Sunday, September 22, 2024
Homeຂ່າວການເມືອງຄວາມຮູ້ສຶກຂອງ ຮອງ​ເຈົ້າ​ແຂວງຫຼວງ​ພະ​ບາງ ຕໍ່​ວັນ​ສ້າງ​ຕັ້ງ​ພັກ ປະ​ຊາ​ຊົນ ​ປະ​ຕິ​ວັດ​ລາວ ຄົບ​ຮອບ 68 ປີ

ຄວາມຮູ້ສຶກຂອງ ຮອງ​ເຈົ້າ​ແຂວງຫຼວງ​ພະ​ບາງ ຕໍ່​ວັນ​ສ້າງ​ຕັ້ງ​ພັກ ປະ​ຊາ​ຊົນ ​ປະ​ຕິ​ວັດ​ລາວ ຄົບ​ຮອບ 68 ປີ

ເນື່ອງໃນໂອກາດ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023) ສະ​ຫາຍ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຕໍ່​ວັນ​ດັ່ງ​ກ່າວ​ວ່າ: ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ແລະ ພາກພູມໃຈ ເປັນຢ່າງຍິງ ທີ່ມີ ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຖືຄັນທຸງປະຕິວັດ ນໍາພາປວງຊົນ ລາວທັງຊາດ ນັບແຕ່ໄລຍະການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາຢ່າງມີໝາກຜົນເປັນແຕ່ລະໄລຍະ.

ຕະຫຼອດ 68 ປີ ພາຍໃຕ້ ການນໍາພາອັນຖືກຕ້ອງຂອງພັກ ເສີມຂະຫຍາຍກໍາລັງແຮງສັງລວມຂອງຊາດ, ຂອງຍຸກສະໄໝ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະຄັ້ງບັນລຸຄາດໝາຍ ຊຶ່ງໄດ້ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ເພື່ອນມິດສາກົນ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນຄວາມມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ວັດທະນະທໍາ-ສັງຄົມ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໄດ້ຮັບການປົວແປງດີຂຶ້ນເປັນລໍາດັບ, ບົດບາດອິດທິພົນຂອງ ສປປ ລາວ ຕໍ່ພາກພື້ນ ແລະ ສາກົນນັບມື້ນັບພົ້ນເດັ່ນຂຶ້ນ. ເວົ້າສະເພາະແຂວງຫຼວງພວກເຮົາ ພາຍໃຕ້ການນໍາພາຂອງພັກ ແຂວງໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍດ້ານ, ພື້ນຖານເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະໄວພໍສົມຄວນ, ໂຄງປະກອບເສດຖະກິດໄດ້ຫັນໄປຕາມທິດອຸດສາຫະກໍາ-ການທ່ອງທ່ຽວ ແລະ ການບໍລິການເທື່ອລະກ້າວ, ພວກເຮົາຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງຕິດພັນກັບ ການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ. ມູນເຊື້ອວັດທະນະທໍາຮີດຄອງປະເພນີເອກະລັກຂອງຊາດ, ຂອງເຜົ່າໄດ້ຮັບການອະນຸລັກຮັກສາ, ສົ່ງເສີມໃຫ້ຄົງຄຸນຄ່າ; ວຽກງານມໍລະດົກໂລກໄດ້ຮັບການປົກປັກຮັກສາໃຫ້ຍືນຍົງ.

ການຈັດຕັ້ງພັກແຕ່ລະຂັ້ນໄດ້ຮັບການປັບປຸງ, ສືບຕໍ່ສ້າງໜ່ວຍພັກປອດໃສ,​ ເຂັ້ມແຂງ, ໜັກແໜ້ນ ໂດຍເນັ້ນຄຸນນະພາບ ແລະ ຂະຫຍາຍຕົວ, ພະນັກງານ-ສະມາຊິກພັກໄດ້ຮັບການບໍາລຸງ, ຍົກລະດັບ, ກໍ່ສ້າງພາຍໃນ ແລະ ຕ່າງປະເທດ, ນັບທັງການສົ່ງລົງກໍ່ສ້າງຢູ່ຮາກຖານ, ໄດ້ສໍາເລັດການປັບປຸງປົວແປງພາຍໃນ, ຍົກສູງດ້ານຄຸນນະພາບ ແລະ ແບບແຜນວິທີເຮັດວຽກຂອງ ຄະນະພັກແຕ່ລະຂັ້ນ; ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັບຮົບເກົ່າແຕ່ລະຂັ້ນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເປັນໃຈກາງໃນການສຶກສາອົບຮົມ, ປຸກລະດົມ ແລະ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນ, ຊັ້ນຄົນ ບັນດາເຜົ່າ ພາຍໃນແຂວງ ໃຫ້ເປັນປຶກແຜ່ນ ແໜ້ນໜາ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍຄືການຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງເຜົ່າ; ແຕ່ລະອົງການຈັດຕັ້ງມະຫາຊົນກໍໄດ້ຕັ້ງໜ້າປະຕິບັດຂໍ້ແຂ່ງຂັນຂອງຕົນ ຊຶ່ງສາມາດປະກາດມອບ-ຮັບນາມມະຍົດ ຂອງແຕ່ລະອົງການຈັດຕັ້ງນັບມື້ເພີ່ມຂຶ້ນ.

ບັນດາຜົນສໍາເລັດຕະຫຼອດໄລຍະ 68 ປີ ຜ່ານມານັ້ນ, ແມ່ນລວມຍອດແຫ່ງສະຕິປັນຍາ, ກໍາລັງວັງຊາຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໄສຂອງພັກ; ໃນໂອກາດອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດນີ້, ຂ້າພະເຈົ້າຕາງໜ້າຄະນະພັກ, ອົງການ ປົກຄອງແຂວງ ຂໍສະແດງຄວາມຍ້ອງຍໍສັນລະເສີນພີ່ນ້ອງຮ່ວມຊາດທຸກເຜົ່າ, ທຸກຊັ້ນຄົນ, ເພດ-ໄວ ແລະ ທຸກສາຂາອາຊີບໃນທົ່ວປະເທດ ທີ່ໄດ້ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສາມັກຄີເປັນອັນໜຶ່ງອັນດຽວກັນ ຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ອຸທິດສະຕິປັນຍາ, ກໍາລັງວັງຊາ, ທຶນຮອນ ຕະຫຼອດເຖິງຄວາມເສຍສະຫຼະທຸກສິ່ງທຸກຢ່າງເພື່ອຜົນປະໂຫຍດ ແລະ ໄຊຊະນະ ຂອງພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດອັນແສນຮັກຂອງພວກເຮົາ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ-ລັດ ແລະ ປະຊາຊົນລາວ, ບັນດາປະເທດອ້າຍນ້ອງ, ເພື່ອນມິດຜູ້ຢູ່ໃກ້ ແລະ ໄກໃນທົ່ວໂລກກໍຄືອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນລ້ໍາຄ່າແກ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືແຂວງຫຼວງພະບາງ ຕະຫຼອດມາ. ປະກອບສ່ວນຕາມຄວາມສາມາດຮ່ວມກັບພີ່ນ້ອງຮ່ວມຊາດໃນການພັດທະນາປິຕຸພູມຂອງຕົນ. ຂໍຊົມເຊີຍຊາວຕ່າງດ້າວທີ່ດໍາລົງຊີວິດ ຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາ ປະເທດຊາດ ກໍຄືແຂວງຫຼວງພະບາງ ແລະ ຈົ່ງເພີ່ມທະວີຄວາມສາມັກຄີມິດຕະພາບກັບປະຊາຊົນ ລາວຂອງພວກເຮົາ ນັບມື້ນັບແໜ້ນແຟ້ນກວ່າເກົ່າ.

“ພັກປະຊາຊົນປະຕິວັດລາວ ຈົ່ງໝັ້ນຄົງຂະໜົງແກ່ນ ນໍາພາປະເທດຊາດກ້າວຂື້ນຢ່າງບໍ່ຢຸດຢັ້ງ”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments