Monday, September 23, 2024
Homeຂ່າວຕ່າງປະເທດທູດຍີ່ປຸ່ນ ຈັດງານລ້ຽງສົ່ງນັກສຶກສາລາວ ທີ່ຈະໄປສຶກສາຢູ່ປະເທດຍີ່ປຸ່ນ

ທູດຍີ່ປຸ່ນ ຈັດງານລ້ຽງສົ່ງນັກສຶກສາລາວ ທີ່ຈະໄປສຶກສາຢູ່ປະເທດຍີ່ປຸ່ນ

ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຈັດພິທີລ້ຽງສົ່ງ ນັກສຶກສາລາວ ຈຳນວນ 25ຄົນ ທີ່ກຳລັງກຽມຕົວຈະເດີນທາງໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ພາຍໃຕ້ທຶນການສຶກສາຂອງກະຊວງສຶກສາທິການຍີ່ປຸ່ນ ຫລື MEXT ໂດຍມີ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງ ແລະ ອະດີດນັກສຶກສາລາວ ທີ່ກັບມາຈາກຍີ່ປຸ່ນ ເຂົ້າຮ່ວມງານລ້ຽງ.

ໂອກາດນີ້, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້, ພ້ອມທັງສະເໜີໃຫ້ບັນດານັກສຶກສາໄປຢ້ຽມຢາມສະຖານທີ່ຕ່າງໆຂອງປະເທດຍີ່ປຸ່ນ ແລະ ພົບປະແລກປ່ຽນກັບຄົນຍີ່ປຸ່ນ, ພ້ອມແນະນຳສະຖານທີ່ທຳມະຊາດທີ່ສວຍງາມ ແລະ ວັດທະນາທຳທີ່ອຸດົມສົມບູນຂອງປະເທດລາວ. ພ້ອມນັ້ນ, ທ່ານທູດ ຍັງເນັ້ນໃຫ້ນັກສຶກສາທຸກຄົນ ສືບສານບົດບາດການເປັນຂົວຕໍ່ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນເວລາທີ່ສໍາເລັດການສຶກສາກັບມາ. ໃນໄລຍະ 30 ປີ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ຮັບເອົານັກສຶກສາລາວໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ຫລາຍກວ່າ 1.000 ຄົນ ໃນຫລາຍໂຄງການທຶນການສຶກສາ, ເຊິ່ງບັນດານັກສຶກສາຊຸດໃໝ່ນີ້ ໄດ້ຜ່ານການສອບເສັງຄັດເລືອກ ໂດຍສະຖານທູດຍີ່ປຸ່ນ ແລະ MEXT. ພ້ອມທັງຫວັງວ່າທຸກຄົນຈະສາມາດເຂົ້າຮຽນ ໃນຫລັກສູດຕາມຄາດໝາຍຂອງຕົນ ທັງລະດັບປະລິນຍາໂທ, ປະລິນຍາຕີ, ຫລັກສູດຊັ້ນສູງເຕັກໂນໂລຊີ ແລະ ຫລັກສູດຊັ້ນສູງທົ່ວໄປ.

ໃນໂອກາດດຽວກັນນີ້, ຜູ້ໄດ້ຕາງໜ້າໃຫ້ນັກສຶກສາລາວ ທີ່ຈະເດີນທາງໄປສຶກສາຕໍ່ຢູ່ຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈການຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ ທີ່ໄດ້ສະໜອງທຶນການສຶກສາ ໃຫ້ໃນຄັ້ງນີ້, ພ້ອມທັງປະຕິຍານຕົນວ່າ ຈະຕັ້ງໃຈ ແລະ ສຸມທຸກເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃສ່ການສຶກສາຄົ້ນຄວ້າ ທີ່ປະເທດຍີ່ປຸ່ນ ຢ່າງມີຜົນສຳເລັດ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments