Sunday, September 22, 2024
Homeຂ່າວຕ່າງປະເທດອັດຕາເງິນເຟີ້ໃນບັງກລາເທດ ເພີ່ມຂຶ້ນ 8,78% ໃນເດືອນຜ່ານມາ

ອັດຕາເງິນເຟີ້ໃນບັງກລາເທດ ເພີ່ມຂຶ້ນ 8,78% ໃນເດືອນຜ່ານມາ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ໂດຍອີງຕາມຂໍ້ມູນທາງການຂອງບັງກລາເທດ ລະບຸວ່າ: ອັດຕາເງິນເຟີ້ຂອງບັງກລາເທດເພີ່ມຂຶ້ນ 8,78% ໃນເດືອນກຸມພາ ຊຶ່ງເປັນຜົນມາຈາກລາຄາອາຫານ ແລະ ສິ່ງທີ່ບໍ່ແມ່ນອາຫານ ເພີ່ມຂຶ້ນ 8,57% ໃນເດືອນມັງກອນ. ອັດຕາເງິນເຟີ້ຂອງອາຫານ ເພີ່ມຂຶ້ນ 7,41% ໃນເດືອນມັງກອນ ເປັນ 7,98% ໃນເດືອນກຸມພາ ສ່ວນອັດຕາເງິນເຟີ້ຂອງສິນຄ້າທີ່ບໍ່ແມ່ນອາຫານ ເພີ່ມຂຶ້ນ 9,48% ໃນເດືອນມັງກອນເປັນ 9,61% ໃນເດືອນກຸມພາ. ທັງນີ້, ເອກະສານສະເໜີງົບປະມານລະບຸວ່າ ບັງກລາເທດຕັ້ງເປົ້າໝາຍອັດຕາເງິນເຟີ້ສະເລ່ຍໄວ້ທີ່ 5,6% ໃນສົກປີງົບປະມານໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments