Saturday, September 21, 2024
Homeຂ່າວການເມືອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫຼັກແຫຼ່ງ ຢູ່ແຂວງຈຳປາສັກ

ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະນັກງານ-ການນຳຫຼັກແຫຼ່ງ ຢູ່ແຂວງຈຳປາສັກ

ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານ-ການນຳຫຼັກແຫຼ່ງ ຢູ່ແຂວງຈຳປາສັກ ໃນອາທິດຜ່ານມາ ທີ່ຫ້ອງວ່າການແຂວງຈຳປາສັກ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາທ່ານ-ສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາທ່ານ ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີ ບັນດາທ່ານເຈົ້າເມືອງ ແລະ ຕາງໜ້າ ໃຫ້ ສອງກຳລັງ ປກຊ-ປກສ ແຂວງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ລາຍງານໂດຍສັງເຂບ ກ່ຽວກັບ ການຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ການດໍາເນີນກອງປະຊຸມກາງສະໄໝ ຂອງ 12 ອົງຄະນະພັກ ແລະ ການນຳພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການັດຈັດຕັ້ງ ໄດ້ສໍາເລັດການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວແຂວງ ໄປພ້ອມກັບການສັບຊ້ອນ, ຈັດວາງພະນັກງານທີ່ຢູ່ໃນແຜນກຳນົດ ຂັ້ນເມືອງ-ນະຄອນຄຸ້ມຄອງ, ສຳເລັດການປັບປຸງກົງຈັກການຈັດຕັ້ງ ພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ, ປັບປຸງຂະ ແໜງການ ທີ່ຂຶ້ນກັບພະແນກ 191 ຂະແໜງ ເປັນ 151 ຂະແໜງ ແລະ 4 ໜ່ວຍງານ ສຳເລັດຕາມແຜນ, ຢູ່ຂັ້ນເມືອງ ສຳເລັດການປັບປຸງບັນດາໜ່ວຍງານ ທີ່ຂຶ້ນກັບຫ້ອງການຂອງເມືອງ, ນະຄອນ ພ້ອມນັ້ນ ກໍໄດ້ຈັດວາງ ສັບຊ້ອນບຸກຄະລາກອນເຂົ້າໃສ່ຕຳແໜ່ງງານຕ່າງໆ ຕາມທິດກະທັດຮັດ ສົມເຫດສົມຜົນ.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕີລາຄາສູງ ຕໍ່ຄວາມຮັບຜິດຊອບໜ້າທີ່ການເມືອງ, ການຊີ້ນຳ-ນຳພາຂອງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ມີຜົນສຳເລັດຫຼາຍດ້ານ ແລະ ເພື່ອຮັບປະກັນໃຫ້ແກ່ທິດທາງແຜນການ ທັງເປັນການກະກຽມນຳພາ-ຊີ້ນຳວຽກງານ ໃນຕໍ່ໜ້າ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເນັ້ນໃຫ້ແຂວງຈຳປາສັກ ເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະ ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາການເມືອງ-ແນວຄິດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບຄວາມຮູ້ລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງໃຫ້ພະນັກງານນໍາພາ, ຫຼັກແຫຼ່ງ ຂອງພັກ-ລັດ ມີຄວາມເປັນເອກະພາບສູງ ດ້ານແນວຄິດ ແລະ ການກະທຳ. ພ້ອມກັນນັ້ນ ພະນັກງານນໍາພາ, ຫຼັກແຫຼ່ງ ຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ຄວາມເປັນແບບຢ່າງນໍາໜ້າ ໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະໜ່ວຍພັກ ເພື່ອຮັບປະກັນສ້າງພັກໃຫ້ປອດໃສ,ເຂັ້ມແຂງ, ໜັກແໜ້ນ.ສຳລັບ ການກະກຽມກອງປະຊຸມ 3 ຂັ້ນ ໂດຍລວມແມ່ນຍັງຮັກສາການຈັດຕັ້ງປະຕິບັດ ໂດຍສະເພາະ ດ້ານເນື້ອໃນ ໃຫ້ເອົາໃຈໃສ່ໃນຂັ້ນຮາກຖານ ການພັດທະນາບ້ານ ໃຫ້ໄປຕາມແນວທາງນະໂຍບາຍແທ້ໆ, ພັດທະນາຕາມຈຸດພິເສດ, ທ່າແຮງ ໃນດ້ານເສດຖະກິດ-ສັງຄົມ, ຕ້ອງພັດທະນາໃຫ້ເທົ່າທຽມສະເໝີກັນໃນທຸກພາກສ່ວນ ແລະການກະກຽມ ກອງປະຊຸມຄົບຄະນະພັກແຂວງຈຳປາສັກ ກາງສະໄໝ ໃຫ້ຈັດຕັ້ງປະຕິບັດ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ເລກທີ 268/ຄລສພ, ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ຄຈສພ, ເພື່ອຮັບປະກັນການດໍາ ເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ທັດຊະນະ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments