Monday, September 23, 2024
Homeຂ່າວຕ່າງປະເທດຈີນ ຈະທົດລອງການໄປທ່ຽວຕ່າງປະເທດແບບເປັນກຸ່ມ

ຈີນ ຈະທົດລອງການໄປທ່ຽວຕ່າງປະເທດແບບເປັນກຸ່ມ

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 14 ມີນາ ຜ່ານມາ, ທ່ານ ວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວວ່າ: ຫວ່າງບໍ່ດົນມານີ້, ຈີນໄດ້ທົດລອງຟື້ນຟູການອອກໄປທ່ຽວຕ່າງປະເທດແບບເປັນກຸ່ມສຳລັບພົນລະເມືອງຈີນຈຳນວນໜຶ່ງ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ. ສະພາບການແຜ່ລະບາດຂອງພະຍາດຢູ່ຈີນໄດ້ຮັກສາທ່ວງທ່າຢ່າງໝັ້ນທ່ຽງ, ຄວາມຕ້ອງການດ້ານການທ່ອງທ່ຽວຢູ່ຕ່າງປະເທດຂອງມວນຊົນໄດ້ເພີ່ມຂຶ້ນ, ຫຼາຍປະເທດຄອງຄອຍນັກທ່ອງທ່ຽວຈີນເດີນທາງໄປທ່ອງທ່ຽວ.

ທ່ານ ວ່າງເວີນປີ່ນ ກ່າວຕື່ມວ່າ: ກ່ຽວກັບເລື່ອງນີ້, ຈີນໄດ້ຕົກລົງ ນັບແຕ່ວັນທີ 15 ມີນາເປັນຕົ້ນໄປຈະເປີດກວ້າງຂອບເຂດການທົດລອງການອອກໄປທ່ຽວຕ່າງປະເທດແບບເປັນກຸ່ມສຳລັບພົນລະເມືອງຈີນ, ສ້າງເງື່ອນໄຂທີ່ດີຢ່າງຕໍ່ເນື່ອງໃຫ້ແກ່ການອອກໄປທ່ຽວຢູ່ຕ່າງປະເທດ. ພາກສ່ວນຄຸ້ມຄອງຈະສືບຕໍ່ຊີ້ນຳໃຫ້ວິສາຫະກິດການທ່ອງທ່ຽວຈັດຕັ້ງປະຕິບັດຢ່າງລະອຽດ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments