Wednesday, September 25, 2024
Homeຂ່າວພາຍໃນປກສ ຫົວພັນ ສ້າງຂະບວນການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ

ປກສ ຫົວພັນ ສ້າງຂະບວນການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ

ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງຫົວພັນ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາເຕະບານ ຊີງຂັນຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ເນື່ອງໃນໂອກາດການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.

ກິດຈະກຳແຂ່ງຂັນກິລາເຕະບານຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 22 ມີນາ 2023 ທີ່ເດີ່ນຫຍ້າທຽມຈະເລີນຊຳ ເມືອງຊຳເໜືອ ແຂວງຫົວພັນ, ໂດຍມີ ທ່ານ ພັອ ເພັດສອນ ອິນສຸພັນ ຫົວໜ້າຫ້ອງກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະພັກ-ຄະນະຫ້ອງ, ຄະນະຮັບຜິດຊອບຂະບວນການ ແລະ ບັນດາທີມນັກກິລາ ແຕ່ລະຫ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ພັຕ ພູເງິນ ອິນຕະລາ ຄະນະນະຮັບຜິດຊອບຂະບວນການ ໄດ້ໃຫ້ຮູ້ວ່າ: ການຈັດແຂ່ງຂັນກິລາເຕະບານຄັ້ງນີ້ ແມ່ນເນື່ອງໃນໂອກາດການກະກຽມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ຄຽງຄູ່ກັນນັ້ນ, ກໍເພື່ອເປັນການສ້າງຂະບວນການກິລາ ເພື່ອສຸຂະພາບ, ສ້າງສາຍສໍາພັນຄວາມສາມະຄີລະຫວ່ງນາຍ ແລະ ພົນຕໍາຫຼວດພາຍໃນຫ້ອງໃຫ້ມີຄວາມແໜ້ນແຟ້ນ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້. ຊຶ່ງກິດຈະກຳກິລາເຕະບານດັ່ງກ່າວ ມີທັງໝົດ 10 ທີມ, ໂດຍແບ່ງອອກເປັນ 2 ສາຍ ຄັດເອົາອັນດັບທີ 1-2 ຂອງແຕ່ລະສາຍຜ່ານເຂົ້າສູ່ຮອບ 4 ທີມ ແລະ ຈະແຂ່ງຂັນລະຫວ່າງວັນທີ 22-31ມີນາ 2023 ຈຶ່ງຈະສຳເລັດ. ສ່ວນປະເພດລາງວັນ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 2.000.000 ກີບ, ຮອງຊະນະເລີດ ໄດ້ລາງວັນເງິນສົດ 1.500.000 ກີບ ແລະ ລາງວັນຊົມເຊີຍ ອັນດັບທີ 3-4 ແມ່ນໄດ້ຮັບລາງວັນເງິນສົດທີມລະ 500.000 ກີບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments