Wednesday, September 25, 2024
Homeຂ່າວໜ້າໜຶ່ງທ່າອ່ຽງອຸດສາຫະກຳເສື້ອຜ້າໃນປາກິດສະຖານ

ທ່າອ່ຽງອຸດສາຫະກຳເສື້ອຜ້າໃນປາກິດສະຖານ

ອຸດສາຫະກຳເສື້ອຜ້າ (Garment) ຂອງປາກິດສະຖານເປັນໜຶ່ງໃນອຸດສາຫະກຳທີ່ສ້າງລາຍໄດ້ ໃຫ້ແກ່ພາກການສົ່ງອອກຂອງປະເທດໃນອັດຕາສ່ວນທີ່ສູງ ເພາະການສົ່ງອອກເສື້ອຜ້າມີປະລິມານເພີ່ມຂຶ້ນເກືອບທຸກປີ ແລະ ຍັງຖືວ່າເປັນພາກອຸດສາຫະກຳທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນຕ່ອງໂຊ້ການຕ່ຳແຜ່ນຂອງປະເທດ ອີກດ້ວຍ.

ໃນປີ 2017 ການສົ່ງອອກເສື້ອຜ້າຂອງປາກິດສະຖານມີມູນຄ່າປະມານ 5 ພັນລ້ານໂດລາ ຫຼື ຄິດເປັນອັດຕາສ່ວນ 1,10% ຂອງມູນຄ່າການສົ່ງອອກເສື້ອຜ້າຂອງໂລກ ໂດຍອັດຕາສ່ວນດັ່ງກ່າວຖືວ່ານ້ອຍຫຼາຍເມື່ອທຽບກັບຫຼາຍປະເທດທົ່ວໂລກເຊັ່ນ: ກຳປູເຈຍ 2,49%, ຕວັກກີ 3,26%, ອິນເດຍ 3,81%, ຫວຽດນາມ 5,94%, ບັງກລາເທດ 7,66% ແລະ ຈີນ 32%. ເຖິງແມ່ນວ່າປີຕໍ່ມາ ອັດຕາການສົ່ງອອກເສື້ອຜ້າຂອງປາກິດສະຖານຈະເພີ່ມຫຼາຍຂຶ້ນ ແຕ່ຍັງຄົງເນັ້ນການຜະລິດສິນຄ້າເພື່ອຕະຫຼາດພາຍໃນປະເທດຫຼາຍກວ່າສົ່ງອອກໄປຍັງປະເທດຕ່າງໆ. ປາກິດສະຖານມີຊື່ສຽງໃນດ້ານການຕັດຫຍິບເສື້ອຜ້າ ເພາະມີຊ່າງທີ່ເກັ່ງຈຳນວນຫຼາຍ ເຖິງຢ່າງໃດກໍຕາມ, ເນື່ອງຈາກປາກິດສະຖານມີເສື້ອຜ້າແບບພື້ນເມືອງ ແລະ ທ້ອງຖິ່ນເປັນຂອງຕົນເອງ ເສື້ອຜ້າສ່ວນໃຫຍ່ທີ່ຂາຍດີໃນປະເທດຈຶ່ງເປັນເສື້ອຜ້າພື້ນເມືອງທີ່ເອີ້ນກັນວ່າຊຸດ Shalwar kameez ຊຶ່ງມີຫຼາກຫຼາຍຮູບແບບ ປັດໄຈດັ່ງກ່າວສົ່ງຜົນໃຫ້ກະແສ Fashion ຂອງປາກິດສະຖານມີລັກສະນະສະເພາະເປັນຂອງຕົນເອງ ຊຶ່ງບໍ່ໄດ້ຜູກຕິດຢູ່ກັບກະແສ Fashion ຂອງໂລກຕາເວັນຕົກ ດັ່ງນັ້ນ, ເມື່ອພິຈາລະນາເຖິງຄວາມຕ້ອງການຕະຫຼາດເສື້ອຜ້າພາຍໃນປະເທດທີ່ສາມາດຂະຫຍາຍຕົວໄດ້ອີກ ເນື່ອງຈາກຫຼາຍປັດໄຈສະໜັບສະໜູນເຊັ່ນ ລາຄາສິນຄ້າທີ່ບໍ່ເພີ່ມສູງຂຶ້ນ, ຄ່າແຮງຖືກ ແລະ ວັດຖຸດິບຫາໄດ້ບໍ່ຍາກ ຈຶ່ງກ່າວໄດ້ວ່າທຸລະກິດເສື້ອຜ້າໃນປະເທດຍັງມີທ່າອ່ຽງທີ່ຈະດຳເນີນຕໍ່ໄປໄດ້ ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ມີໂຮງງານເສື້ອຜ້າ ແລະ ບໍລິສັດຜູ້ນຳທາງດ້ານ Fashion (Fashion house) ເກີດຂຶ້ນໃໝ່ທຸກປີ ແລະ ອາຊີບນັກອອກແບບ Fashion ໄດ້ກາຍເປັນອາຊີບທີ່ສຳຄັນໃນວົງສັງຄົມຂອງປາກິດສະຖານອີກດ້ວຍ.

ໂດຍອີງຕາມສະຖິຕິລະບຸວ່າ ອຸດສາຫະກຳເສື້ອຜ້າປີ 2022 ຂະຫຍາຍຕົວຢູ່ທີ່ 5,09% ຄາດຄະເນວ່າໃນປີ 2023 ຈະສູງເຖິງ 1.439 ລ້ານໂດລາ ແລະ ຄາດຄະເນ ປີ 2025 ຈະເພີ່ມສູງເຖິງ 1.670 ລ້ານໂດລາ. ດັ່ງນັ້ນ, ດ້ວຍຄ່າຈ້າງແຮງງານທີ່ຖືກບວກກັບແຮງງານທີ່ມີສັກກະຍະພາບ ປາກິດສະຖານຈຶ່ງມີຄວາມໄດ້ປຽບ ແລະ ກາຍເປັນອີກປະເທດທີ່ນັກທຸລະກິດໃນອຸດສາຫະກຳເສື້ອຜ້າເຂົ້າມາລົງທຶນໃຊ້ເປັນຖານໃນການຜະລິດ ເພື່ອການສົ່ງອອກໄປຍັງປະເທດທີສາມ ຊຶ່ງປັດໄຈດັ່ງກ່າວຈະຊ່ວຍສົ່ງເສີມລາຍໄດ້ໃຫ້ພາກອຸດສາຫະກຳດັ່ງກ່າວ ລວມໄປເຖິງສະໜັບສະໜູນເສດຖະກິດຂອງປາກິດສະຖານໃນໄລຍະຍາວໃນອະນາຄົດ.

(ເນື່ອງໃນໂອກາດວັນຊາດປາກິດສະຖານ ວັນທີ 23 ມີນາ 1956 – 23 ມີນາ 2023)

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments