Saturday, September 21, 2024
Homeຂ່າວການເມືອງສະຖານທູດອິນເດຍ ປະຈຳລາວ ຖ່າຍທອດສົດກອງປະຊຸມທັນຍາພືດໂລກ

ສະຖານທູດອິນເດຍ ປະຈຳລາວ ຖ່າຍທອດສົດກອງປະຊຸມທັນຍາພືດໂລກ

ສະຖານເອກອັກຄະລັດສະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໄດ້ຖ່າຍທອດສົດ ກອງປະຊຸມທັນຍາພືດໂລກ ໃນວັນທີ 18 ມີນາ 2023 ຜ່ານລະບົບອອນລາຍ ຈາກປະເທດອິນເດຍ ໂດຍມີປະຊາຊົນອິນເດຍ, ຄົນສັນຊາດອິນເດຍ ແລະ ເພື່ອນມິດອິນເດຍ ຈຳນວນໜຶ່ງທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ. ເຊິ່ງກອງປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງຂອງການສະເຫລີມສະຫລອງ ປີສາກົນຂອງ ທັນຍາພືດ ປີ 2023 ເພື່ອເປັນການສົ່ງເສີມ ໃຫ້ທົ່ວໂລກຮັບຮອງເອົາທັນຍາພືດ ເປັນພືດທີ່ມີຄຸນປະໂຫຍດຕໍ່ມະນຸດ ແລະ ສິ່ງແວດລ້ອມ.

ໂອກາດນີ້, ທ່ານ ນາເຣັນດຣາ ໂມດິ (Narendra Modi) ນາຍົກລັດຖະມົນຕີ ແຫ່ງສາທາ ລະນະລັດ ອິນເດຍ ໄດ້ກ່າວຄໍາປາໄສ ພ້ອມນຳສະເໜີສະແຕມ, ຫລຽນທີ່ລະນຶກ, ຕົວແບບດິຈີຕອນ ຂອງບໍລິສັດທັນຍາພືດອິນເດຍ ແລະ ປື້ມກ່ຽວກັບທັນຍາພືດ ໂດຍທ່ານໄດ້ກ່າວວ່າ: ທັນຍາພືດ ໄດ້ສະໜອງທາງເລືອກທີ່ເໝາະສົມ ແລະ ມີສານອາຫານເພື່ອລ້ຽງປະຊາຊົນໃນເວລານີ້, ອິນເດຍກາຍເປັນຜູ້ ນໍາທົ່ວໂລກໃນການສົ່ງເສີມທັນຍາພືດ ແລະ ໃນການຜະລິດ. ສະນັ້ນ, ມັນແມ່ນການໃຊ້ຄວາມຊໍານານຂອງອິນເດຍ ເພື່ອກະຈາຍໄປໃນທົ່ວໂລກ. ກອງປະຊຸມຄັ້ງນີ້, ໄດ້ເປັນໂອກາດໃນການປູກຈິດສໍານຶກ ແລະ ເອົາໃຈໃສ່ໃນການປະຕິບັດນະໂຍບາຍໂດຍກົງ ຕໍ່ຜົນປະໂຫຍດດ້ານໂພຊະນາການ ແລະ ສຸຂະ ພາບຂອງທັນຍາພືດ ແລະ ມີຄວາມເໝາະສົມໃນການເພາະປູກ ພາຍໃຕ້ສະພາບອາກາດທີ່ບໍ່ເອື້ອອຳ ນວຍ. ພ້ອມທັງສົ່ງເສີມການຜະລິດເມັດທັນຍາພືດແບບຍືນຍົງ ເພື່ອສະໜອງຕະຫລາດທີ່ມີຄວາມຍືນຍົງໃໝ່ສໍາລັບຜູ້ຜະລິດ ແລະ ຜູ້ບໍລິໂພກ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 2 ວັນ, ໂດຍໄດ້ມີກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆທີ່ກ່ຽວຂ້ອງກັບ ເມັດພືດ ເຊັ່ນ: ການສົ່ງເສີມ ແລະ ການປູກຈິດສຳນຶກ ໃຫ້ແກ່ຜູ້ຜະລິດ, ຜູ້ບໍລິ ໂພກ ແລະ ພາກສ່ວນອື່ນໆ, ການພັດທະນາລະບົບຕ່ອງໂສ້ມູນຄ່າເພີ່ມຂອງທັນຍາພືດ, ດ້ານສຸຂະພາບ ແລະ ໂພຊະນາການຂອງທັນຍາພືດ, ການເຊື່ອມໂຍງຕະຫລາດ, ການຄົ້ນຄວ້າ ແລະ ການພັດທະນາ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments