Monday, September 23, 2024
Homeທຸລະກິດກຽມຈັດງານວາງສະແດງ ສິນຄ້າເຟີນິເຈີວຽງຈັນຄັ້ງທີ 7 ປະຈຳປີ 2023

ກຽມຈັດງານວາງສະແດງ ສິນຄ້າເຟີນິເຈີວຽງຈັນຄັ້ງທີ 7 ປະຈຳປີ 2023

ງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 7 ປະຈໍາປີ 2023 ຈະຈັດຂຶ້ນໃນລະຫວ່າງວັນທີ 18 – 26 ມີນາ 2023 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງ ຈັນ ໂດຍມີບັນດາຜູ້ປະກອບການໃນຂອບເຂດທົ່ວປະເທດນຳສິນຄ້າເຟີນິເຈີສວຍງາມຫຼາກຫຼາຍຮູບຫຼາຍຊົງເຂົ້າຮ່ວມວາງສະແດງ 120 ຫ້ອງ ທີ່ຢູ່ພາຍໃນນະຄອນຫຼວງວຽງຈັນ, ມາຈາກຕ່າງແຂວງ ແລະ ພິເສດຍັງມີສິນຄ້າໂອດັອບນຳອີກ.

ສະມາຄົມເຟີນິເຈີລາວ ເປີດເຜີຍວ່າ: ການຈັດງານຄັ້ງນີ້ກໍເພື່ອປະຕິບັດຕາມທິດນະໂຍບາຍໃນການສົ່ງເສີມການຜະ ລິດເຄື່ອງເຟີນິເຈີໄມ້ລາວ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດຕະພັນເຟີນິເຈີໄມ້ລາວຫຼາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະ ຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອກ້າວເຂົ້າສູ່ການສ້າງຕະຫນ່າງວາງສະແດງ ແລະ ຂາຍສິນຄ້າເຟີນິເຈີກັບພາກພື້ນ ແລະ ສາກົນໃນອານາຄົດ.

ສຳລັບງານວາງສະແດງຄັ້ງນີ້ ຜູ້ປະກອບການໂດຍສະ ເພາະບັນດາໂຮງງານເຟີນິເຈີ ໂຮງງານປຸງແຕ່ງໄມ້ສຳເລັດຮູບ ໄດ້ນຳຜະລິດຕະພັນເຄື່ອງເຟີນິເຈີທີ່ເຮັດດ້ວຍໄມ້, ຫວາຍ, ໄມ້ປ່ອງ; ຜະລິດຕະພັນຫັດຖະກຳ, ເຄື່ອງແກະສະຫຼັກ ຕະຫຼອດຮອດວັດສະດຸເສດເຫຼືອຕ່າງທີ່ເຮັດເປັນເຄື່ອງເຟີນິເຈີເຂົ້າຮ່ວມວາງສະແດງ, ນອກຈາກນັ້ນພາຍໃນງານຍັງຈະມີການສາທິດການຜະລິດເຄື່ອງເຟີນິເຈີ, ແກະສະຫຼັກໄມ້; ການຈົກສະຫຼາກຊິງລາງວັນ ແລະ ການສະ ແດງສິນລະປະດົນຕີ.

ທັງນີ້ ທາງສະມາຄົມເຟີນິເຈີລາວ ຍັງໄດ້ເຊີນຊວນໃຫ້ພໍ່ແມ່ປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ເຂົ້້າທ່ຽວຊົມ ແລະ ເລືອກຈັບຈ່າຍຊື້-ຂາຍສິນຄ້າເຟີນິເຈີພາຍ ໃນງານດັ່ງກ່າວນີ້ໄດ້ ທັງນີ້ກໍເພື່ອເປັນການຊຸກຍູ້ສົ່ງເສີມທຸລະກິດ ກໍຄືສິນຄ້າພາຍໃນທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວ ທັງເປັນການສ້າງຄວາມເຂັ້ມແຂງແກ່ສະພາບເສດຖະກິດ-ການເງິນຂອງປະເທດເຮົານຳອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments