Friday, September 27, 2024
Homeຂ່າວພາຍໃນມູນ​ນິ​ທິ​ຊ່ວຍ​ເຫຼືອ​ພັດ​ທະ​ນະ​ຄົນ​ພິ​ການ​ລາວ ມີ​ໜ້າ​ທີ່​ລະ​ດົມ​ທຶນ​ຈາກ​ພາກ​ສ່ວນ​ຕ່າງໆ

ມູນ​ນິ​ທິ​ຊ່ວຍ​ເຫຼືອ​ພັດ​ທະ​ນະ​ຄົນ​ພິ​ການ​ລາວ ມີ​ໜ້າ​ທີ່​ລະ​ດົມ​ທຶນ​ຈາກ​ພາກ​ສ່ວນ​ຕ່າງໆ

ມູນ​ນິ​ທິ​ຊ່ວຍ​ເຫຼືອ​ພັດ​ທະ​ນະ​ຄົນ​ພິ​ການ​ລາວ, ແມ່ນ​ມີ​ໜ້າ​ທີ່ລະ​ດົມ​ທຶນ​ຈາກ​ພາກ​ສ່ວນ​ຕ່າງໆ ເພື່ອ​ມາຊ່ວຍເຫຼືອ​​ປະ​ຊາ​ຊົນ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ທີ່​ທຸກ​ຍາກ​ຂາດ​ເຂີນ ໂດຍ​ສະ​ເພາ​ແມ່ນ​ຄົນ​ພິ​ການ​ລາວ.

ທ່ານ ນາງ ຂວັນ​ຕາ ລິດ​ຕິ ປະ​ທານ​ມູນ​ນິ​ທິ​ຊ່ວຍ​ເຫຼືອ​ພັດ​ທະ​ນະ​ຄົນ​ພິ​ການ​ລາວ ໄດ້​ເວົ້າ​ວ່າ: ​ມູນ​ນິ​ທິ​ດັ່ງ​ກ່າວ ໄດ້​​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 23 ທັນ​ວາ ປີ 2021 ໂດ​​ຍມີ​ຈຸດ​ປະ​ສົງ​​ ເພື່ອ​ລະ​ດົມທຶນ​ຈາກ​ພາກ​ສ່ວນ​ຕ່າງໆ ເພື່ອ​ມາຊ່ວຍເຫຼືອ​​ ​ປະ​ຊາ​ຊົນ​​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ທີ່​ທຸກ​ຍາກ​ຂາດ​ເຂີນ ໂດຍ​ສະ​ເພາະ​ແມ່ນ ​ຄົນ​ພິ​ການ​ລາວ ຫຼື ​ຜູ້​ດ້ອຍ​ໂອ​ກາດ.​ ຫຼ້າ​ສຸດ​ແມ່ນ​ໄດ້​ຂໍທຶນ​​ນຳອົງ​ການ​ທ່ອງ​ທ່ຽວ​ປະ​ເທດໄທ​ເພື່ອ​ມາ​ມອບ​ໃຫ້​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ ບ້ານຄຳ​ສະ​ໜາດ ເມືອງ​ໄຊ​ເສ​ດ​ຖາ ນະ​ຄອນຫຼວງວຽງ​ຈັນ ແລະ ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ ບ້ານຈອມ​ສີ ເມືອງ​ຫາດ​ຊາຍ​ຟອງ ນະ​ຄອນຫຼວງວຽງ​ຈັນ ລວມ​ມູນ​ຄ່າຫຼາຍ​ກວ່າ 60.000.000 ລ້ານ​ກີບ, ໂດຍ​ແມ່ນ​ພາກ​ສ່ວນ​ທີ່​ໃຫ້​​ທຶນມາ​ມອບ​​ດ້ວຍ​ຕົນ​ເອງ ​ສະ​ເພາະມູນ​ນິ​ທິ​ຂອງ​ພວກ​ເຮົາ​ກະ​ໄດ້​ປະ​ກອບ​ສ່ວນເພີ່ມ​ຕື່ມ​​ໃສ່, ມູນ​ນິ​ທິ​ເຮົາກໍພະ​ຍາ​ຍາມ​ຊອກ​ແຫຼ່ງ​ທຶນ​ທີ່​ຈະ​​ມາຊ່ວຍ ບ່ອນ​ໃດ​ຂາດ​ເຂີນ​ຫຍັງ ຫຼື​ວ່າ ຄົນ​ພິ​ການ​​​ຂາຂາດ​ລໍ້ນັ່ງ ໄດ້​ຊອກ​ຫາ​ການ​ອຸ​ປະ​ຖຳ​ເພື່ອ​ຊ່ວຍ​ເຫຼືອ ​ໃນ​ໄລ​ຍະ​ຜ່ານ​ມາ​ມູນ​ນິ​ທິ​ແມ່ນ​​ເຄື່ອນ​ໄຫວເຮັດ​ແທ້, ເຮົາ​ເຮັດ​ດ້ວຍ​ໃຈ ແລະ ເຮົາ​ຮັກ, ເຮົາ​ຢາກ​ຊ່ວຍ​ເຫຼືອ​ສັງ​ຄົມ​ໃຫ້​ມັນ​ດີ​ຂຶ້ນ.

ທ່ານ​ຍັງ​ໄດ້​ເວົ້າ​ອີກວ່າ​: ການ​ທີ່​​ສ້າງ​ຕັ້ງມູນ​ນິ​ທິ​ດັ່ງ​ກ່າວຂຶ້ນ​ມາກໍ​ຍ້ອນ​ໄດ້​ແນວ​ຄວາມ​ຄິດ​ມາ ​ຈາກ ທ່ານ ຄຳ​ຮັກ ແສນ​ເພຍ​ວົງ ​ຊຶ່ງລາວເປັນ​ຄົນ​ພິ​ການ​ຜູ້​​ໜຶ່ງ ທີ່​ມີ​ອຸ​ດົມ​ການ​ທີ່​ດີ ເປັນ​ການ​ຊ່ວຍ​ເຫຼືອ​ສັງ​ຄົມ​ໃຫ້​ດີ​ຂຶ້ນ, ສຳ​ລັບ​ແຜນ​ການ​ໃນ​ຕໍ່​ໜ້າ​ແມ່ນ​ຢາກ​ສ້າງ​ຕັ້ງ​ມູນ​ນິ​ທິ​ໃຫ້​ເຂັ້ມ​ແຂງ, ຢາກ​ໄດ້​ດິນ​ຕອນ ​ໜຶ່ງ ເພື່ອສ້າງ​ສູນ​​ຝຶກ​ອົບ​ຮົມຄົນ​ພິ​ການ​ລາວ​ທົ່ວ​ປະ​ເທດ ແລະ ບ້ານ​ພັກ​ຄົນ​ຊະ​ລາ ໃຫ້​ມັນ​ຍືນ​ຍົງ ໃຫ້​ສືບ​ທອດ​ຮອດ​ເຊັ່ນ​ລູກ​ເຊັ່ນຫຼານ, ຢາກ​ເຮັດ​ໄດ້​ຄື​ແນວນັ້ນ ​ຕ້ອງໄດ້​ອາ​ໄສ​ຄົນຮຸ່ນ​ໜຸ່ມ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ອຸ​ດົມ​ການ, ມູນ​ນິ​ທິ​ຕ້ອງ​ມີ​ອຸ​ດົມ​ການ ຕ້ອງ​ມີ​ໃຈ​ຮັກ​ ເພາະ​ມັນ​ເປັນ​ການ​ໃຫ້​ ຫຼື ຊ່ວຍ​ເຫຼືອ​ສັງ​ຄົມແທ້ໆ. ຖ້າ​ຢູ່ ສ​ປ​ປ ລາວ ຫາກ​ມີ​ບ້ານ​ພັກ​ຄົນ​ຊະ​ລາ ຈະ​ຊ່ວຍ​ສັງ​ຄົມ​ໄດ້ຫຼາຍ​ຂຶ້ນ.

ໂດຍ ບຸນ​ຕອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments