Monday, September 23, 2024
Homeຂ່າວຕ່າງປະເທດຫວຽດນາມ - ອັງກິດ ເປີດກວ້າງການຮ່ວມມືໃນຂົງເຂດການເຕີບໂຕສີຂຽວ

ຫວຽດນາມ – ອັງກິດ ເປີດກວ້າງການຮ່ວມມືໃນຂົງເຂດການເຕີບໂຕສີຂຽວ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ເມື່ອວັນທີ 21 ມີນາ, ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ ສະເໜີໃຫ້ ທ່ານ ເລນ ຟຣູ ເອກອັກຄະຣາຊະທູດອັງກິດ ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກລະດັບ; ຜັນຂະຫຍາຍກົນໄກການຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ.

ໃນເວລາຕ້ອນຮັບທ່ານເອກອັກຄະຣາຊະທູດອັງກິດ ປະຈຳຫວຽດນາມ ທ່ານລັດຖະມົນຕີກ່າວວ່າ: ຫວຽດນາມ ແລະ ອັງກິດ ຄວນຮັກສາການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດທີ່ເປັນມູນເຊື້ອ ຄື: ການຄ້າ – ການລົງທຶນ, ການສຶກສາ, ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ; ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ທີ່ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບບຸລິມະສິດໃນການພັດທະນາຂອງ ຫວຽດນາມ ຄື: ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ບຸຍແທັງເຊີນ ໄດ້ສະເໜີໃຫ້ທ່ານເອກອັກຄະຣາຊະທູດ ຈົ່ງສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນໃນທຸກລະດັບ; ຜັນຂະຫຍາຍກົນໄກການຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ; ສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ຈັດຕັ້ງການເຄື່ອນໄຫວໃນຫຼາຍຮູບແບບ, ທັງມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ – ອັງກິດ ຄົບຮອບ 50 ປີ (1973 – 2023).

ທ່ານ ເລນ ຟຣູ ກໍຢືນຢັນວ່າ: ດ້ວຍນະໂຍບາຍມຸ່ງໄປສູ່ພາກພື້ນມະຫາສະໝຸດອິນເດຍ – ປາຊີຟິກ, ຣາຊະອານາຈັກ ອັງກິດ ໄດ້ໃຫ້ຄວາມສຳຄັນກັບການພົວພັນກັບ ຫວຽດນາມ ໃນຫຼາຍຂົງເຂດ, ລວມທັງການຫັນປ່ຽນໄປສູ່ການນຳໃຊ້ພະລັງງານສີຂຽວແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments