Tuesday, September 24, 2024
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຫວຽດນາມ ສະເໜີຊາວໜຸ່ມເສີມຂະຫຍາຍຈິດໃຈ 5 ນໍາໜ້າ

ນາຍົກລັດຖະມົນຕີຫວຽດນາມ ສະເໜີຊາວໜຸ່ມເສີມຂະຫຍາຍຈິດໃຈ 5 ນໍາໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ເມື່ອວັນທີ 22 ມີນາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມລາຍການໂອ້ລົມສົນທະນາລະຫວ່າງ ນາຍົກລັດຖະມົນຕີ ກັບ ຊາວໜຸ່ມດ້ວຍຫົວຂໍ້ “ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດ 4.0”. ການໂອ້ລົມສົນທະນາໄດ້ສຸມໃສ່ 3 ຫົວຂໍ້ໃຫຍ່ລວມມີ: ການສຶກສາ, ການບຳລຸງສ້າງເພື່ອເປົ້າໝາຍກໍ່ສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສັງກາດ 4.0.

ໃນຂະນະທີ່ໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວັງວ່າ ຊາວໜຸ່ມຫວຽດນາມຈະເສີມຂະຫຍາຍຈິດໃຈ 5 ນຳໜ້າໃຫ້ດີກວ່ານີ້ອີກ. ນັ້ນແມ່ນ, ນຳໜ້າໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງລະດັບຄວາມຮູ້, ມີຄຸນທາດ, ເຈດຈຳນົງໃນການດຳລົງຊີວິດ ແລະ ວຽກງານ, ນຳໜ້າໃນການອອກແຮງງານ, ຜະລິດ, ດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງໃນຍຸກສະໄໝປະຕິວັດອຸດສາຫະກຳຄັ້ງທີ 4, ນຳໜ້າໃນພາລະກິດແຫ່ງການປົກປັກຮັກສາເອກະລາດແຫ່ງຊາດ, ສັງຄົມນິຍົມຢ່າງໝັ້ນແກ່ນ, ປົກປັກຮັກສາອະທິປະໄຕປະເທດຊາດເວົ້າລວມ ແລະ ອະທິປະໄຕທະເລໝູ່ເກາະ ເວົ້າສະເພາະໃນທຸກກໍລະນີ, ນຳໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ເພື່ອໃຫ້ເພື່ອນມິດສາກົນເຫັນໄດ້ວ່າ ຊາວໜຸ່ມຫວຽດນາມກໍບໍ່ໄດ້ຫຼຸດດ້ອຍນ້ອຍໜ້າກວ່າປະເທດໃດກ່ຽວກັບເຈດຈຳນົງ, ພູມປັນຍາ, ຄຸນທາດ, ນ້ຳໃຈຄວາມຮັກແພງ, ຄວາມຈິງໃຈ, ນຳໜ້າໃນການປ້ອງກັນຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ການຕໍ່ສູ້ຕ້ານກຳລັງທີ່ເປັນປໍລະປັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments