Monday, September 23, 2024
Homeຂ່າວຕ່າງປະເທດສປປ ລາວ ຈະຈັດກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ

ສປປ ລາວ ຈະຈັດກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມຂັ້ນສູງຄະນະກຳມາທິການແມ່ຂອງ ສາກົນ (MRC) ແລະ ກອງປະຊຸມສາກົນ MRC ຄັ້ງທີ 4 ຢູ່ນະຄອນຫລວງວຽງຈັນ ​ໃນ​ລະຫວ່າງ ວັນທີ 2–5 ເມສານີ້ ​ໂດຍ​ມີ ບັນດາຜູ້ນຳລັດຖະບານ ທີ່ມາຈາກ 4 ປະເທດ ສະມາຊິກ ລວມມີ: ໄທ, ສປປ ລາວ, ກຳປູເຈຍ ແລະ ສສ ຫວຽດນາມ ພ້ອມ​ທັງບັນດາການນຳທີ່ມາຈາກບັນດາປະເທດຄູ່ເຈລະຈາພ້ອມກັບ ບັນດາຄູ່ຮ່ວມມືພັດທະນາເພື່ອຕີລາຄາ ກ່ຽວກັບ ສະພາບການຮ່ວມມືແມ່ຂອງ ກໍ່ຄືຍົກອອກບັນດາການກຳນົດທິດຍຸດທະສາດ ​ແລະ ​ເພື່ອດຶງດູດການເຂົ້າຮ່ວມ ຂອງບັນດາ ນັກຊ່ຽວຊານພາກພື້ນ ແລະ ທົ່ວໂລກ ທີ່ມາຈາກຫລາຍຂົງເຂດຄື: ນ້ຳ ແລະ ບັນດາແຫລ່ງຊັບພະຍາກອນທຳມະຊາດທີ່ກ່ຽວຂ້ອງ, ພະລັງງານ, ທັນຍາຫານ, ຄົມມະນາຄົມ, ເພື່ອປຶກສາຫາລື ກ່ຽວກັບບັນດາຂໍ້ມູນຂ່າວຫລ້າສຸດ, ບັນດາມາດຕະການປະດິດຄິດສ້າງດີທີ່ສຸດກ່ຽວຂ້ອງເຖິງແມ່ນ້ຳຂອງ ແລະ ບັນດາຂົງເຂດແມ່ນ້ຳອື່ນໆ ອີກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments