Thursday, September 26, 2024
Homeຂ່າວດ່ວນມື້ນີ້ຢູ່ທາງນັ້ນຝົນຕົກ ຫຼື ແດດຮ້ອນ

ມື້ນີ້ຢູ່ທາງນັ້ນຝົນຕົກ ຫຼື ແດດຮ້ອນ

ໃກ້ເຂົ້າປີໃໝ່ເທື່ອໃດບອກໄດ້ເລີຍຫູດັບຕັບໄໝ້ ຍ້ອນອາກາດຮ້ອນແຮງ ນະຄອນຫຼວງວຽງຈັນລົງໄປທາງພາກໃຕ້ຍິ່ງບັນຍາຍໄດ້ຍາກ ໄລຍະນີ້ຕ້ອງເພິ່ງພາແອເປັນຫຼັກເປືອງໄຟເປັນພິເສດ ອັນສຳຄັນກວ່ານັ້ນຢ່າລືມເລື່ອງຟືນໄຟ ມອດໃຫ້ສະໜິດກ່ອນອອກຈາກບ້ານເດີ້ທຸກຄົນ.

ຕາມລາຍງານສະພາບອາກາດຂອງກົມອຸຕຸນິຍົມ ແລະອຸທົກກະສາດເຊົ້າມື້ນີ້ ຢູ່ນະຄອນຫຼວງວຽງຈັນແມ່ນອຸນຫະພູມຍັງຂຶ້ນຮອດ 39 ອົງສາ ແລະເຂດອື່ນໆກໍ່ເຊັ່ນດຽວກັນຈະຮ້ອນອົບເອົ້າຫຼາຍຕະລອດວັນທີ 23  ມີນານີ້.

ສະເພາະໃນມື້ວັນພຸດທີ່ຜ່ານມາ ອາກາດແມ່ນຮ້ອນອົບເອົ້າທີ່ສຸດຢູ່ນະຄອນຫຼວງວຽງຈັນ ທີ່ອຸນຫະພຸູມຂຶ້ນສູງສຸດເຖິງ 39,5 ອົງສາ, ຮອງລົງມາແມ່ນ ທ່າແຂກ 39,4 ອົງສາ ແລະ ເຂດອື່ນໆ ຕາມລຳດັບ.

ສ່ວນໃນມື້ນີ້ 23 ມີນາ ສະພາບອາກາດຍັງຈະຄົງສືບຕໍ່ຮ້ອນ ຫາ ເອົ້າ ຢູ່ໃນແຕ່ລະພາກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ແຂວງພາກກາງ ແລະ ພາກໃຕ້. ສຳລັບແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments