Tuesday, September 24, 2024
Homeສາລະໜ້າຮູ້ປະໂຫຍດອາຫານເຊົ້າ

ປະໂຫຍດອາຫານເຊົ້າ

ປັດຈຸບັນການດຳລົງຊີວິດໃນແຕ່ລະມື້ ທີ່ໄປຕາມການເວລາ ຫຼາຍຄົນອາດຈະເບີ່ງຂ້າມຄວາມສຳຄັນຂອງອາຫານເຊົ້າ ແລະ ອາດເຮັດໃຫ້ຫຼາຍຄົນລືມກິນອາຫານເຊົ້າ ຍ້ອນຫຼາຍຄົນຈະເບີ່ງວ່າການກິນເຂົ້າໃນຕອນເຊົ້າ ແມ່ນເປັນການເສຍເວລາ ແລະ ບໍ່ມັກໃຫ້ຄວາມສຳຄັນກັບອາຫານເຊົ້າ ເຮົາມາເບີ່ງນຳກັນເລີຍ!

  • ສາມາດຊ່ວຍໃຫ້ຄວາມຈຳໄດ້ດີ

ການກິນອາຫານເຊົ້າມີສ່ວນເພີ່ມປະສິດທິພາບໃນການຮຽນ ການເຮັດວຽກ ແຕ່ຫາກໃຜບໍ່ກິນອາຫານເຊົ້າຈະມີສະມາທິໜ້ອຍລົງ ແລະ ສະໝອງກໍ່ເຮັດວຽກໄດ້ບໍ່ເຕັມທີ່.

  • ສາມາດບໍ່ໃຫ້ເປັນພະຍາດນີ້ວ

ການບໍ່ກິນອາຫານເຊົ້າ ດົນຮອດ 14 ຊົ່ວໂມງ ຈະເຮັດໃຫ້ໄຂມັນໃນຖົງນໍ້າດີຈັບໂຕບໍ່ດົນ ຫາກດົນໄປສີ່ງທີ່ຈັບໂຕກັນຈະກາຍເປັນກ້ອນເນື້ອ.

  • ຊ່ວຍພັດທະນາສະໝອງ

ສຳລັບເດັກໆ ການອົດອາຫານເຊົ້າເປັນເລື້ອຍໆ ຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ສົ່ງຜົນກະທົບຕໍ່ຮ່າງກາຍບໍ່ແຂງແຮງ.

  • ຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດເບົາຫວານໄດ້

ຄົນທີ່ກິນອາຫານເຊົ້າຈະມີພາວະຜິດປົກກະຕິຂອງຮໍໂມນອິນຊູລິນ ຫຼື ເອີ້ນວ່າສະພາວະດື້ຕໍ່ອິນຊູລິນ ຊື່ງເປັນສາເຫດຂອງພະຍາດເບົາຫວານຫຼຸດລົງເຖີງ 35-50%.

  • ຊ່ວຍຫຼຸດຄວາມສ່ຽງໃຫ້ເກີດພະຍາດຫົວໃຈ

ການກິນອາຫານເຊົ້າເປັນປະຈຳຢ່າງສະໝໍ່າສະເໝີ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດເສັ້ນເລືອດໃນສະໝອງ ແລະ ພະຍາດຫົວໃຈນຳອີກ ເພາະໃນຕອນເຊົ້າເລືອດມີຄວາມເຂັ້ມຂຸ້ນສູງ ແລະ ເຮັດໃຫ້ເລືອດທີ່ສົ່ງໄປລ້ຽງສະໝອງ ຫຼື ຫົວໃຈອຸດຕັນໄດ້.

  • ຊ່ວຍຄວບຄຸມນໍ້າໜັກໄດ້

ອາຫານເຊົ້າສາມາດຊ່ວຍຄວບຄຸມພະຍາດຕຸ້ຍ ແລະ ຄວບຄຸມນໍ້າໜັກໄດ້ເປັນຢ່າງດີ ຍ້ອນວ່າເຮົາອົດອາຫານ ເກືອບ 12 ຊົ່ວໂມງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments