Sunday, September 22, 2024
Homeຂ່າວການເມືອງກອງປະຊຸມໃຫຍ່ ຄັ້ງທີ XV ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງພະລາທີການ ກອງພົນທີ 2

ກອງປະຊຸມໃຫຍ່ ຄັ້ງທີ XV ຂອງໜ່ວຍສະຫະພັນແມ່ຍິງ ຫ້ອງພະລາທີການ ກອງພົນທີ 2

ໃນວັນທີ 21 ມີນາ 2023 ນີ້, ໜ່ວຍສະຫະພັນແມ່ຍິງ ຫ້ອງພະລາ ທິການ ກອງພົນທີ 2 ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ XV ຂອງຕົນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 2 ມີຄະນະພັກ ຄະນະບັນຊາຫ້ອງພະລາທິການ, ຄະນະໜ່ວຍ, ຕະຫລອດຮອດສະມາຊິກເອື້ອຍນ້ອງແມ່ຍິງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພັນຕີ ນາງ ຄຳຫລ້າ ແສງຕາ ເລຂາຄະນະໜ່ວຍ ສະຫະພັນແມ່ຍິງ ຫ້ອງພະລາທິການ ກອງພົນທີ 2 ໄດ້ຂື້ນຜ່ານບົດລາຍງານ ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ຕະຫລອດໄລຍະ 5 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບາງບົດຮຽນ ທີ່ຖອດຖອນໄດ້. ເຊິ່ງຄະນະໜ່ວຍສະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງ-ນຳພາແນວຄິດເປັນສຳຄັນ ດ້ວຍການເຜີຍແຜ່ເຊື່ອມ ຊຶມແນວທາງແຜນນະໂຍບາຍຂອງພັກ-ລັດ ມະຕິ ຄຳສັ່ງຂອງຂັ້ນເທິງ ແນໃສ່ເຮັດໃຫ້ສະມາຊິກແມ່ຍິງ ກຳແໜ້ນຢ່າງເລິກເຊິ່ງ, ມີທັດສະນະຫລັກ ໝັ້ນຄຸນທາດການເມືອງໜັກແໜ້ນ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບພາຍໃນຫ້ອງມີຄວາມສະຫງົບໂດຍພື້ນຖານ, ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ດຳເນີນຊີວິດການເມືອງຂັ້ນຈຸ, ຂັ້ນໜ່ວຍ ສ່ອງແສງລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ດ້ານວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງເສີມສິດສະເໝີພາບຍິງ-ຊາຍ ໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ, ໄດ້ປຸກລະດົມແມ່ຍິງ ເຂົ້າຮ່ວມພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ທີ່ສູນກາງສະຫະພັນແມ່ຍິງວາງ ອອກ.

ປັດຈຸບັນໜ່ວຍສະຫະພັນແມ່ຍິງຫ້ອງພະລາທິການ ມີສະມາຊິກ ເອື້ອຍນ້ອງແມ່ຍິງທັງໝົດ 21 ສະຫາຍ ຜ່ານມາການຄັດເລືອກ, ສາມາດ ຄັດເລືອກໄດ້ພົນລະເມືອງດີ 21 ສະຫາຍ, ພັດທະນາດີ 19 ສະຫາຍ, ສ້າງຄອບ ຄົວດີ 18 ສະຫາຍ, ຄອບຄົວຕົວແບບ 4 ສະຫາຍ, ແມ່ຍິງ 3 ດີ ປະເພດ 1 ຈໍາ ນວນ 19 ສະຫາຍ, ສະມາຊິກແມ່ຍິງຍັງໄດ້ສ້າງລາຍຮັບເຂົ້າຄັງລວມ ຂອງ ໜ່ວຍດ້ວຍການປູກຝັງ-ລ້ຽງສັດ ໄດ້ທັງໝົດ 15.395.000 ກີບ, ມີເງິນກອງ ທືນທັງໝົດ 139.440.000 ກີບ. ກອງປະຊຸມຍັງໄດ້ພ້ອມກັນ ປະກອບຄຳຄິດ ຄຳເຫັນໃສ່ບົດສະຫລຸບເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ພ້ອມທັງດຳເນີນ ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ເພື່ອສືບຕໍ່ ຊີ້ນຳ-ນຳພາໜ່ວຍສະຫະພັນແມ່ຍິງໃນຕໍ່ໜ້າ ໄດ້ຕາມລະດັບຄາດໝາຍ.

ໂດຍ: ສຸວັນໂນ ທະລັງສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments