Saturday, September 21, 2024
Homeຂ່າວຕ່າງປະເທດຫວຽດນາມ ພ້ອມສະໜັບສະໜູນ ອັງກິດ ເຂົ້າຮ່ວມສົນທິສັນຍາ CPTPP

ຫວຽດນາມ ພ້ອມສະໜັບສະໜູນ ອັງກິດ ເຂົ້າຮ່ວມສົນທິສັນຍາ CPTPP

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 13 ມີນາ ຜ່ານມາ ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຕ້ອນຮັບ ທ່ານ ມາກ ກຣານິເຍ່ ທູດພິເສດຝ່າຍການຄ້າ ຂອງທ່ານນາຍົກລັດຖະມົນຕີອັງກິດ ປະຈຳ ຫວຽດນາມ, ໄທ, ມຽນມາ, ບຣູໄນ, ແລະ ທ່ານ ອຽນ ຟິວ ເອກອັກຄະລັດຖະທູດອັງກິດ ປະຈຳ ຫວຽດ ນາມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ອັງກິດ ເພີ່ມທະວີການຊ່ວຍເຫຼືອເພື່ອຊຸກຍູ້ວິວັດການຖ່າຍທອດເຕັກໂນໂລຊີສີຂຽວໃຫ້ແກ່ ຫວຽດນາມ, ຊຸກຍູ້ການຄ້າບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ຕອບສະໜອງບັນດາມາດຖານ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຍາດແຍ່ງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ – ຣາຊະອານະຈັກອັງກິດ (UKVFTA) ຢ່າງມີປະສິດທິຜົນ. ທ່ານ ຫງວຽນຮົ່ງຢຽນ ໄດ້ຢັ້ງຢືນວ່າ: ຫວຽດນາມ ພ້ອມສະໜັບສະໜູນອັງກິດ ເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ທ່ານ ຫງວຽນຮົ່ງຢຽນ ສະເໜີວ່າໃນໄລຍະຈະມາເຖິງ, ຣາຊະອານາຈັກ ອັງກິດ ຈະສ້າງບ້ວງເງິນຊ່ວຍເຫຼືອຢ່າງລະອຽດເພື່ອສະໜັບສະໜູນຫວຽດນາມ ປະຕິບັດການຫັນປ່ຽນພະລັງງານຢ່າງມີປະສິດທິຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments