Sunday, September 22, 2024
Homeຂ່າວໜ້າໜຶ່ງສ້າງການຫັນປ່ຽນຢ່າງແຂງແຮງວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່

ສ້າງການຫັນປ່ຽນຢ່າງແຂງແຮງວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ແຜນພັດທະນາສາທາລະນະສຸກ ປະຈຳປີ 2023 ຈັດຂຶ້ນທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 16 ມິນາ 2023 ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ, ພ້ອມດ້ວຍ ຮອງລັດຖະມົນຕີຈາກບັນດາກະຊວງ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ , ຮອງເຈົ້າແຂວງ 17 ແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ , ຫົວໜ້າ/ຮອງ ພະແນກສາທາລະນະສຸກແຂວງ, ອໍານວຍການໂຮງໝໍແຂວງ, ແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກ ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ພວກເຮົາຈະໄດ້ພ້ອມກັນສະຫຼຸບຜົນໄດ້ຮັບ, ຕີລາຄາ ບັນດາວຽກ ງານ ອັນທີ່ຍັງຄົງຄ້າງ ແລະ ຊອກຫາວິທີ ການແກ້ໄຂ ຮ່ວມກັນ ໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ດີຂື້ນ. ໃນປີ 2022 ຜ່ານມາ, ປະເທດຊາດຂອງພວກເຮົາ ໄດ້ສຸມໃສ່ ການຟື້ນຟູ ສະພາບເສດຖະ ກິດ- ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຊີ່ງມີຜົນກະທົບໂດຍກົງຢ່າງຮ້າຍແຮງ ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ຂອງຊາດ ເວົ້າລວມ, ເວົ້າສະ ເພາະ ຕໍ່ການພັດທະນາວຽກງານສາທາລະ ນະສຸກ ທັງຂັ້ນສູນກາງ ແລະ ທ້ອງ ຖີ່ນ ໃນຂອບເຂດທົ່ວປະເທດ, ໂດຍທ່າມກາງ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ ຂະແໜງການສາທາລະນະສຸກ ທັງສູນ ກາງ ແລະ ທ້ອງຖີ່ນ ໄດ້ເຮັດວຽກຢ່າງໜັກໜ່ວງໂດຍບໍ່ຮູ້ອິດຮູ້ເມື່ອຍ ຂອງພະນັກ ງານແພດໝໍ ຂອງພວກເຮົານັ້ນ ກໍ່ຍ້ອນຄວາມເອົາໃຈໃສ່ຊີ້ນຳ-ນຳພາ ຂອງຄະນະ ພັກ-ຄະນະລັດ ແຕ່ລະຂັ້ນ ແລະ ຍ້ອນຄວາມເສຍສະຫຼະຂອງບັນດານັກຮົບເສື້ອຂາວ, ເສຍສະຫຼະເວລາສ່ວນຕົວ ເພື່ອສ່ວນລວມ. ພ້ອມດຽວກັນ, ກໍ່ຍັງໄດ້ຮັບການຊ່ວຍເຫຼືອ, ຮ່ວມມື ແລະ ເປັນເຈົ້າ ການ ຊ່ວຍກັນ ຂອງບັນດາຂະແໜງການອ້ອມຂ້າງສາທາລະນະສຸກ, ອຳນາດການປົກຄອງ ແຕ່ລະຂັ້ນ, ມີການປະກອບສ່ວນ ແລະ ການຮ່ວມມື ຈາກຕ່າງປະ ເທດກໍຄື ບັນດາຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ປະຊາຊົນ ຈື່ງເຮັດໃຫ້ ພວກເຮົາສາມາດຈັດຕັ້ງປະຕິບັດ ແຜນພັດທະນາສາລະນະສຸກ ດ້ວຍຜົນສຳເລັດ ທີ່ດີ ໃນປີ 2022.

ເຖິງວ່າ ພວກເຮົາຈະພົບຄວາມຫຍຸ້ງຍາກຫຼາຍດ້ານ ໃນວຽກງານພັດທະນາລະບົບສາທາລະນະສຸກ ໃນທ່າມກາງ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕາມລະດູ ການ ແຕ່ມັນກໍ່ເປັນໂອກາດທີ່ດີ ທີ່ພວກເຮົາຈະໄດ້ ປັບປຸງກົນໄກຕ່າງໆ, ສ້າງຄວາມເຂັ້ມແຂງ ຂອງລະບົບສາທາລະນະສຸກ ໃນແຕ່ລະຂັ້ນ ໃຫ້ດີຍີ່ງຂື້ນ ດັ່ງຄຳຂວັນ ທີ່ພວກເຮົາໄດ້ກຳນົດຂື້ນ ໃນກອງປະຊຸມສາທາລະນະສຸກ ທົ່ວປະເທດ ໃນປີ 2022ນີ້ວ່າ: “ສ້າງການຫັນປ່ຽນ ຢ່າງແຂງແຮງ ໃນວຽກງານສາທາລະນະສຸກ ໃນເງື່ອນໄຂໃໝ່”ອັນນີ້ເປັນຄຳເວົ້າ ທີ່ມີຄວາມໝາຍເລິກເຊີ່ງພາຍໃຕ້ ບັນດາເງື່ອນໄຂຕ່າງໆ ທີ່ກຳລັງປະເຊີນໜ້າ ຢູ່ນີ້ ພວກເຮົາຕ້ອງສ້າງໃຫ້ເປັນໂອກາດໃນການປັບປຸງ, ພັດທະນາ ແລະ ຍົກລະດັບຄວາມສາມາດໃນການບໍລິການສາທາລະ ນະສຸກແນໃສ່ໃຫ້ສາມາດບັນລຸ ເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດຮັບ ຮອງ ແລະ ຍົກສູງຄຸນນະພາບຂອງການບໍລິການ ຕາມນະໂຍບາຍ 5 ດີ 1 ພໍໃຈ ຕອບສະໜອງຄວາມຮຽນຮ້ອງຕ້ອງການ ຂອງສັງຄົມ.

ໃນໄລຍະ 01 ປີ ຜ່ານມາ, ຂະແໜງສາທາ ລະນະສຸກ ຂອງພວກເຮົາ ເຫັນວ່າມີຜົນ ສຳເລັດຫຼາຍດ້ານ ເວົ້າລວມ, ເວົ້າສະ ເພາະ ອັນພົ້ນເດັ່ນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ ເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ, ການຈັດຕັ້ງປະຕິບັດ ວຽກງານສະເພາະຂອງ 08 ແຜນງານ ສາທາລະນະສຸກ, ບັນດາໂຄງການຕ່າງໆ ຂັ້ນສູນກາງ ແລະ ທ້ອງ ຖີ່ນ ມີຄວາມຄືບໜ້າ ທີ່ດີ. ແຕ່ກໍ່ຍັງມີຫຼາຍບັນຫາ ສີ່ງທ້າທາຍ ເຮັດໃຫ້ການປະຕິບັດບາງກິດຈະກຳ ບໍ່ສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້.

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນ ຕີກະຊວງສາທາລະນະສຸກ ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ແຜນພັດທະນາສາທາລະນະສຸກ ປະຈຳປີ 2023, ການຈັດຕັ້ງປະຕິບັດວຽກງານການເງິນ, ການຈັດສັນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ສະຫຼຸບການຈັດຕັ້ງປະຕິບັດວຽກງານການຫັນໂຮງໝໍກຸ້ມຕົນເອງ, ສະຫຼຸບລາຍງານການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບ ແລະ ທິດທາງເພື່ອບັນລຸສຸຂະພາບທົ່ວປວງຊົນ, ສະຫຼຸບວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ປີ 2022 ແລະ ແຜນການໃນຕໍ່ໜ້າ ປີ 2023, ທິດທາງການເຊື່ອມສານໃນຂັ້ນທ້ອງຖິ່ນ ໃນວຽກງານຮັກສາສຸຂະ ພາບຂັ້ນຕົ້ນ (ຮສຂ) ທີ່ເປັນຂໍກຸນແຈຫຼັກໃນການເຂົ້າເຖິງວຽກງານ UHC, ແຜນ ການພັດທະນາຫຼັກສູດ ການຮຽນ-ການສອນ, ຍຸດທະສາດ ການນຳໃຊ້ ດິຈິຕອນ ສາທາລະນະສຸກ 2023-2027(Digital Health Strategy 2023-2027), ພີທີ ຍ້ອງຍໍ ການແຂ່ງຂັນ ຮັກຊາດ ແລະ ພັດ ທະນາ ຂອງກະຊວງສາທາລະນະສຸກ. ນອກຈາກນັ້ນ, ຈະໄດ້ສະເໜີໃຫ້ ບັນດາແຂວງ ຂື້ນສະເໜີແລກປ່ຽນຖອດຖອນບົດຮຽນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ.

ໂອກາດນີ້ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮຽກຮ້ອງມາຍັງບັນດຜູ້ແທນທັງໝົດຈົ່ງໄດ້ ຊ່ວຍກັນປຶກສາຫາລືສົນທະນາຄົ້ນຄວ້າ ແລກປ່ຽນບົດຮຽນຢ່າງຈິງຈັງ ໃນການກຳນົດທິດທາງແຜນການເຄື່ອນໄຫວ ວຽກງານສາທາລະນະສຸກໃນຕໍ່ໜ້າ ໃຫ້ຖືກຕ້ອງເໝາະສົມ ພ້ອມກັນບຸກທະລຸສິ່ງທີ່ກີດຂວາງອັດຕັນ ເພື່ອກ້າວໄປເຖິງການພັດທະນາວຽກງານສາທາລະນະສຸກ ໃຫ້ໄປສູ່ບາດກ້າວໃໝ່ທີ່ດີກວ່າເກົ່າ ແນໃສ່ຮັບປະກັນໃຫ້ປະຊາຊົນລາວ ທຸກຄົນໄດ້ເຂົ້າເຖິງການບໍລິການທີ່ດີຂື້ນກວ່າເກົ່າ ແລະ ຫວັງຢ່າງຍິ່ງວ່າ ຄົງຈະໄດ້ຮັບຄວາມຮ່ວມມື ຈາກບັນດາທ່ານເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ ດຳ ເນີນໄປດ້ວຍບັນຍາກາດ ທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ມີການປະກອບຄໍາຄິດເຫັນທີ່ສ້າງສັນ ແລະ ເປັນປະ ໂຫຍດເພື່ອກ້າວໄປສູ່ຄວາມເປັນເອກະພາບ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກ ງານໃຫ້ບັນລຸຕາມຈຸດປະ ສົງຄາດໝາຍຂອງແຜນການທີ່ວາງໄວ້ທຸກປະການ ກໍ່ຄືເຮັດໃຫ້ວຽກງານສາທາລະນະສຸກ ຂອງພວກເຮົາພັດທະນາດີຂື້ນ ກວ່າທີ່ຜ່ານມາ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ປະຈຳປີ 2022 ແລະ ແຜນພັດທະນາສາທາລະນະສຸກ ປະຈຳປີ 2023 ແລະ ຂະບວນແຂ່ງຂັນຮັກຊາດ-ພັດທະນາ ຮອດປີ 2025 ຈະດໍາເນີນເປັນເວລາ 2 ວັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments