ່ 1 ຫ້ອງ, ມໍລະສຸມເດັກ 1 ຫ້ອງ, ຫ້ອງແພດຍາມ 1 ຫ້ອງ ແລະ ຫ້ອງນໍ້າ 6 ຫ້ອງ.

(ຂ່າວ-ພາບ: ສີເວດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments