Sunday, September 22, 2024
Homeຂ່າວໜ້າໜຶ່ງສຳເລັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງກະຊວງການຕ່າງປະເທດ

ສຳເລັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງກະຊວງການຕ່າງປະເທດ

ໃນຕອນບ່າຍ ຂອງວັນທີ 20 ມີນາ 2023 ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດຕັ້ງກອງປະຊຸມສະຫຼຸບວຽກງານຊາວ ໜຸ່ມປະຈໍາປີ 2022 ແລະ ກໍານົດທິດທາງແຜນການປີ 2023 ໂດຍການໃຫ້ກຽດເປັນປະທານ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີບັນດາສະຫາຍຄະນະພັກກະຊວງ, ເລ ຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກ ຈາກຫ້ອງການ ແລະ ບັນດາກົມຕ່າງໆ ຂອງກະຊວງການຕ່າງປະເທດ, ແຂກຖືກເຊີນ ຈາກສູນກາງຊາວໜຸ່ມ ແລະ ກະ ຊວງອ້ອມຂ້າງຈໍານວນໜຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ສະຫາຍ ນ. ມຸກດາວັນ ສີສຸລິດ, ເລຂາຄະນະບໍລິຫານງານຊາວ ໜຸ່ມກະຊວງການຕ່າງ ປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2022 ເຊິ່ງຍົກໃຫ້ເຫັນເຖິງບັນດາຜົນງານພົ້ນເດັ່ນ ແລະ ບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ໃນການເຄື່ອນ ໄຫວໃນໄລຍະຜ່ານມາ ໂດຍສະເພາະການລົງເລິກ ດ້ານການເມືອງ-ແນວຄິດ ຕໍ່ສະ ມາຊິກຊາວໜຸ່ມ ໃນໄລຍະທີ່ມີສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການດໍາລົງຊີວິດຂອງສະມາຊິກຊາວໜຸ່ມ ໃນປັດຈຸບັນ. ພ້ອມກັນນັ້ນ, ສະຫາຍ ເລ ຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ຍັງໄດ້ກໍານົດທິດທາງແຜນການເຄື່ອນໄຫວວຽກງານຊາວໜຸ່ມ ປະຈໍາປີ 2023 ເຊິ່ງຕິດພັນກັບບັນດາໂຄງການ, ແຜນງານ ທີ່ຄະນະບໍລິຫານງານຊາວໜຸ່ມ ຄັ້ງທີ XI ໃຫ້ສໍາເລັດຕາມລໍາດັບຄາດໝາຍທີ່ວາງໄວ້.

ໃນໂອກາດດຽວກັນ, ກອງປະຊຸມ ໄດ້ຈັດຕັ້ງພິທີມອບ-ຮັບຫຼຽນກາລະນຶກ 65 ປີ ຄຊປປລ ແລະ ຫຼຽນຊາວໜຸ່ມຕະລຸມບອນ ໃຫ້ແກ່ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໂດຍໃຫ້ກຽດມອບໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ, ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ນອກນັ້ນ, ຍັງໄດ້ມີພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ ຈໍານວນ 17 ໜ່ວຍ ແລະ ໃບຍ້ອງຍໍຊາວໜຸ່ມຕົວແບບໃຫ້ແກ່ສະມາຊິກຊາວໜຸ່ມກະຊວງ ຕປທ ຈໍານວນ 21 ສະຫາຍ, ຍິງ 09 ສະຫາຍ ໂດຍໃຫ້ກຽດມອບໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ໃນຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍປະທານກອງປະຊຸມ ເຊິ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນດີເດັ່ນໃນການປະຕິບັດວຽກງານຊາວໜຸ່ມ ໃນໄລຍະ 01 ປີຜ່ານມາເຫັນໄດ້ວ່າຄະນະບໍລິຫານງານຊາວໜຸ່ມກະຊວງ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກຊາວໜຸ່ມຂອງຕົນໃຫ້ມີຄວາມຕື່ນຕົວສູງໃນການປະຕິບັດໜ້າທີ່ວຽກງານ ກໍຄືການປະກອບສ່ວນຢ່າງຕັ້ງໜ້າປະຕິບັດສຳເລັດໜ້າທີ່ການເມືອງ ທີ່ຄະນະພັກ-ຄະນະນຳກະຊວງ ວາງອອກ. ຄຽງຄູ່ກັນນັ້ນ, ຍັງສະແດງຄວາມຊົມເຊີຍບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດ ທີ່ໄດ້ສຳເລັດການຈັດກອງປະຊຸມປະເມີນຜົນການດຳເນີນຂໍ້ແຂ່ງຂັນວຽກງານ 4 ບຸກ, ພ້ອມນັ້ນ, ແຕ່ລະໜ່ວຍກໍ່ໄດ້ມີການຄັດເລືອກຊາວໜຸ່ມຕົວແບບດີເດັ່ນປະຈຳໜ່ວຍ ເຊິ່ງເປັນຜູ້ທີ່ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນແບບຢ່າງທີ່ດີິໃຫ້ແກ່ສະມາຊິກຊາວໜຸ່ມໃນໜ່ວຍຂອງຕົນ, ຊຶ່ງສິ່ງດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ໃນການປັບປຸງກົງຈັກການຈັດຕັ້ງກໍຄືການກໍ່ສ້າງຄວາມເຂັ້ມແຂງທາງດ້ານແນວຄິດການເມືອງ, ການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ການຈັດຕັ້ງ ແລະ ວິຊາສະເພາະໃຫ້ແກ່ບັນດາສະມາຊິກພາຍໃນໜ່ວຍຕົນ.

ໂດຍອີງໃສ່ສະພາບລວມຂອງໂລກ ໃນປັດຈຸບັນທີ່ມີຄວາມສັບສົນ, ສະພາບການສາກົນກໍ່ຍັງສືບຕໍ່ເຄັ່ງຕຶງໃນຫຼາຍພາກພື້ນ ແລະ ຜັນປ່ຽນໄປໃນທິດທາງ ທີ່ບໍ່ສາມາດຄາດຄະເນໄດ້ ໂດຍສະເພາະສະພາບເສດຖະກິດຂອງໂລກ ທີ່ຍັງສືບຕໍ່ມີຄວາມຫຍຸ້ງຍາກ ແລະ ກະທົບຕໍ່ການດຳລົງຊີວິດໂດຍກົງຂອງພະນັກງານ ກໍ່ຄືສະມາຊິກຊາວໜຸ່ມ ເຊິ່ງທັງໝົດລ້ວນແຕ່ແມ່ນສິ່ງທ້າທາຍ. ກະຊວງການຕ່າງປະເທດ ມີພາລະບົດບາດ ແລະ ໜ້າທີ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ແລະ ເສີມຂະຫຍາຍບົດບາດການຮ່ວມມືກັບສາກົນໃຫ້ນັບມື້ນັບມີທ່າກ້າວຂຶ້ນເລື້ອຍໆ. ດັ່ງນັ້ນ, ຊາວໜຸ່ມກະຊວງການຕ່າງປະເທດ ໃນຖານະເປັນພະນັກງານຜູ້ສືບທອດຕ້ອງໄດ້ເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນຄວາມເປັນແບບຢ່າງນຳໜ້າໃນວຽກງານການຕ່າງປະເທດ, ຕັ້ງໜ້າປະຕິບັດວຽກງານ ກໍຄືວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງເພື່ອສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments