Friday, September 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມການຈັດ​ຕັ້ງ​ປະ​ຕິ​ບັ​​ດຂອບ​​ການ​ຮ່ວມ​ມືເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ກອງປະຊຸມການຈັດ​ຕັ້ງ​ປະ​ຕິ​ບັ​​ດຂອບ​​ການ​ຮ່ວມ​ມືເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ຈັດກອງປະຊຸມວິຊາການຂອງ ຄະນະກໍາມະການຊີ້ນໍາຮ່ວມລະຫວ່າງ ລັດຖະບານເເຫ່ງ ສປປ ລາວ ເເລະ ອົງການ ສປຊ ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອບ​ການ​ຮ່ວມ​ມື ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ລະ​ຫວ່າງ​ ສ​ປ​ປ ລາວ ແລະ ອົງ​ການ ສ​ປ​ຊ ສົກປີ 2022-2026 ຂຶ້ນ ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ/ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ເເລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026 ຫຼື UNSDCF 2022-2026; ໂດຍ​ສະ​ເພາະ​ການ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ຜົນ​ການຈັດຕັ້ງປະຕິບັດຂອບ​ການ​ຮ່ວມ​ມື​ດັ່ງ​ກ່າວ ປະ​ຈຳ​ປີ 2022 ແລະ ແຜນ​ວຽກ​ບຸລິ​ມະ​ສິດ​ຮ່ວມ ສຳ​ລັບ​ປີ 2023 ພາຍໃຕ້ 4 ຄາດໝາຍຫຼັກຄື: ຊີວິດການເປັນຢູ່ທີ່ດີ; ຄວາມຈະເລີນຮຸ່ງເຮືອງທີ່ທົ່​ວ​ເຖິງ; ການ​ປົກ​ຄອງ-ການບໍລິຫານລັດດ້ວຍກົດໝາຍ; ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ. ພ້ອມ​ທັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັ​ບ​ຂະ​ບວນ​ການ​ກະ​ກຽມຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ໃນ​ປີ 2026.

ທ່ານ ດາວວີ ວົງໄຊ ໄດ້ຢໍ້າຄືນຄວາມສໍາຄັນວ່າ: ຂອບການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ, ໂດຍສະເພາະບົດບາດຂອງທິີມ​ງານ ອົງການ ສປຊ ໃນຖານະເປັນຄູ່ຮ່ວມຫຼັກ ໄດ້ມີຄວາມສຳຄັນ ໃນການການສະໜັບສະໜູນຊ່ວຍເຫຼືອດ້ານເຕັກນິກ ແລະ ລະດົມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຮ່ວມກັບລັດຖະບານໃນຫຼາຍຂະແໜງການບຸລິມະສິດ ແນໃສ່ປະ​ກອບ​ສ່ວນ​ເຂົ້າ​ໃນການບັນລຸບັນດາຄາດໝາຍ ແລະ ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຄວາມ​ພະ​ຍາ​ຍາມ​ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ແລະ ​ບັນ​ລຸ​ເປົ້າ​ໝາຍການພັດທະນາເເບບຍືນຍົງໃນອະນາຄົດ. ພ້ອມ​ກັນ​ນັ້ນ, ທ່ານ ໄດ້ເນັ້ນໜັກວ່າ: ​ແຕ່​ລະ​ຂະ​ແໜງ​ການ ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມເປັນເຈົ້າການ ແລະ ຄວາມ​ຮັບ​ຜິ​ດຊ​ອບ ໃນການຄົ້ນຄວ້າປະກອບຄໍາເຫັນຕໍ່​ບົດ​ລາຍ​ງານ ແລະ ນໍາສະເໜີແຜນວຽກ ແລະ ກິດຈະກໍາໃນຂອບການຮ່ວມມື ສຳ​ລັບປີ 2023.

ຂອບວຽກການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໄດ້ຖືກຮັບຮອງເອົາໃນທ້າຍປີ 2021 ເພື່ອສະໜັບສະໜູນການປະຕິບັດບຸລິມະສິດ ແລະ ຍຸດທະສາດການພັດທະນາຂອງ ສປປ ລາວ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2021-2025, ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການ ສປຊ ແລະ ການກະກຽມຄວາມພ້ອມ ເພື່ອຫຼຸດ​ພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.

ກອງປະຊຸມລະດັບວິຊາການໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ. ສໍາລັບຜົນຂອງກອງປະຊຸມ ຈະຖືກນໍາໄປລາຍງານຕໍໍ່ ກອງປະຊຸມລະດັບສູງຂອງຄະນະກໍາມະການຊີ້ນໍາຮ່ວມ ການຈັດຕັ້ງປະຕິບັດຂອບການຮ່ວມມືເພືື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍ ເດືອນ ພຶດສະພາ ທີ່ຈະມາເຖິງນີ້.

(ຂ່າວ: ກະຊວງການຕ່າງປະເທດ; ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments