Sunday, September 22, 2024
Homeຂ່າວພາຍໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການຄືບໜ້າ 69,10%

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການຄືບໜ້າ 69,10%

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ປາກຊັນ-ບຶງການ ສັນຍາທີ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ສັນຍາທີ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ມາຮອດທ້າຍເດືອນກຸມພາ 2023 ສະເລ່ຍຄວາມຄືບໜ້າລວມ ທັງ 2 ສັນຍາ ໃນເດືອນກຸມພາ 2023 ເທົ່າກັບ 69,02%, ປະຕິບັດໄດ້ຕົວຈິງ 69,10%, ລື່ນຄາດ ໝາຍ 0,08%.

ອີງໃສ່ບົດລາຍງານປະຈຳເດືອນກຸມພາ 2023 ຂອງ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ໂຄງການນີ້ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນສິງຫາ 2019 ຊຶ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຈາກປະເທດໄທ (ອົງການ NEDA), ລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

ສຳລັບການຈັດຕັ້ງປະຕິບັດແຜນການກໍ່ສ້າງພາຍໃນເດືອນກຸມພາ 2023 ສັນຍາ 1: ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຂອບເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄ້ມ, ສະໜອງເຄື່ອງມືຮັບໃຊ້ວຽກສ້ອມແປງກັບສວນຄົວ ແລະ ໜ້າວຽກອື່ນໆ ແຜນການໃນເດືອນ 2 ປີ 2023 ເທົ່າກັບ 2,10%, ປະຕິບັດໄດ້ຕົວຈິງ 1,24% ຫຼຸດຄາດໝາຍ -0,86% (ແຕ່ຄວາມຄືບໜ້າລວມທັງໝົດຂອງສັນຍາທີ 1 ທັງໝົດ ແມ່ນເທົ່າ 53,28%, ປະຕິບັດໄດ້ຕົວຈິງ ເທົ່າກັບ 55,5%, ລື່ນຄາດໝາຍ +2,67%) ແລະ ສ່ວນສັນຍາທີ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ແຜນການຄວາມຄືບໜ້າຂອງເດືອນ 2/2023 ເທົ່າກັບ 4,50%, ປະຕິບັດໄດ້ 3,20%, ຫຼຸດຄາດໝາຍ -1,30% (ສະເພາະຄວາມຄືບໜ້າລວມຂອງສັນຍາທີ 2 ຮອດທ້າຍເດືອນ 2 ເທົ່າກັບ 84,76%, ປະຕິບັດໄດ້ຕົວຈິງ ເທົ່າກັບ 82,26% ຫຼຸດຄາດໝາຍ -2,50%) ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດຂອງທັງ 2 ສັນຍາ ໃນເດືອນກຸມພາ 2023 ເທົ່າກັບ 69,02%, ປະຕິບັດໄດ້ຕົວຈິງ 69,10%, ລື່ນຄາດໝາຍ 0,08%.

ສຳລັບວຽກງານໄກ່ເກ່ຍສິ່ງກີດຂວາງ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງຂົວຂ້າມນ້ໍາຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ແມ່ນມີເນື້ອທີ່ດິນສວນຕົ້ນໄມ້ຂອງປະຊາຊົນທັງໝົດ 52,4 ເຮັກຕາ, ລວມເປັນມູນຄ່າທັງໝົດ 5,33 ຕື້ກວ່າກີບ ໂດຍນໍາໃຊ້ທຶນສົມທົບພາຍໃນຂອງລັດຖະບານລາວເຂົ້າໃນການຊໍາລະຊະສາງ, ຜ່ານມາໄດ້ຈ່າຍໃຫ້ປະຊາຊົນໄປແລ້ວຈໍານວນ 3,672 ຕື້ກວ່າກີບ ເທົ່າກັບ 68,78%.

ທ່ານໃຫ້ຮູ້ຕື່ມວ່າ: ແຜນການຂອງວຽກງານການກໍ່ສ້າງໃນເດືອນມີນາ 2023: ສັນຍາ 1 ໄລຍະ 2B, ແຜນການປະຕິບັດວຽກໃນເດືອນ 2,31%, ແຜນການລວມທັງໝົດ 55,59%; ສັນຍາ 2 ໄລຍະ 3, ແຜນການປະຕິບັດວຽກໃນເດືອນ 5,08%, ແຜນການລວມທັງໝົດ 89,84%; ແຜນການປະຕິບັດວຽກໃນເດືອນມີນາ 2023 ທັງສອງສັນຍາ 3,69%, ແຜນການລວມທັງໝົດ 72,71%. ພ້ອມນີ້ຍັງມີຂໍ້ສະເໜີຂັ້ນເທິງໃນການພິຈາລະນາ ຄົ້ນຄວ້າແຫຼ່ງທຶນທີ່ຍັງເຫຼືອ ຈຳນວນ 3.218,12 ລ້ານກີບ ເພື່ອມາຈ່າຍໃຫ້ປະຊາຊົນໃຫ້ຄົບຖ້ວນ ແລະ ຈ່າຍທົດແທນຄືນໃຫ້ຜູ້ຮັບເໝົາຕາມຈຳນວນ ທີ່ໄດ້ຢືມມາກ່ອນໃຫ້ສຳເລັດໃນປີ 2023.

ຂ່າວ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments