Home ຂ່າວຕ່າງປະເທດ ອິນໂດເນເຊຍ ຍົກສູງວິໄສທັດອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ-ປາຊີຟິກ

ອິນໂດເນເຊຍ ຍົກສູງວິໄສທັດອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ-ປາຊີຟິກ

0
256

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ,​ ອິນໂດເນເຊຍ ເຊື່ອໝັ້ນວ່າ: ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ຈະກາຍເປັນພື້ນຖານຂໍ້ກຳນົດຂອງປະຊາຄົມສາກົນ, ລວມມີບັນດາປະເທດມະຫາອຳນາດ, ໃນສະພາບ ເກີດບັນດາບັນຫາພູມສາດການເມືອງໃນພາກພື້ນ. ດັ່ງນັ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ Ngurah Sanjaya, ທີ່ປຶກສາພິເສດ ຂອງລັດຖະມົນຕີ ການຕ່າງປະເທດ ອິນໂດເນເຊຍ ​ໄດ້​ຍົກ​ໃຫ້​ເຫັນ ກ່ຽວກັບ ບັນຫາ ການທູດ ພາກພື້ນ ໃຫ້ຮູ້ວ່າ: ຫລາຍ ປະເທດ ສະໜັບ ສະໜູນ AOIP, ໃນນັ້ນ ມີການສ້າງ ການຮ່ວມມື ເພື່ອສ້າງພາກພືື້ນ ມະຫາສະໝຸດ ອິນເດຍ-ປາຊີຟິກ ເສລີ ແລະ ເປີດກ້ວາງ ​ໂດຍ​ສະ​ເພາະ ສ.ອາເມລິກາ, ຍີ່ປຸ່ນ, ການາດາ, ອິນເດຍ, ສ ເກົາຫລີ, ບັນດາ ປະເທດ ສະຫະພາບ ເອີລົບ (EU) ລ້ວນແຕ່ມີ ຄວາມສຳນຶກ ຄ້າຍຄືກັບ ອາຊຽນ ທີ່ກ່ຽວຂ້ອງເຖິງ ພາກພ້ື້ນນີ້. ແຕ່ເຖິງຢ່າງໃດ ກໍ່ຕາມ, ອາຊຽນ ມີຄວາມສາມາດ ນຳພາ ແລະ ກາຍເປັນ ກຳລັງໜູນ ຂອງທຸກໆ ຂໍ້ລິເລີ່ມ ກ່ຽວກັບ ມະຫາສະໝຸດ ອິນເດຍ-ປາຊີຟິກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here