Friday, September 27, 2024
Homeຂ່າວການເມືອງກະຊວງ ຜທ ຫວນຄືນມູນເຊື້ອວັນສຳຄັນຂອງພັກ ແລະ ຂອງຊາດ

ກະຊວງ ຜທ ຫວນຄືນມູນເຊື້ອວັນສຳຄັນຂອງພັກ ແລະ ຂອງຊາດ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປ ລາວ) ຄົບຮອບ 68 ປີ (22/3/1955-22/3/2023), ວັນນັກຮົບເສຍອົງຄະ,ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21/3/1946-21/3/2023) ແລະ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ (16/2/1982-16/2/20 23) ຂຶ້ນ ໃນວັນທີ 23 ມີນານີ້ ທີ່ກະຊວງ ຜທ ຊຶ່ງມີຄະນະພັກ, ບັນດາຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ສະຫາຍ ນາງ ຄໍາຈັນ ວົງແສນບູນ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ປາຖະກະຖາວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 68 ປີ ໂດຍໄດ້ຍົກໃຫ້ເຫັນການກຳເນີດເກີດຂຶ້ນຂອງ ພັກ ປປ ລາວ ໃນແຕ່ລະໄລຍະ, ພາລະກິດອັນພົ້ນເດັ່ນຂອງ ພັກ ປປ ລາວ ຕະຫຼອດໄລຍະ 68 ປີ, ເສີມຂະຫຍາຍມູນເຊື້ອ, ທາດແທ້ຂອງພັກເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ ແລະ ຍັງໄດ້ຍົກໃຫ້ເຫັນເຖິງພັກນຳພາຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານພວກລ່າເມືອງຂຶ້ນແບບເກົ່າ, ຂະບວນການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໄດ້ປາຖະກະຖາ ວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ ໂດຍໄດ້ຍົກໃຫ້ເຫັນການສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ, ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກວດກາພັກ-ລັດ ສປປ ລາວ, ຜົນງານການເຄື່ອນໄຫວວຽກງານກວດກາແຕ່ລະໄລຍະ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງໃນຕໍ່ໜ້າ.

ສະຫາຍ ນາງ ຄໍາຈັນ ວົງແສນບູນ ກ່າວຕື່ມວ່າ: ໃນການປາຖະກະຖາວັນສຳຄັນຄັ້ງນີ້: ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງ ພັກປປ ລາວ ຕະຫຼອດໄລຍະ 68 ປີ, ຖືເອົາວັນສ້າງຕັ້ງ ພັກ ປປ ລາວ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ, ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນໍາພາຂອງພັກ ໄປພ້ອມກັບການປຸກລະດົມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໂດຍຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ເພື່ອສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມຂອງພັກເຮົາໃນການນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ກໍຄືການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ, ເພື່ອພ້ອມກັນລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດຕົນເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫຼາຍເຫດການປະຫວັດສາດ ຊຶ່ງປວງຊົນລາວທັງຊາດບໍ່ມີວັນລືມ ແລະ ເພື່ອເຫັນໄດ້ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານກວດກາໃນໄລຍະ 41 ປີ ຜ່ານມາ ແລະ ສ້າງຄວາມສໍານຶກຮັບຮູ້ເຂົ້າໃຈ ໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາມີຄວາມຮັກອາຊີບຂອງຕົນດ້ວຍຄວາມບໍລິສຸດໃຈ. ເພື່ອໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ.

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments