Monday, September 23, 2024
Homeຂ່າວຕ່າງປະເທດເດືອນຜ່ານມາອັດຕາການວ່າງງານ ສ ເກົາຫຼີ ເພີ່ມຂຶ້ນ

ເດືອນຜ່ານມາອັດຕາການວ່າງງານ ສ ເກົາຫຼີ ເພີ່ມຂຶ້ນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານຈຳນວນຜູ້ທີ່ຍື່ນຂໍຮັບສະຫວັດດີການໆວ່າງງານ (Jobless claims) ຂອງ ສ ເກົາຫຼີ ເພີ່ມລະດັບເລກສອງຫຼັກ ທ່າມກາງຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບພາວະເສດຖະກິດທີ່ຕົກຕ່ຳ.

ກະຊວງແຮງງານ ແລະ ການຈ້າງງານຂອງ ສ ເກົາຫຼີ ໄດ້ເປີດເຜີຍວ່າ: ຈຳນວນຜູ້ແຈ້ງເຈດຕະນາ ເພື່ອຂໍຮັບສິດທິປະໂຫຍດທົດແທນການວ່າງງານຢູ່ທີ່ 108.000 ຄົນໃນເດືອນກຸມພາ ເພີ່ມຂຶ້ນ 14% ຈາກປີຜ່ານມາ ໂດຍແຈ້ງເຈດຕະນາຂໍຮັບສິດທິປະໂຫຍດສ່ວນໃຫຍ່ເພີ່ມຂຶ້ນໃນອຸດສາຫະກຳການຜະລິດ, ການກໍ່ສ້າງ, ການຂາຍສົ່ງ ແລະ ຂາຍຍ່ອຍ. ໂຕເລກດັ່ງກ່າວປັບຕົວເພີ່ມຂຶ້ນໃນປີນີ້ຈາກຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບການຫົດຕົວຂອງເສດຖະກິດໃນປະເທດ ຊຶ່ງໄດ້ຮັບແຮງໜູນຈາກການສົ່ງອອກທີ່ຫຼຸດລົງຢ່າງຕໍ່ເນື່ອງ ແລະ ການປັບຂຶ້ນອັດຕາດອກເບ້ຍ. ລັດຖະບານ ສ ເກົາຫຼີ ເປັນຜູ້ສະ ເໜີຂໍສິດທິປະໂຫຍດທົດແທນການວ່າງງານດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ວ່າງງານໃນການຫາວຽກເຮັດງານທຳ ແລະ ຮັບສິດທິປະໂຫຍດຈາກການວ່າງງານ ໂດຍໄດ້ຮັບການສະໜັບສະໜູນເງິນຈາກກອງທຶນປະກັນການຈ້າງງານຂອງລັດ.

ຈຳນວນຜູ້ທີ່ໄດ້ຮັບສິດທິປະໂຫຍດມີຈຳນວນທັງໝົດ 618.000 ຄົນ ໃນເດືອນກຸມພາຜ່ານມາ ເພີ່ມຂຶ້ນ 1,8% ຈາກປີ 2022. ທັງນີ້, ການຈ່າຍເງິນຄ່າສິດທິປະໂຫຍດທົດແທນການວ່າງງານທັງ ໝົດ ເພີ່ມຂຶ້ນ 0,9% ຢູ່ທີ່ 8,86 ແສນລ້ານວອນ ໃນເດືອນຜ່ານມາ ຂະນະທີ່ການຈ່າຍເງິນຕໍ່ຫົວຄົນຫຼຸດລົງ 0,9% ເຫຼືອຢູ່ປະມານ 1,43 ລ້ານວອນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments