Sunday, September 22, 2024
Homeຂ່າວການເມືອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເປັນວັນທີ່ມີຄວາມໝາຍຄວາມສຳຄັນ

ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເປັນວັນທີ່ມີຄວາມໝາຍຄວາມສຳຄັນ

ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ ໄດ້ເຮັດໃຫ້ ປະເທດເຮົາມີການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະການນຳພາ-ຊີ້ນຳຂອງໜ່ວຍພັກສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວຕະຫຼອດໃນໄລຍະທີ່ຜ່ານມາແມ່ນໄດ້ເອົາໃຈໃສຢ່າງຕັ້ງໜ້າໃນການນຳພາ-ຊີ້ນຳວຽກງານວິຊາສະເພາະໃນການບໍລິຈາກເລືອດໄດ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂື້ນເລື້ອຍໆ ອັນໄດ້ເຮັດໃຫ້ວຽກງານປຸກລະດົມບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງຄົນເຈັບ ຫຼື ຜູ້ມີຄວາມຕ້ອງການເລືອດໄດ້ຮັບການຊ່ວຍເຫຼືອໄດ້ຢ່າງທັນການ.​

ສະຫາຍ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ ໂດຍສະເພາະໃນຂົງເຂດວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດໃນຂອບເຂດທົ່ວປະເທດ ແມ່ນໄດ້ເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຂື້ນເລື້ອຍໆ ໂດຍສະເພາະໄດ້ປະກອບສ່ວນ ໃນການປຸກລະດົມບໍລິຈາກເລືອດຊ່ວຍຊີວິດຂອງຄົນເຈັບ ຫຼື ຜູ້ມີຄວາມຕ້ອງການເລືອດໄດ້ຮັບການຊ່ວຍເຫຼືອ ຊຶ່ງເປົ້າໝາຍຂອງພວກເຮົາແມ່ນມີຄວາມຕ້ອງການເລືືອດເພີ່ມຂຶ້ນໃນແຕ່ລະປີ.

ສຳລັບປີ 2023 ນີ້ ໄດ້ຕັ້ງເປົ້າໄວໃຫ້ໄດ້ 73 ພັນຖົງ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ເນື່ອງໃນໂອກາດວັນສ້າງຕັ້ງພັກປີນີ້ພວກເຮົາ ກໍໄດ້ມີກິດຈະກຳຫຼາຍຢ່າງ ໃນການປຸກລະດົມມວນຊົນເຂົ້າມາມີສ່ວນຮ່ວມໃນການບໍລິຈາກເລືອດໃຫ້ຫຼາຍຂຶ້ນ ແນໃສ່ເພື່ອໃຫ້ໄດ້ເລືອດແຮໄວ້ເພື່ອຊ່ວຍເຫຼືອຄົນເຈັບທີ່ກຳລັງນອນປິ່ນປົວຢູ່ຕາມໂຮງໝໍຕ່າງໆ.

ສະຫາຍ ຫົວໜ້າສະຖາບັນເລືອດແຫ່ງຊາດ ກ່າວຕື່ມວ່າ: ວັນສ້າງຕັ້ງພັກເປັນວັນທີ່ມີຄວາມໝາຍຄວາມສຳຄັນຫຼາຍເພາະວ່າພັກປະຊາຊົນ ປະຕິວັດລາວ ເປັນແກນນຳໃນການນຳພາ-ຊີ້ນຳທຸກການປະຕິວັດລາວ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ ສະນັ້ນການລະນຶກເຖິງມູນເຊື້ອການນຳພາຂອງພັກ ເປັນສິ່ງທີ່ສຳຄັນຫຼາຍ ແລະ ມີຄວາມສຳຄັນທີ່ສຸດ.

ສຳລັບການນຳພາ-ຊີ້ນຳຂອງໜ່ວຍພັກ ສະຖາບັນເລືອດແຫ່ງຊາດ ຊຶ່ງໜ່ວຍພັກພວກເຮົາແມ່ນຂຶ້ນກັບ ຄະນະພັກຮາກຖານອົງການກາແດງແຫ່ງຊາດລາວ ປັດຈຸບັນມີສະມາ ຊິກ 18 ສະຫາຍ ໃນໄລຍະຜ່ານມາຄະນະພັກ ພ້ອມດ້ວຍສະມາຊິກແມ່ນໄດ້ເປັນເຈົ້າການໃນການ ນຳພາ-ຊີ້ນຳ ໃນການປຸກລະດົມບໍລິຈາກເລືອດ, ການກວດວິເຄາະ, ການເກັບຮັກສາເລືຶອດ ແລະ ການເກັບຮັກສາຄຸນນະພາບຂອງເລືອດ,ໃນນັ້ນສະມາຊິກພັກພວກເຮົາຍັງເປັນຜູ້ພັກດັນໃນການນຳພາ-ຊີ້ນຳພະນັກງານ ແລະ ສາມອົງການຈັດຕັ້ງມະຊົນໃນການປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ແລະ ໃນປີ 2022 ຜ່ານມາແມ່ນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ສະແດງໃຫ້ເຫັນວ່າໜ່ວຍພັກສະຖາບັນເລືອດແຫ່ງຊາດ ເປັນໜ່ວຍພັກທີ່ມີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ການເມືອງຂອງພັກທີ່ວາງໄວ້, ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົຍຮອບ 68 ປີ ສະຫາຍ ຈັນທະລາ ສຸກສາຄອນ ໄດ້ຕາງໜ້າໃຫ້ຄະນະພັກ, ພະນັກງານ ສະມາຊິກພັກ ສະຖາບັນເລືອດແຫ່ງຊາດ ສະແດງຄວາມຮູ້ບຸນຄຸນຕໍ່ ຜູ້ນຳພັກ-ລັດ ແລະ ອວຍພອນໄຊອັນປະເສີດໃຫ້ການນຳພັກ-ລັດແຕ່ລະຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດ ແລະ ຄອບຄົວ ສືບຕໍ່ນຳພາ-ຊີ້ນຳໃນແຕ່ລະຂົງເຂດວຽກງານໃຫ້ມີການພັດທະນາດີຂຶ້ນເລື້ອຍໆ ແລະ ນຳພາປະເທດຊາດກ້າວຂື້ນສູ່ຄວາມສີວິໄລຢ່າງບໍ່ຢຸດຢັ້ງ.

ໂດຍ: ສຳນານ ພົມພັກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments