Wednesday, September 25, 2024
Homeຂ່າວໜ້າໜຶ່ງສື່ມວນຊົນລາວ ຮັບການຍົກລະດັບການຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

ສື່ມວນຊົນລາວ ຮັບການຍົກລະດັບການຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

ສື່ມວນຊົນລາວ ໄດ້ຮັບການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ກ່ຽວກັບວຽກງານອະນຸລັກ, ສະພາບການຄ້າຂາຍສັດປ່າ, ການສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ, ນະໂຍບາຍ, ກົດໝາຍ ແລະ ບົດລົງໂທດຕໍ່ຜູ້ກະທຳຜິດ. ເມື່ອວັນທີ 21 ມີນາ 2023 ທີ່ໂຮງແຮມສຸນັນທາ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໄດ້ມີກອງປະຊຸມແລກປ່ຽນບົດຮຽນຂອງສື່ມວນຊົນກ່ຽວກັບການຕ້ານ ແລະ ສະກັດກັ້ນ ອາຊະຍາກຳສັດປ່າ, ໂດຍການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສອນໄຊ ພົມມະວົງ ຮອງຫົວໜ້າພະແນກກະສິກຳປ່າ ແລະ ປ່າໄມ້ ແຂວງບໍລິຄໍາໄຊ, ມີອົງການອະນຸລັກສັດປ່າ, ສື່ມວນຊົນຈາກ ສສ ຫວຽດນາມ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເປັນການຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງສື່ມວນຊົນໃນ ສປປ ລາວ ກ່ຽວກັບວຽກງານອະນຸລັກ, ສະພາບການຄ້າຂາຍສັດປ່າ, ການສະກັດກັ້ນ ແລະ ຕ້ານອາຊະຍາກໍາສັດປ່າ, ນະໂຍບາຍກົດໝາຍ ແລະ ບົດລົງໂທດຕໍ່ຜູ້ກະທຳຜິດ, ຜົນສຳເລັດ ແລະ ສິ່ງທ້າທາຍ ໃນການບັງຄັບໃຊ້ກົດໝາຍໃນ ສປປ ລາວ; ເພື່ອຮຽນຮູ້ ແລະ ແລກປ່ຽນບົດຮຽນ ແລະ ການປະຕິບັດຕົວຈິງໃນການລິເລີ່ມສະກັດກັ້ນອາຊະຍາກຳສັດປ່າໃນ ສສ ຫວຽດນາມ; ເພື່ອເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈວຽກງານອະນຸລັກໃນພາກສະໜາມ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ການລັກລອບຂົ່ນສົ່ງ. ພ້ອມກັນນັ້ນ, ຍັງເປັນການສ້າງໂອກາດໃຫ້ສື່ມ່ວນຊົນ ແລະ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບົດຮຽນຕົວຈິງທີ່ປະຕິບັດຢູ່ພາກສະໜາມ, ເກັບກໍາເອົາຂໍ້ມູນ, ຂຽນບົດຂ່າວໄປເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຕໍ່ບັນຫາດັ່ງກ່າວຢ່າງຈະແຈ້ງ.

ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄຸນຄ່າຂອງການອະນຸລັກສັດປ່າ, ສະພາບການຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ໄດຂົ່ມຂູ່ໃນ ສປປ ລາວ; ສົນທິສັນຍາສາກົນ ວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ແລະ ຄໍາໝາຍໝັ້ນສາຍາຂອງ ສປປ ລາວ ທີ່ມີຕໍ່ສາກົນ; ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ; ການດຳເນີນຄະດີອາຊະຍາກຳສັດປ່າ-ກໍລະນີສຶກສາ, ຜົນສຳເລັດ ແລະ ສິ່ງທ້າທາຍ ໃນການດຳເນີນຄະດີອາຊະຍາກຳສັດປ່າໃນ ສປປ ລາວ; ສະພາບສັດປ່າ, ຄວາມສ່ຽງ ແລະ ການສະກັດກັ້ນການແຜ່ລະບາດພະຍາດຈາກສັດປ່າສູ່ຄົນ; ຜົນສຳເລັດ ແລະ ສິ່ງທ້າທາຍໃນການອະນຸລັກປ່າສະຫງວນແຫ່ງຊາດນໍ້າກະດິງ; ບົດຄົ້ນຄວ້າການລັກລອບຄ້າຂາຍສັດປ່າຂ້າມຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ; ເຕັກນິການເລົ່າເລື່ອງ-ການອອກຂ່າວ ແລະ ການນໍາເອົາຂໍ້ມູນພົບພໍ້ໃນພາກສະໜາມມາສ້າງເປັນບົດເລື່ອງບົດຂ່າວ; ລົງຢ້ຽມຢາມຕະຫຼາດທ້ອງຖິ່ນ ແລະ ດ່ານຊາຍແດນນໍ້າພາວ ລາວ-ຫວຽດນາມ ແລະ ຢ້ຽມຢາມປ່າສະຫງວນແຫ່ງຊາດນໍ້າກະດິງ ເພື່ອໃຫ້ເຫັນໄດ້ເຖິງໄພຂົ່ມຂູ່ຕໍ່ຊີວິດນານາພັນ ແລະ ຜົນກະທົບຕໍ່ມັນ ແລະ ເຫັນໄດ້ເຖິງຄວາມມະຫັດສະຈັນຂອງປ່າສະຫງວນ ແລະ ເຫດຜົນທີ່ພວກເຮົາຕ້ອງປົກປັກຮັກສາ; ແບ່ງປັນປະສົບການຈາກທີມງານ ສສ ຫວຽດນາມ; ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງກັບສື່ມວນຊົນໃນ ສປປ ລາວ ແລະ ບົດບາດຂອງສື່ມນຊົນ; ການໂຄສະນາປຸກລະດົມວຽກງານສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ.

ໂດຍ ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments