Monday, September 23, 2024
Homeຂ່າວການເມືອງທູດລາວ ປະຈຳ ສປ ຈີນ ເປັນເຈົ້າພາບຈັດກອງປະຊຸມຄະນະກຳມາທິການອາຊຽນທີ່ປັກກິ່ງ ປະຈຳປີ 2023 ຄັ້ງທີ I

ທູດລາວ ປະຈຳ ສປ ຈີນ ເປັນເຈົ້າພາບຈັດກອງປະຊຸມຄະນະກຳມາທິການອາຊຽນທີ່ປັກກິ່ງ ປະຈຳປີ 2023 ຄັ້ງທີ I

ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ທີ່ ປັກກິ່ງ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະ ກຳມາການທິການ ອາຊຽນ ທີ່ປັກກິ່ງ ປະຈຳປີ 2023 ຄັ້ງທີ I, ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ, ໃນວັນທີ 16 ມີນາ 2023, ທີ່ ນະຄອນຫລວງ ປັກກິ່ງ.

ກອງປະຊຸມຄັ້ງນີ້ມີແຂກເຂົ້າຮ່ວມຈາກສະຖານທູດປະເທດສະມາຊິກອາຊຽນ 10 ປະເທດທີ່ມີສໍານັກງານຢູ່ ທີ່ ນະຄອນຫລວງ ປັກກິ່ງ, ໃນນັ້ນມີຂັ້ນເອກອັກຄະລັດຖະ ທູດເຂົ້າຮ່ວມ 8 ທ່ານ ແລະ ຂັ້ນຮອງຫົວຫນ້າສຳນັກງານ ເຂົ້າຮ່ວມ 2 ທ່ານ, ໃນກອງປະຊຸມດັ່ງກ່າວໄດ້ມີການສົນທະ ນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບບັນດາຜົນສຳເລັດຂອງກອງ ປະຊຸມອາຊຽນ ແລະ ກອງປະ ຊຸມປິ່ນອ້ອມຕ່າງໆ, ພ້ອມກັບມີການລາຍງານຈາກບັນດາປະເທດສະມາຊິກກ່ຽວກັບຜົນຂອງການຮ່ວມມືສອງຝ່າຍ, ລາຍງານຫມາກຜົນການຢ້ຽມຢາມສອງຝ່າຍຂອງການນຳຂັ້ນສູງຂອງອາຊຽນ ແລະ ຈີນ ແລະ ສົນທະນາບັນຫາສະພາບການຕ່າງໆ ຂອງໂລກ.

ຫລັງຈາກສຳເລັດກອງປະຊຸມແລ້ວ, ເອກອັກຄະລັດຖະທູດລາວ ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ເຊື້ອເຊີນ ພະນະທ່ານ ຫູສຽວຫລີ ຄະນະປະຈຳສະພາ, ຮອງເລຂາ ທິການ, ກຳມະການຂອງຄະນະກຳມາທິການວຽກງານການຕ່າງ ປະເທດ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄຫມ ທີ 14 ແລະ ຄະນະ ເຂົ້າຮ່ວມເປັນແຂກກິດຕິມະສັກ ຕາງຫນ້າ ໃຫ້ແກ່ຝ່າຍຈີນ ແລະ ໄດ້ສົນທະນາແລກປ່ຽນກັນລະຫວ່າງບັນດາທຸຕານຸທູດອາຊຽນ ແລະ ຄະນະຂອງສະພາຜູ້ແທນ ປະຊາຊົນທົ່ວປະເທດຈີນ ກ່ຽວກັບຜົນສຳເລັດກອງປະຊຸມຄັ້ງທີ1ຂອງສະພາເປິກສາເມືອງປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມຄັ້ງທີ1ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຊື່ງຫາກໍ່ປິດລົງຢ່າງເປັນທາງການໃນວັນທີ 13 ມີນາ 2023 ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments