Saturday, November 23, 2024
Homeຂ່າວໜ້າໜຶ່ງເຫດການ ແລະ ການ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຂອງ​ທະຫານ ແລະ ເມືອງ​ທ່າ​ແຂກ

ເຫດການ ແລະ ການ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຂອງ​ທະຫານ ແລະ ເມືອງ​ທ່າ​ແຂກ

ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ 77 ປີ (21/3/1946-21/3/2023). ເຫດການ ແລະ ການ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຂອງ​ທະຫານ ແລະ ເມືອງ​ທ່າ​ແຂກ. ເວລາ 6 ໂມງ​ເຊົ້າ ຂອງ​ວັນ​ທີ 21 ມີນາ 1946 ຍົນ​ພວກລ່າເມືອງຂຶ້ນແບບເກົ່າ​ໄດ້​ຫວ່ານ​ໃບ​ປີວ​ລົງ​ຕົວ​ເມືອງ​ທ່າແຂກ ຊຶ່ງ​ມີ​ເນື້ອ​ໃນ​ໃຫ້​ທະຫານ​ກູ້​ຊາດ​ວາງ​ອາວຸດ ແລະ ຍອມ​ຈໍາ​ນົນ​ຕໍ່​ກອງ​ທະຫານ​ພວກລ່າເມືອງຂຶ້ນແບບເກົ່າ, ຫຼັງ​ຈາກນັ້ນ​ບໍ່​ເຖິງ​ເຄິ່ງ​ຊົ່ວໂມງ ທະຫານ​ລ່າ​ເມືອງ​ຂຶ້ນ​ແບບເກົ່ານໍາໂດຍ ພັນ​ໂທ ເກີ​ເຮີ​ເວີ​ກົວ ເປັນ​ຜູ້​ບັນຊາ ໂຮມ​ກໍາ​ລັງ​ຢ່າງ​ຫວງຫຼາຍ ໃນ​ນັ້ນ​ມີ​ທະຫານ​ຮາບ 7 ກອງຮ້ອຍ, ທະຫານ​ປື​ນ​ໃຫຍ່ 1 ໝວດ, ລົດສືບ​ຂ່າວ 2 ຈຸ, ເຮືອບິນ​ຂັບ​ໄລ່ 4 ລໍາ, ເຮືອບິນ​ຖິ້ມ​ລະເບີດ 2 ລຳ ແລະ ເຮືອບິນ​ສືບ​ຂ່າວ 1 ລຳ ບຸກໂຈມຕີເຂົ້າຕົວເມືອງທ່າແຂກ ເປັນ 3 ປີກ (3 ທິດ).

ພວກ​ເຂົາ​ໄດ້​ເລີ່ມ​ເປີດ​ສາກ​ບຸກໂຈມຕີ​ດ້ວຍ​ກໍາ​ລັງ​ໄຟ​ປືນ​ໃຫຍ່​ໜ້າດິນ ປະສານ​ກັບ​ເຮືອບິນ ຖິ້ມ​ລະເບີດ ແລະ ໄດ້ຍິງ​ປືນ​ກົນ​ກວາດ​ລົງ​ໃສ່​ກາງເມືອງ ແລະ ຝູງ​ຄົນ​ໃນ​ຕະຫຼາດ, ຍິ່ງ​ໃສ່​ກອງ​ບັນຊາການ, ໂຮງຮຽນ​ປະ​ຖົມ​ຊາວ​ຫວຽດນາມ​ຕ່າງ​ດ້າວ​ຢ່າງ​ຮ້າຍ​ແຮງ ແລະ ປ່າ​ເຖື່ອນ, ເຮັດ​ໃຫ້​ຕົວ​ເມືອງ ລຸກ​ເປັນ​ໄຟ, ປະຊາ​ຊົນ​ຈໍາ​ນວນ​ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີວິດ ແລະ ຖືກ​ບາດ​ເຈັບ. ທາງ​ພາກ​ພື້ນ​ດິນ ທະຫານ​ສັດຕູ​ໄດ້​ບຸກ​ເຂົ້າ​ມາ​ຫ່າງ​ຈາກ​ປ້ອມຮັກສາ​ເຂດ​ເບື້ອງ​ນອກ​ປະມານ 10 – 150 ແມັດ, ກອງຮັກສາ​ປ້ອມ ແລະ ກໍາ​ລັງ​ປ້ອງ​ກັນ​ຕົວ​ຂອງ​ພວກ​ເຮົາ ຊຶ່ງ​ຕັ້ງ​ຢູ່​ສະໜາມກິລາ ໄດ້​ຍິງ​ສຸມ​ໃສ່​ກໍາ​ລັງ ຂອງ​ສັດຕູ​ຢ່າງ​ແຂງ​ແຮງ.

ການ​ຕໍ່ສູ້​ຍິ່ງ​ດຸເດືອດ​ຂຶ້ນ​ສູ່​ລະດັບ​ສູງ ທະຫານ​ລ່າ​ເມືອງ​ຂຶ້ນ​ແບບເກົ່າ ກໍ​ຍິ່ງ​ພະຍາຍາມ​ຈະ​ຜ່າ​ຂ້າມ ແນວ​ປ້ອງ​ກັນ​ເຂົ້າ​ໄປ​ໃຫ້​ໄດ້ ຊຶ່ງ​ພວກ​ເຂົາ​ໄດ້​ໃຊ້​ລົດ​ລາດຕະເວນ​ຕິດ​ອາວຸດ, ລົດ​ຫຸ້ມ​ເກາະ​ແລ່ນ​ມາ ທາງ​ເລກ​ທີ 13 ບຸກ​ເຂົ້າ​ຕົວ​ເມືອງ; ແຕ່​ການ​ບຸກໂຈມຕີ​ຂອງ​ທະຫານ​ສັດຕູ​ແຕ່​ລະ​ປີກ ລ້ວນ​ແຕ່ ຖືກ​ກໍາ​ລັງ​ທະຫານ​ຂອງ​ພວກ​ເຮົາ​ຕີຕ້ານ, ສະກັດ​ກັ້ນ​ຢ່າງ​ເດັດດ່ຽວ ແລະ ອາດ​ຫານ, ທະຫານ​ສັດຕູ ປີກ​ໜຶ່ງ​ໄດ້​ຕີເຂົ້າ​ທາງ​ທິດຕາເວັນອອກ​ຂອງ​ຕົວ​ເມືອງ, ແຕ່​ກໍ່ຖືກ​ທະຫານ​ພວກ​ເຮົາ​ທໍາ​ລາຍຕ້ອງຖອຍ​ຄືນ​ເພື່ອ​ຈັດ​ຕັ້​ງກໍາ​ລັງ​ໂຈມ​ຕີ​ຄັ້ງ​ໃໝ່. ສ່ວນ​ທະຫານ​ຂອງ​ພວກ​ເຮົາ​ແມ່ນ​ຍາດ​ໂອກາດ​ປົວແປງ​ຂຸມຄອງ​ປ້ອມ​ທີ່​ໝັ້ນ. ຫຼັງ​ຈາກ​ນັ້ນ ສັດຕູ​ກໍ່​ບຸກໂຈມຕີ​ຄັ້ງ​ໃໝ່, ຕີ​ຢຶດ​ເອົາ​ຫ້ອງການ​ຂົວ​ທາງ, ທັງ​ປິດ​ລ້ອມທິດເໜືອ​ເຂດ​ເຮືອນ ເລ​ວັນ​ຢູ ຢ່າງ​ແໜ້ນໜາ ແລະ ໃຊ້​ລົດ​ຫຸ້ມ​ເກາະ​ບຸກໂຈມຕີ​ເບື້ອງ​ທາງ​ເລກ​ທີ 12, ເມື່ອ​ຮອດ​ເຂດ​ຫ້ອງການ​ຂົວ​ທາງ​ທະຫານ​ສັດຕູ​ຖືກ​ທະຫານ​ເຮົາ​ຕີ​ສະກັດ​ກັ້ນ​ໄວ້​ຢ່າງ​ແຂງແຮງ, ຈຸ​ລົດລາດຕະເວນ​ຕິດ​ອາວຸດ ກໍ​ຕ້ອງ​ໄດ້​ຢຸດ​ສະ​ງັກ ເພາະ​ບຸກ​ເຂົ້າ​ບໍ່​ໄດ້; ສ່ວນ​ທະຫານ​ຫຸ່ນ​ລາວ 1 ໝວດ ຢ້ານ​ກົວ​ຈຶ່ງ​ລ່າ​ຖອຍ​ໄປ​ເບື້ອງ​ເສັ້ນທາງ​ເລກ​ທີ 12.

ທະຫານ​ສັດຕູ​ທີ່ຢູ່​ປີກ​ສາຍ​ທາງ​ເລກ​ທີ 13 ຈະ​ບຸກ​ເຂົ້າ​ຕົວ​ເມືອງ ກໍ​ຖືກ​ທະຫານ​ເຮົາ​ລັດ​ຕີ, ຈຳຕ້ອງ​ຢຸດ​ຫ່າງ​ຈາກ​ເຂດ​ປ້ອງ​ກັນ​ປະມານ 400 ແມັດ, ຈົນ​ຮອດ​ເວລາ 9 ໂມງ ພວກ​ເຂົາ​ຈຶ່ງ​ຜ່ານ​ເຂົ້າ​ມາ ໄດ້, ແຕ່​ມາ​ຮອດ 4 ແຍກ​ຕາເວັນຕົກ ພັດ​ຖືກ​ກອງ​ກໍາ​ລັງ​ໄຟ​ທະຫານ​ພວກ​ເຮົາ​ສະກັດ​ກັ້ນ​ໄວ້. ປີກທະຫານ​ສັດຕູ​ຢູ່​ທາງ​ທິດໃຕ້​ໄດ້​ບຸກ​ແຕ່​ເມືອງເກົ່າ​ຂຶ້ນ​ມາ​ຕາມ​ແຄມ​ແມ່​ນ້ໍາ​ຂອງ​ເຂົ້າ​ຕົວ​ເມືອງ ກໍ​ຖືກທະຫານ​ພວກ​ເຮົາ​ສະກັດ​ກັ້ນ​ໄວ້​ເຊັ່ນ​ດຽວ​ກັນ, ສັດ​ຕູ​ຈໍາ​ນວນ​ໜຶ່ງ​ທີ່​ຖືກ​ບາດເຈັບ​ຕ້ອງ​ນອນ​ຢູ່​ທີ່​ນັ້ນ 10 ກວ່າ​ຊົ່ວໂມງ, ລົດ​ຂົນສົ່ງ​ຄັນ​ໝຶ່ງ​ໄດ້​ຜ່ານ​ໄປ ແຕ່​ຖືກ​ທະຫານ​ຂອງ​ພວກ​ເຮົາ​ລັດ​ຍິງ​ເຮັດ​ໃຫ້​ຜູ້​ຂັບລົດ​ເສຍ​ຊີວິດ ແລະ ຢຸດ​ຢູ່​ກັບ​ທີ່​ຫ່າງ​ຈາກ​ທີ່​ຕັ້ງ ຂອງ​ທະຫານ​ເຮົາ 200 ແມັດ. ຈົນ​ເຖິງ 10 ໂມງ 30 ແລະ ບັນດາ​ກອງ​ທະຫານ​ຂອງ​ພວກ​ເຂົາ​ທີ່ຢູ່​ເບື້ອງ​ຫຼັງ ລ້ວນ​ແຕ່​ຖືກ​ທໍາ​ລາຍ​ຢ່າງ​ໜັກ​ໜ່ວງ. ນາຍ​ພັນ​ຕີ ໂວ​ເຊີ​ເຣ ໄດ້​ຮັບ​ບາດເຈັບ, ສັດຕູ ຕ້​ອງ​ອອກ​ຄໍາ​ສັ່ງ​ໃຫ້ແຕ່ລະປີກຕ້ອງຮັກສາທີ່ຕັ້ງ ແລະ ເດັດຂາດບໍ່ໃຫ້ຖອຍ. ພວກເຂົາຫວັງຢາກຢຶດເອົາຕົວເມືອງທ່າແຂກໃຫ້​ໄດ້​ກ່ອນ​ຕາເວັນ​ຈະ​ຕົກ. ສະນັ້ນ ພວກ​ເຂົາ​ ຈຶ່ງ​ປ້ອງ​ກັນ​ບໍ່​ໃຫ້​ທະຫານ​ພວ​ກ​ເຮົາ​ຈັດຕັ້ງຂະ ຫຍາ​ຍກຳລັງ, ຮ້ອງຂໍກຳລັງຢູ່ແຂວງສະຫວັນນະເຂດ ມາເພີ່ມຕື່ມ ແລະ ເຕົ້າໂຮມບັນດາປືນໃຫຍ່ ພ້ອມດ້ວຍເຮືອບິນຜັດປ່ຽນກັນໄປຖິ້ມລະເບີດ, ຍິງທຳລາຍລົງໃສ່ຂຸມຄອງຂອງທະຫານເຮົາຢ່າງຮ້າຍແຮງເພື່ອເປີດທາງໃຫ້ທະຫານຮາບບຸກເຂົ້າ.

ພາຍຫຼັງ​ທີ່​ໄດ້​ໃຊ້​ກໍາ​ລັງ​ປືນ​ໃຫຍ່​ຍິງ​ທໍາ​ລາຍ 2 ຊົ່ວໂມງ​ແລ້ວ, ປີກ​ທະຫານ​ສັດຕູ​ທີ່ຢູ່​ທາງທິດຕາເວັນອອກ ກໍ່ບຸກ​ເຂົ້າ​ຕົວ​ເມືອງ​ໄດ້ 500 ກວ່າ​ແມັດ. ພວກ​ເຂົາ​ໃຫ້​ກອງຮ້ອຍ​ຕີ​ພິເສດຢຶດ​ເອົາ​ທິດເໜືອ​ຂອງ​ຕົວ​ເມືອງ ແລ້ວ​ຕິດຕໍ່​ພົວພັນ​ກັບ​ກອງຮ້ອຍ​ທະຫານ​ລ່າ​ເມືອງ​ຂຶ້ນ​ແບບເກົ່າ ແລະ ທະຫານ​ຫຸ່ນ​ລາວ ຢູ່​ຫີນ​ບູນ​ໃຫ້​ມາ​ຊ່ວຍ. ສ່ວນ​ພວກ​ທີ່ຢູ່​ປີກ​ທາງ​ທິດໃຕ້ ພ້ອມ​ກັບ​ລົດ​ລາດຕະເວນ​ຕິດ​ອາ​ວຸດ​ຈໍາ​ນວນ​ໜຶ່ງ ບຸກ​ເຂົ້າ​ມໍ່ເຂດ​ຕະຫຼາດ, ພວກ​ຢູ່​ປີກ​ທາງ​ເລກ 13 ໄດ້​ບຸກ​ເຂົ້າ​ເຂດ​ໂຮງຮຽນ​ປະຖົມ​ຊາວ​ຫວຽດນາມ ຕ່າງ​ດ້າວ, ຢຶດ​ເອົາ​ເຮືອນ​ແດງ ແລະ ເຂດ​ວັດ​ຄຸນ​ພໍ່ ແຕ່​ກໍ​ຖືກ​ທໍາ​ລາຍ​ໜັກ; ໜ່ວຍ​ໜຶ່ງ​ທີ່​ລອດ​ເຂົ້າ​ໄດ້​ຖືກ ກອງ​ທະຫານ​ພວກ​ເຮົາ​ອ້ອມ​ຕີ​ດັບ​ສູນ​ກ້ຽງ. ສັດຕູ​ກອງຮ້ອຍ​ໜຶ່ງ​ຈາກ​ຫີນ​ບູນ ເຄື່ອນ​ເຂົ້າ​ມາ​ສົມທົບ ຖືກ​ທະຫານ​ເຮົາ​ລັດ​ຕີ, ຍິງ​ນາຍຮ້ອຍ​ໂທ ຣາ​ເມີ ເສຍ​ຊີວິດ ແລະ ທະ​ຫານ​ຈໍາ​ນວນ​ໜຶ່ງ​ຖືກ​ບາດ​ເຈັບ. ໃນ​ເວລາ​ນັ້ນ ຢູ່​ກາງ​ຕະຫຼາດ ພະນັກງານ – ນັກຮົບ ຂອງ​ພວກ​ເຮົາ 20 ກວ່າ​ຄົນ ໄດ້​ໃຊ້​ປືນ ແລະ ປາຍ​ກະ​ບີ່​ຕໍ່ສູ້​ຕ້ານ​ສັດຕູ​ໂຕ​ຕໍ່​ໂຕ​ຢ່າງ​ກ້າຫານ, ໄດ້​ຍິງ​ຮ້ອຍ​ເອກ ຊາດ​ໄຊ ຕາຍຄາ​ທີ່ ແລະ ຈໍາ​ນວນໜຶ່ງ​ຕາຍຄາ​ສະຫນາມ​ຮົບ.

ຮອດ 17 ໂມງ ຂອງ​ວັນ​ທີ 21/3/1946 ທະຫານ​ປີກ​ຕ່າງໆ​ຂອງ​ສັດຕູ​ໄດ້​ເຄື່ອນ​ເຂົ້າ​ມາ​ຕົວເມືອງ​ ໝົດ, ພວກ​ເຮົາ​ສັງເກດ​ເຫັນ​ວ່າ ບໍ່​ສາມາດ​ຮັກສາ​ທ່າ​ແຂກ​ໄວ້​ໄດ້​ເພາະ “ເຫຼັກ​ຫຼາຍ​ກວ່າຖ່ານ” ທະຫານ​ຂອງ​ພວກ​ເຮົາ​ທັງ​ຕ້ານ ແລະ ຖອຍ​ໄປ​ທາງ​ແຄມ​ແມ່​ນ້ໍາ​ຂອງ ພ້ອມ​ກັບ​ປະຊາຊົນ​ໃຊ້ ເຮືອພາຍ, ເຮືອຈັກ, ໄມ້​ທ່ອນ, ເພື່ອ​ລອຍ​ຂ້າມ​ແມ່​ນ້ໍາ​ຂອງ​ໄປ ແຂວງ​ນະຄອນ​ພະນົມ (ປະເທດ​ໄທ).

ພວກ​ສັດຕູ​ໄດ້​ໃຊ້​ເຮືອບິນ, ປືນ​ໃຫຍ່, ປືນ​ກົນ​ຈັກ ແລະ ປືນ​ອື່ນໆ​ຍິງ​ໃສ່​ປະຊາຊົນ ແລະ ທະຫານ​ຂອງ​ພວກ​ເຮົາ ທີ່​ພວນ​ຂ້າມ​ແມ່​ນໍ້າ​ຂອງ ຢ່າງ​ໂຫດຮ້າຍ​ສາມານ​ທີ່​ສຸດ, ເຮັດ​ໃຫ້​ພະນັກງານ-ນັກ​ຮົບ ແລະ ປະຊາຊົນ​ຖືກ​ບາດເຈັບ​ລົ້ມ​ຕາຍ​ຢ່າງ​ຫຼວງຫຼາຍ, ເຮືອຈັກ​ທີ່ ປະທານ ພານຸ​ວົງ ແລະ ພະນັກ​ງານ​ຈໍາ​ນວນ​ໜຶ່ງ​ໄດ້​ຖືກ​ເຮືອບິນ​ສັດຕູ​ຍິງ​ຢູ່​ກາງ​ແມ່​ນໍ້າ​ຂອງ, ນັກຮົບ​ປະຕິວັດ​ລາວ​ຜູ້​ໜຶ່ງ ແລະ ຊາວ​ຫວຽດນາມ​ຕ່າງ​ດ້າວ 2 ຄົນ ໄດ້​ເອົາ​ຮ່າງຄີງ​ບັງ​ລູກປືນ​ໃຫ້​ແກ່ ປະທານ ສຸພານຸວົງ ນັ້ນ​ຖືກເສຍ​ສະຫຼະ​ທັນ​ທີ. ທ້າວ ທອງ​ລາຍ “ສາຍຍາ ນັກຮົບໜັງໜຽວ” ຟ້າວ​ລຸກຂຶ້ນ​ຢືນ​ກົງໂກະກວມບັງ ປະທານ ສຸພາ​ນຸ​ວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປ່ິນປົວຢູ່ໂຮງໝໍແຂວງນະຄອນພະນົມ ປະເທດໄທ.

ພາຍຫຼັງພວກລ່າເມືອງຂຶ້ນແບບເກົ່າ ແລະ ລູກແຫຼ້ງຕີນມືຂອງພວກເຂົາຢຶດຕົວເມືອງທ່າແຂກໄດ້ແລ້ວ, ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ; ເຂັ່ນຂ້າ ແ​ມ່ມານ ດ້ວຍ​ການ​ເອົາ​ກະ​ບີ່ແທງ​ທ້ອງ, ຈັບ​ເອົາ​ເດັກນ້ອຍ​ຍັດ​ໃສ່​ກະ​ເປົ່າ​ປ່ານ​ມັດ​ປາກ ແລ້ວ​ຖິ້ມລົງນໍ້າຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາປືນຍິງກວາດໃສ່ຝູງຄົນແລ້ວໂຍນລົງນ້ໍາຂອງ ເຮັດໃຫ້ນໍ້າຂອງຍາມນັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດລວມທັງແມ່ຍິງ ແລະ ເດັກນ້ອຍຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານໂຄງລ່າງຖືກທຳລາຍເປັນຈຳນວນຫຼວງຫຼາຍ; ຄອບຄົວ ຜົວ,ເມຍ ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກໍ່າພ້າ-ກໍ່າພອຍ.

ຍ້ອນການກະທຳທີ່ໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວ ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ.

ຂໍ້ມູນຈາກ: ຄະນະໂຄສະນາອົບຮົມສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments