Monday, September 23, 2024
Homeຂ່າວການເມືອງໜ່ວຍພັກພະແນກການເມືອງ ກອງພັນໃຫຍ່ 661 ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ

ໜ່ວຍພັກພະແນກການເມືອງ ກອງພັນໃຫຍ່ 661 ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ

ໃນຕະຫຼອດໄລຍະ 5 ປີ ຜ່ານມາ ໜ່ວຍພັກພະແນກການເມືອງ ກອງພັນໃຫຍ່ 661 ມີບົດບາດໜ້າທີ່ໃນການຊີ້ນຳ-ນຳພາກົມກອງເຄື່ອນໄຫວເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ປັບປຸງກໍ່ສ້າງກົມກອງຢ່າງຮອບດ້ານ ຕາມເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຮັດໃຫ້ກົມກອງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງທີ່ພັກ ແລະ ປະເທດຊາດມອບໝາຍໃຫ້, ເຮັດໃຫ້ກົງຈັກການຈັດຕັ້ງພັກມີການເຕີບໃຫຍ່ຂະຫຍາຍຕົວດ້ວຍບາດກ້າວທີ່ຕັ້ງໜ້າ, ການກໍ່ສ້າງພະນັກງານ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ, ນ້ຳໃຈຮັບໃຊ້ປະຊາຊົນ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ເລຂາໜ່ວຍພັກ ພະແນກການເມືອງ ກອງພັນໃຫຍ່ 661 ໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ໜ່ວຍພັກພະແນກການເມືອງ ກອງພັນໃຫຍ່ 661 ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບດ້ວຍຫຼາຍວິທີຢ່າງເປັນລະບົບຕໍ່ເນື່ອງ, ຕິດພັນກັບການເປີດບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເປັນປົກກະຕິ, ໄດ້ຊຸກຍູ້ປຸກລະດົມຂະບວນການດ້ານຕ່າງໆຂອງກົມກອງເປັນຕົ້ນ ຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການປັບປຸງລະບຽບແບບແຜນໃນກົມກອງ, ຂະບວນການກິລາ, ສິນລະປະວັນນະຄະດີ, ຂະບວນການເພີ່ມພູນຜະລິດຜົນ, ປູກຝັງ-ລ້ຽງສັດ, ໄດ້ມີທ່າຂະຫຍາຍຕົວ ເຮັດໃຫ້ ພະນັກງານ-ນັກຮົບຈຳນວນໜື່ງມີການຫັນປ່ຽນທາງດ້ານແນວຄິດ, ການກະທຳ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງມີລະບຽບແບບແຜນດີກວ່າເກົ່າ. ໄປຄຽງຄູ່ກັນນັ້ນ,ໄດ້ຈັດຕັ້ງພະນັກງານວິຊາສະເພາະລົງສົມທົບກັບຕຳຫຼວດກຸ່ມຫົວຊຽງ ແລະ ກົມກອງອ້ອມຂ້າງເຮັດໜ້າທີ່ປ້ອງກັນວັນບຸນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເຊັ່ນ: ປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ປ້ອງກັນການປ່ອນບັດສະມາຊິກສະພາຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ມີຄວາມສະຫງົບປອດ,ໄດ້ຊີ້ນຳພະນັກງານໃນພະແນກປະຕິບັດລະບົບປະຈຳການກຽມພ້ອມສູ້ຮົບໄດ້ເປັນປົກກະຕິເຂັ້ມງວດ ແລະ ປະຕິບັດລະບອບສ່ອງແສງລາຍງານສະພາບແຕ່ລະວັນເປັນປົກກະຕິ, ວຽກງານກໍ່ສ້າງພັກ ຄະນະໜ່ວຍພັກໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ປະຈຸບັນໜ່ວຍພັກພະແນກການເມືອງມີ 1 ໜ່ວຍພັກ, ມີຄະນະໜ່ວຍພັກ 3 ສະຫາຍ, ມີ 3 ຈຸພັກຂຶ້ນກັບ ແລະ ມີສະມາຊິກທັງໝົດ 40 ສະຫາຍ, ຍິງ 8 ສະຫາຍ, ມີສະມາຊິກພັກສົມບູນ 40 ສະຫາຍ, ຍິງ 8 ສະຫາຍ, ຜ່ານການອອກແຮງເຄື່ອນໄຫວປັບປຸງກໍ່ສ້າງພັກຢ່າງຕັ້ງໜ້າ, ສາມາດຄັດເລືອກໜ່ວຍພັກພະແນກການເມືອງ ເປັນໜວ່ຍພັກແຂງ, ມີສະມາຊິກພັກແຂງ 39 ສະຫາຍ, ສະມາຊິກພັກກາງ 1 ສະຫາຍ, ວຽກງານຂະຫຍາຍສະມາຊິກພັກ ໄດ້ຄົ້ນຄວ້ານໍາສະເໜີຄະນະພັກກອງພັນໃຫຍ່ອະນຸມັດເປີດຮຽນເອກະສານສະໜັບສະໜູນ-ເອກະສານກົດລະບຽບຂອງພັກໃຫ້ເປົ້າໝາຍທີ່ຂະຫຍາຍເຂົ້າ ເປັນສະມາຊິກພັກໄດ້ 10 ຄັ້ງ, ສະເໜີຄະນະກອງພັນໃຫຍ່ອະນຸມັດມະຫາຊົນຜູ້ດີເດີ່ນເຂົ້າພັກໄດ້ 39 ສະຫາຍ ແລະ ສະເໜີອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນໄດ້ 42 ສະຫາຍ,

ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ເລຂາໜ່ວຍພັກ ພະແນກການເມືອງ ກອງພັນໃຫຍ່ 661 ໃຫ້ຮູ້ຕື່ມວ່າ: ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ແລະ ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນ, ມີລະບຽບວິໃນເຂັ້ມງວດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ຍົກສູງບົດບາດການນຳພາຂອງພັກເຂົ້າໃນທຸກຂົງເຂດວຽກງານ, ຕັ້ງໜ້າປັບປຸງລະບົບການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ມີລະບຽບແບບແຜນນຳພາ-ບັນຊາບົນພື້ນຖານຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ມອບໝາຍໜ້າທີ່ໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕັ້ງໜ້າປຸກລະດົມຊຸກຍູ້ຂະບວນການຕ່າງໆໃຫ້ຟົດຟຶ້ນຕໍ່ເນື່ອງ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກກອງ ພັນໃຫຍ່ໃຫ້ບັນລຸຄາດໝາຍ ແລະ ມີຜົນໄດ້ຮັບສູງ, ສືບຕໍ່ນຳເອົາແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆມາຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ໃຫ້ພະນັກງານສະມາຊິກພັກ ແລະ ນັກຮົບໃຫ້ທົ່ວເຖິງ, ສືບຕໍ່ປັບປຸງກໍ່ສ້າງພັກທັງ 4 ດ້ານຄື: ການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ເພື່ອເຮັດ ໃຫ້ພາຍໃນພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກາຍເປັນແບບຢ່າງນຳໜ້າທີ່ດີໃຫ້ແກ່ກົມກອງ, ຕິດຕາມຂະຫຍາຍມະຫາຊົນເຂົ້າພັກໃຫ້ມີຄຸນນະພາບ, ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບແບບແຜນ ແລະ ທັນສະໄໝ.

ໂດຍ: ບິກໄຊ ສົມພູ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments