Wednesday, September 25, 2024
Homeຂ່າວໜ້າໜຶ່ງຄອສພ ເປີດລາຍການທີ 2 ວິທະຍຸກະຈາຍສຽງ ເພື່ອສ້າງການຫັນປ່ຽນໃນວຽກງານໂຄສະນາ

ຄອສພ ເປີດລາຍການທີ 2 ວິທະຍຸກະຈາຍສຽງ ເພື່ອສ້າງການຫັນປ່ຽນໃນວຽກງານໂຄສະນາ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດລາຍການທີ 2 ວິທະຍຸກະຈາຍສຽງ ຂຶ້ນຢ່າງເປັນທາງການ ໃນວັນທີ 22 ມີນາ ນີ້ ທີ່ສະໂມສອນໃຫຍ່ຂອງ ຄອສພ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີຄະນະພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ການດໍາເນີນລາຍການວິທະຍຸ ຂອງຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ. ການດຳເນີນລາຍການວິທະຍຸ ຂອງ ຄອສພ ແມ່ນເລີ່ມແຕ່ ວັນທີ 24 ພຶດສະພາ 2012 ເປັນຕົ້ນມາ ໂດຍຮ່ວມມືກັບສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ຄະນະໂຄສະນາອົບຮົມສູນກາງພັກ ຮັບຜິດຊອບທາງດ້ານເນື້ອໃນ, ວິທະຍຸກະຈາຍສຽງແຫ່ງຊາດ ຮັບຜິດຊອບດຳເນີນລາຍການ ຊຶ່ງອອກອາກາດທຸກໆວັນສຸກ ເວລາ 7:30 ໂມງ-8:00 ໂມງ ແລະ 19:30 ໂມງ-20:00 ໂມງ ໂດຍອອກອາກາດ ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ແລະ ວິທະຍຸກະຈາຍສຽງກອງທັບ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມອບໃຫ້ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ຮັບຜິດຊອບລາຍການຈົນເຖິງປັດຈຸບັນ.

ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄວາມເຫັນ ວ່າ: ໃນເງື່ອນໄຂທີ່ປະເທດພວກເຮົາພວມຢືນຢູ່ຕໍ່ໜ້າຄວາມທ້າທາຍອັນໃຫຍ່ຫຼວງ ເນື່ອງມາຈາກຜົນສະທ້ອນຂອງສະພາບການຢູ່ໃນໂລກ ແລະ ພາກພື້ນ ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ບວກກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄວາມແຕກໂຕນດ້ານການພັດທະນາຢູ່ແຕ່ລະບ່ອນ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສິ່ງທ້າທາຍຫຼາຍດ້ານ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່, ສະພາບແນວຄິດຈິດໃຈຂອງຖັນແຖວພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ຕໍ່ໜ້າສະພາບການດັ່ງກ່າວ, ມັນໄດ້ຮຽກຮ້ອງໃຫ້ພວກເຮົາ ຕ້ອງໄດ້ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໂດຍນໍາໃຊ້ທຸກທ່າແຮງ ແລະ ທຸກເຄື່ອງມື ດ້ວຍຫຼາຍຮູບຫຼາຍສີ ໃນນີ້, ຄະນະໂຄສະນາອົບຮົມສູນກາງພັກ ໃນຖານະເປັນເສນາທິການ ທາງດ້ານການເມືອງ-ແນວຄິດ ໃຫ້ແກ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ຈະຕ້ອງໄດ້ອອກແຮງເຄື່ອນໄຫວ ໂຄສະນາສຶກສາອົບຮົມແນວຄິດ ແລະ ສ້າງຄວາມຮັບຮູ້-ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ກັບແນວທາງ-ແຜນນະໂຍບາຍຂອງພັກ ໃຫ້ແກ່ເປົ້າໝາຍຕ່າງໆ, ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງ ອັນໜັກໜ່ວງນັ້ນ ຈໍາເປັນຕ້ອງໄດ້ສ້າງການຫັນປ່ຽນໃໝ່ ໃນວຽກງານໂຄສະນາອົບຮົມຂອງພັກ ຊຶ່ງຈະຕ້ອງໄດ້ຫັນປ່ຽນທາງດ້ານເນື້ອໃນ, ຮູບການ ແລະ ວິທີການໃຫ້ມີຄຸນນະພາບໃໝ່. ດັ່ງນັ້ນ, ການປັບປຸງ ແລະ ຍົກລະດັບຄຸນນະພາບວຽກງານໂຄສະນາຜ່ານສື່ ຂອງຄະນະໂຄສະນາອົບຮົມສູນກາງພັກ ແມ່ນໜຶ່ງໃນວຽກງານທີ່ຈໍາເປັນ, ເພາະວ່າວຽກງານສື່ມວນຊົນ ແມ່ນພາກສ່ວນໜຶ່ງທີ່ມີບົດບາດສໍາຄັນ ຕໍ່ວຽກງານການເມືອງ-ແນວຄິດ ຂອງພັກ. ປັດຈຸບັນ ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ມີສື່ມວນຊົນທີ່ເປັນຂອງຕົນເອງ ແລະ ຂຶ້ນກັບຈໍານວນໜຶ່ງ ເຊັ່ນ: ວາລະສານ ອະລຸນໃໝ່, ວາລະສານໂຄສະນາ, ໜັງສືພິມປະຊາຊົນ, ລາຍການວິທະຍຸ ແລະ ສື່ທາງເອເລັກໂຕຣນິກ ຊຶ່ງຜ່ານມາກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນດີສົມຄວນ, ແຕ່ວ່າມັນກໍຍັງບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນເງື່ອນໄຂໃໝ່ ແຫ່ງຍຸກໂລກາພິວັດເຊັ່ນນີ້ ມັນຮຽກຮ້ອງໃຫ້ພວກເຮົາຕ້ອງມີການຫັນປ່ຽນໃໝ່ແບບວິທີການໂຄສະນາ ຈະຕ້ອງຮັບປະກັນຄວາມວ່ອງໄວ ແລະ ທັນກັບສະພາບການ ຕອບສະໜອງໄດ້ກັບການເລັ່ງທວງຂອງໜ້າທີ່ການເມືອງໃນປັດຈຸບັນ; ໃນນັ້ນ, ສື່ມວນຊົນ ແມ່ນເຄື່ອງມືອັນແຫຼມຄົມ, ສໍາຄັນ ແລະ ຈໍາເປັນ ຂອງວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ; ສື່ມວນຊົນ ມີຄວາມສໍາຄັນຫຼາຍໃນພາລະກິດ ຂອງພັກ ແລະ ລັດ, ເປັນຂົວຕໍ່ລະຫວ່າງ ພັກ, ລັດ ກັບ ປະຊາຊົນ, ເປັນພາຫະນະໂຄສະນາທີ່ສໍາຄັນ ໃນການສ່ອງແສງບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ນັບທັງດ້ານດີ ແລະ ດ້ານຫຍໍ້ທໍ້ ໂດຍສະເພາະແມ່ນເປັນເຄື່ອງມືອັນສໍາຄັນຂອງພັກ ໃນການໂຄສະນາເຜີຍແຜ່ບັນດານິຕິກໍາສໍາຄັນຕ່າງໆ ຂອງພັກ-ລັດ, ທັງວິເຄາະວິໄຈ, ອະທິບາຍຊີ້ແຈງ, ໂຄສະນາຜົນງານດ້ານຕ່າງໆ ແລະ ຕໍານິວິຈານ, ຕອບຕ້ານສິ່ງຫຍໍ້ທໍ້, ທັງເປັນເວທີສົນທະນາຂອງມະຫາຊົນ. ສະນັ້ນ, ການເພີ່ມເວລາອອກອາກາດຂອງລາຍການວິທະຍຸ “ເຂົ້າໃຈມະຕິ XI ປະຕິບັດໃຫ້ເປັນຈິງ” ຈາກອາທິດລະຄັ້ງ ເປັນອາທິດລະ 2 ຄັ້ງ ດ້ວຍເນື້ອໃນການໂຄສະນາສຶກສາອົບຮົມ ທີ່ແຕກຕ່າງກັນ ຈຶ່ງແມ່ນຄວາມຈໍາເປັນ, ທັງແມ່ນການຈັດຕັ້ງປະຕິບັດ ຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ຕໍ່ກັບການປັບປຸງຄຸນນະພາບ ຂອງວຽກງານໂຄສະນາອົບຮົມຂອງພັກ. ລາຍການວິທະຍຸ “ເຂົ້າໃຈມະຕິ XI ປະຕິບັດໃຫ້ເປັນຈິງ” ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍຮ່ວມມືກັບວິທະຍຸກະຈາຍສຽງແຫ່ງຊາດ ຊຶ່ງໄດ້ດໍາເນີນການອອກອາກາດ ມາຕັ້ງແຕ່ປີ 2012 ເປັນຕົ້ນມາ ເປັນລາຍການໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຄຸນປະໂຫຍດ ຕໍ່ຜູ້ຟັງພໍສົມຄວນ; ຍ້ອນວ່າລາຍການດັ່ງກ່າວ ເປັນລາຍການທີ່ລົງເລິກກ່ຽວກັບການວິເຄາະ, ວິໄຈ, ຊີ້ແຈງ, ອະທິບາຍ ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງ-ແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ໃນແຕ່ລະໄລຍະ, ທັງຕອບຕ້ານແນວຄິດທີ່ຜິດເຂວ ແລະ ສະແດງຄວາມຄິດຄວາມເຫັນ ໃນດ້ານຕ່າງໆ ເພື່ອໃຫ້ສັງຄົມຮັບຮູ້-ເຂົ້າໃຈ.

(ຂ່າວ-ພາບ: ແສງຈັນ, ພັດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments