Wednesday, September 25, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ພົບປະເຈລະຈາກັບທ່ານປູຕີນ

ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບທ່ານປູຕີນ

ຕອນບ່າຍວັນທີ21ມີນາ 2023, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວະລາດີເມຍ ປູຕີປະ ທານາທິບໍດີຣັດເຊຍຢູ່ວັງແກຣມແລັງທີ່ນະຄອນຫຼວງມົສກູ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການພົວພັນລະຫວ່າງຈີນ-ຣັດເຊຍໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ຄຶກຄື້ນ,ປອດໄສແລະໝັ້ນທ່ຽງຢ່າງສະເໝີຕົ້ນສະເໝີປາຍ.ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ,ມີຜົນປະໂຫຍດຮ່ວມກັນແລະປະຊາຊົນສອງຊາດເຊື່ອມສານຈິດໃຈກັນໄດ້ລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຂົງເຂດຮ່ວມມືກັນລະຫວ່າງສອງຝ່າຍໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງ, ຄວາມຮັບຮູ້ທີ່ເປັນເອກະພາບກັນໄດ້ເພີ່ມທະວີຂຶ້ນຕື່ມອີກ,ນອກນັ້ນຍັງມີການຮ່ວມມືຫຼາຍດ້ານກຳລັງກ້າວໄປຂ້າງໜ້າຢ່າງຮອບດ້ານ.

ທ່ານສີຈິ້ນຜິງກ່າວຕື່ມວ່າ: ປີນີ້ແມ່ນປີເລີ່ມຕົ້ນທີ່ຈີນຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ20ຂອງພັກຄອມມູນິດຈີນຢ່າງຮອບດ້ານ, ພວກເຮົາຈະເລັ່ງລັດສ້າງໂຄງປະ ກອບການພັດທະນາໃໝ່, ສຸມໃສ່ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານ,ສ່ວນຣັດເຊຍກຳລັງຊຸກຍູ້ເປົ້າໝາຍການພັດທະນາແຫ່ງຊາດກ່ອນປີ2030. ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນກັນ, ໃຫ້ການປະສານງານກັນແໜ້ນແຟ້ນກວ່າເກົ່າ, ຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວໃໝ່ຫຼາຍກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments