Tuesday, September 24, 2024
Homeຂ່າວຕ່າງປະເທດອິນໂດເນເຊຍ ຈັດໂຄງການເພື່ອດຶງດູດປະຊາຊົນຫັນມາໃຊ້ຍານພາຫະນະໄຟຟ້າ

ອິນໂດເນເຊຍ ຈັດໂຄງການເພື່ອດຶງດູດປະຊາຊົນຫັນມາໃຊ້ຍານພາຫະນະໄຟຟ້າ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ມີນາ ຜ່ານມາ, ລັດຖະບານອິນໂດເນເຊຍໄດ້ຈັດສັນເງິນສະໜັບສະໜູນສຳລັບການຊື້ລົດຈັກໄຟຟ້າແຕ່ລະຄັ້ງຈຳນວນ 455 ໂດລາ ແລະ ເງິນອຸດໜູນສຳລັບການປ່ຽນມາໃຊ້ຍານພາຫະນະໄຟຟ້າອີກ 65 ໂດລາ ໂດຍຈະເລີ່ມນໍາໃຊ້ນັບຕັ້ງແຕ່ວັນ 1 ເມສາ ເປັນຕົ້ນໄປ. ທ່ານນາງ ສີ ມຸນຢານີ ອິນທຣາວຕີ ລັດຖະມົນຕີກະຊວງການເງິນຂອງອິນໂດເນເຊຍ ກ່າວວ່າ: ງົບປະມານທັງໝົດສຳລັບໂຄງການດັ່ງກ່າວຈະມີມູນຄ່າລວມປະມານ 455 ລ້ານໂດລາ ຄວບຄຸມໄລຍະເວລາເຖິງປີ 2024 ຊຶ່ງເປັນປີທີ່ລັດຖະບານຕັ້ງເປົ້າໝາຍ ເພື່ອບັນລຸອັດຕາການໃຊ້ຍານພາຫະນະໄຟຟ້າທີ່ 10%. ຂະນະດຽວກັນ, ລັດຖະບານໄດ້ກຽມຈັດຫາສິ່ງທີ່ດຶງດູດຄວາມສົນໃຈເພີ່ມເຕີມ ບໍ່ວ່າຈະເປັນການຍົກເວັ້ນພາສີຊົ່ວຄາວ ແລະ ການຫຼຸດພາສີມູນຄ່າເພີ່ມ ເພື່ອຫຼຸດລາຄາຂອງຍານພາຫະນະໄຟຟ້າ ແລະ ລົດໂດຍສານປະຈຳທາງໄຟຟ້າ ໂດຍຈະມີການປະກາດໃຊ້ນະໂຍບາຍດັ່ງກ່າວໃນວັນທີ 1 ເມສາ ທີ່ຈະເຖິງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments