Sunday, September 22, 2024
Homeຂ່າວພາຍໃນຝຶກອົບຮົມຍົກລະດັບຄວາມຮູ້ການນຳໃຊ້ຄູ່ມືການຂຽນຄຳຕັດສິນຄະດີແພ່ງ

ຝຶກອົບຮົມຍົກລະດັບຄວາມຮູ້ການນຳໃຊ້ຄູ່ມືການຂຽນຄຳຕັດສິນຄະດີແພ່ງ

ໃນວັນທີ 16 ມີນາ ນີ້ ທີ່ສານປະຊາຊົນສູງສຸດ ໄດ້ຈັດຝຶກອົບຮົມຍົກລະດັບຄວາມຮູ້ການນຳໃຊ້ຄູ່ມືການ ຂຽນຄຳຕັດສິນຄະດີແພ່ງ ໃຫ້ຜູ້ພິພາກສາຂອງສານ ພາຍໃນນະຄອນຫຼວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ທ່ານ ສະວາອິ ຮິໂຣຊິ ຊ່ຽວຊານປະຈໍາໂຄງການ ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານພິພາກສາເຂົ້າຮ່ວມ.

ທ່ານ ບຸນຂວາງ ທະວີສັກ ໄດ້ກ່າວຈຸດປະສົງຂອງການຝຶກອົບຮົມຄັ້ງນີ້: ແມ່ນເພື່ອຍົກສູງຄຸນນະພາບການຂຽນຄໍາຕັດສິນໃຫ້ຜູ້ພິພາກສາ ແນໃສ່ເຕັກນິກ ແລະ ວິທີໃນການຂຽນ ຄໍາຕັດສິນຄະດີແພ່ງ ໃຫ້ປະຊາຊົນສາມາດອ່ານ ແລະ ເຂົ້າໃຈຄໍາຕັດສິນໄດ້ງ່າຍ. ສຸມໃສ່ການລົງຄໍາວິນິດໃສ ບັນຫາຕ່າງໆຂອງຄູ່ຄວາມ, ການກໍານົດ ແລະ ນໍາໃຊ້ບັນດາກົດ ໝາຍທີ່ກ່ຽວຂ້ອງລົງໃນຄໍາຕັດສິນໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ເພື່ອຮັບປະກັນໃຫ້ຄໍາຕັດສິນຂອງສານມີຜົນສັກສິດ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້, ເພື່ອແລກປ່ຽນບົດຮຽນໃນການດໍາເນີນຄະດີຂອງບັນດາຜູ້ພິພາກສາ ທີ່ພິຈາລະນາຄະດີເປັນຂັ້ນຕົ້ນຢູ່ສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ ພາຍໃນນະຄອນຫຼວງວຽງຈັນ ແລະ ເພື່ອຮັບຟັງທິດຊີ້ນຳທາງດ້ານວິຊາການຈາກ ຄະນະນໍາຂອງ ສານປະຊາຊົນສູງສຸດ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດທາງດ້ານວິຊາການ.

ໃນການຝຶກອົບຮົມໃນຄັ້ງນີ້: ປະກອບມີຫຼາຍຫົວຂໍ້ທີ່ສຳຄັນດັ່ງລຸ່ມນີ້: ຫົວຂໍ້ ການຂຽນຄຳຕັດສິນຄະດີແພ່ງ, ຄວາມເປັນມາຂອງການຄົ້ນຄວ້າ ແລະ ພາບລວມຂອງປຶ້ມຄູ່ມື, ຄວາມຮູ້ທົ່ວໄປໃນການຂຽນຄຳຕັດສິນຄະດີແພ່ງ ແລະ ວິທີຂຽນພາກສະເໜີ, ວິທີການຂຽນເນື້ອຄະດີໃນການຕັດສິນຄະດີແພ່ງ, ວິທີການວິນິດໄສ, ວິທີການຂຽນຄຳຕັດສິນໃນການຕັດສິນຄະດີແພ່ງ, ຄຳຕັດສິນຕົວແບບ (1) ກໍລະນີມີບຸກຄົນທີສາມຝ່າຍໂຈດ ກ່ຽວກັບເລື່ອງທວງໃຫ້ລຶບລ້າງການຈົດທະບຽນທີ່ດິນ, ຄຳຕັດສິນຕົວແບບທີ່ (2) ກໍລະນີຕັດສິນລັບຫຼັງຈຳເລີຍ ກ່ຽວກັບເລື່ອງ ທວງເອົາເງິນຄືນຈາກການໃຊ້ແທນໜີ້ສິນ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ ສົນທະນາແລກປ່ຽນ ບົດຮຽນ ຮ່ວມກັນ ຕື່ມອີກ.

ຊຸດຝຶກອົບຮົມຄັ້ງນີ້ຈັດໂດຍ: ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ແລະ ໄດ້ຮັບການສະໜັບສະໜູນໂດຍ: ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ (J-ROL).

(ຂ່າວ-ພາບ: ອານຸສັກ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments