Monday, September 23, 2024
Homeຂ່າວຕ່າງປະເທດສປ ຈີນ ຍົກເລີກມາດຕະການຄວບຄຸມການອອກວີຊ່າ ເຂົ້າປະເທດ

ສປ ຈີນ ຍົກເລີກມາດຕະການຄວບຄຸມການອອກວີຊ່າ ເຂົ້າປະເທດ

ຕາມ​ຂ່າວ​ຈາກ​ນະຄອນຫລວງປັກ​ກິ່ງ, ສປ ຈີນ ເລີ່​ມອ​ອກວີ​ຊ່າ​ເຂົ້າປະ​ເທດໃຫ້​ກັບ​ຊາວ​ຕ່າງປະ​ເທດອີກ​ຄັ້ງ ນັບ​ແຕ່ວັນ​ທີ 15 ​ມີນາ​ນີ້​ ເປັນຕົ້ນ​ໄປກາຍ​ເປັນ​ບາດ​ກ້າວ​ສຳຄັນໃນ​ການ​ຫລຸດຜ່ອນມາດ​ຕະການຄວບ​ຄຸມເຂັ້ມງວດ ກ່ຽວ​ກັບການ​ເດີນທາງຕັ້ງ​ແຕ່​ເກີດ​ການ​ແພ່​ລະບາດ​ໂຄ​ວິດ-19. ນອກຈາກການ​ອະນຸຍາດວີ​ຊ່າ​ໃໝ່​ແລ້ວຜູ້​ທີ່​ໄດ້​ຮັບວີ​ຊ່າກ່ອນ​ວັນ​ທີ 28 ມີນາ ​ປີ 2020 ທີ່​ຍັງ​ບໍ່​ທັນ​ໝົດ​ອາຍຸສາມາດ​ເດີນທາງ​ເຂົ້າປະ​ເທດ​ຈີນ ​ໄດ້​ອີກ​ຄັ້ງໃນ​ທັນທີການ​ປັບປຸງ​ນະ​ໂຍບາຍເລື້ອງ​ວີ​ຊ່າ ຫລ້າ​ສຸດ​ນີ້ຍັງ​ຈະ​ອະນຸຍາດ​ໃຫ້​ກັບ​ໄປ​ໃຊ້ຂໍ້​ກຳນົດການ​ຍົກ​ເວັ້ນ ສຳລັບ​ຜູ້​ທີ່​ເດີນທາງມາ​ກັບ​ກຳ​ປັ່ນ​ສຳລານ​ຂະໜາດ​ໃຫຍ່ ມານະ​ຄອນຊຽງ​ໄຮ້ ​ແລະ​ ນັກ​ທ່ອງ​ທ່ຽວ​ແບບ​ກຸ່ມ ບາງ​ກຸ່ມ​ຈາກຮົງ​ກົງຂອງ​ຈີນ, ມາ​ເກົາ ​ແລະ ປະ​ເທດ ທີ່​ເປັນ​ສະມາຊິກ​ອາ​ຊຽນ.​ ການ​ປ່ຽນ​ແປງ ​ຄັ້ງນີ້ຈະ​ຊ່ວຍ​ອຳນວຍຄວາມ​ສະດວກໃນ​ການ​ເດີນທາງ​ແລກປ່ຽນ ລະຫວ່າງ​ຊາວ​ຈີນ ກັບ​ຊາວ​ຕ່າງປະ​ເທດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments