Monday, September 23, 2024
Homeຂ່າວຕ່າງປະເທດແຮງງານຍີ່ປຸ່ນ ກຽມຮັບຄ່າຈ້າງເພີ່ມສູງສຸດໃນຮອບ 25 ປີ ຮັບມືກັບໄພເງິນເຟີ້

ແຮງງານຍີ່ປຸ່ນ ກຽມຮັບຄ່າຈ້າງເພີ່ມສູງສຸດໃນຮອບ 25 ປີ ຮັບມືກັບໄພເງິນເຟີ້

ສຳນັກ​ຂ່າວຣອຍ​ເຕີ, ບັນດາ​ບໍລິສັດ​ແຖວ​ໜ້າຂອງ​ຍີ່ປຸ່ນຕົກລົງ​ເພີ່ມ​ຄ່າ​ຈ້າງຫລາຍ​ທີ່​ສຸດໃນ​ຮອບ 25 ​ປີ ພາຍຫລັງການ​ເຈລະຈາດ້ານ​ແຮງ​ງານປະຈຳ​ປີປິດ​ລົງ​ແລ້ວ​​ເມື່ອ​ບໍ່​ດົນ​ມາ​ນີ້. ຂະນະ​ທີ່ ທ່ານ ຟູ​ມິ​ໂອ ຄີ​ຊິ​ດາ (Fumio Kishida), ນາຍົກລັດຖະມົນຕີຍີ່ປຸ່ນ ຮຽກຮ້ອງໃຫ້ເພີ່ມເງິນເດືອນເພື່ອຊົດເຊີຍຄ່າຄອງຊີບທີ່ສູງຂຶ້ນ ຫລັງ​ຈາກ​ເງິນ​ເດືອນຂອງ​ແຮງ​ງານ​ໃນ​ປະ​ເທດ ບໍ່​ມີ​ການ​ປັບ​ຂຶ້ນນັບ​ແຕ່ທ້າຍ​ປີ 1990 ອີກ​ທັງ​ ປັດຈຸບັນຍັງ​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ຄ່າ​ສະ​ເລ່ຍຂອງ​ກຸ່ມ​ປະ​ເທດທີ່​ຮັ່ງມີ ​ໃນ​ອົງການ ​ເພື່ອ​ການ​ຮ່ວມ​ມືທາງ​ເສດຖະກິດ ​ແລະ ການ​ພັດທະນາ (OECD).

ດັ່ງນັ້ນ ທ່ານ FumioKishida ຮຽກຮ້ອງໃຫ້ມີ​ການຈ່າຍເງິນຄ່າ​ຈ້າງ​ສູງ​ຂຶ້ນ ​ເນື່ອງ​ຈາກສະກຸນເງິນ​ເຢັນອ່ອນ​ຄ່າ ​ແລະ ລາຄາ​ສິນຄ້າແພງ​ຂຶ້ນຊຸກຍູ້​ໃຫ້​ຕົ້ນທຶນການ​ນຳ​ເຂົ້າ ລວມທັງ​ເຮັດ​ໃຫ້​ອັດຕາ​ເງິນ​ເຟີ້ເພີ່ມ​ຂຶ້ນສູ່​ລະດັບ​ສູງ​ສຸດໃນຮອບ 4 ທົດສະວັດຜ່ານ​ມາ. ນອກ​ນີ້ຍັງ​ຕັ້ງ​ເປົ້າປັບຂຶ້ນ​ຄ່າ​ແຮງ​ງານ ຂັ້ນຕ່ຳ​ທົ່ວ​ປະ​ເທດໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments