Saturday, September 21, 2024
Homeຂ່າວການເມືອງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງໜ່ວຍພັກເມືອງທ່າແຂກ

ສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງໜ່ວຍພັກເມືອງທ່າແຂກ

ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ 77 ປີ (21/3/1946-21/3/2023).

ປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່, ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກໍາລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດໍາເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານ ການບຸກລຸກບຽດຢຶດຂອງສັດຕູ ຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊເປັນກ້າວໆ ເດັ່ນກວ່າໝູ່ແມ່ນ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຊຶ່ງເປັນຈຸດຍຸດທະສາດສໍາຄັນຂອງການປະຕິວັດໃນເວລານັ້ນ.

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກໍາລັງທະຫານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກປະຕິການຂາຍຊາດ ທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກປະຈໍາເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ຊຶ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມຄວາມສາມັກຄີ ລະຫວ່າງ 2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ ການຕໍ່ສູ້ປ້ອງກັນທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ” (ເອກະສານ ສະຫາຍ ຫງວຽນ – ຕື – ກຸຍ ສະມາຊິກພັກ ໜ່ວຍພັກທ່າແຂກ ໃນສະໄໝນັ້ນ).

ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດໄດ້ໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບ ປ້ອງກັນຕົວເມືອງຢ່າງລະອຽດ. ຄະນະບັນຊາການ ໄດ້ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈ້ງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດ ຕາເວັນອອກສ່ຽງ ເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ຂອງເມືອງທ່າແຂກ; ກໍາລັງທະຫານພວກເຮົາ ລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມຕ່າງດ້າວ 2 ກອງ-ຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບພວກສັດຕູ ໃນທຸກທິດ.

ເພື່ອເພີ່ມທະວີຄວາມສາມັກຄີໃນການຕໍ່ສູ້, ກອງບັນຊາການ ໄດ້ປຸກລະດົມທະຫານ ແລະ ປະຊາຊົນລາວທີ່ຮັກຊາດ – ຊາວຫວຽດນາມຕ່າງດ້າວ ກໍ່ສ້າງປ້ອມໝັ້ນ ແລະ ຂຸດຂຸມຄອງສູ້ຮົບ 3 ຊັ້ນ ອ້ອມຕົວເມືອງ, ໂດຍປະຕິບັດຕາມຄໍາຂວັນທີ່ວ່າ: “ ຖວາຍຄໍາເພື່ອກູ້ຊາດ ” ປະຊາຊົນລາວ ແລະ ຊາວຫວຽດ-ນາມຕ່າງດ້າວ ໄດ້ຈິງໃຈປະກອບເງິນ, ຄໍາຢ່າງຫຼວງຫຼາຍໄປປ່ຽນເອົາອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆ ເພື່ອປະກອບໃຫ້ກໍາລັງປະກອບອາວຸດ; ສ່ວນສະມາຄົມແມ່ຍິງ ແມ່ນຮັບຜິດຊອບວຽກງານແຕ່ງກິນໃຫ້ບັນດາກົມກອງລວມໝູ່ ເພື່ອໃຫ້ມີເວລາຝຶກແອບ ແລະ ເຮັດໜ້າທີ່ໃນທຸກດ້ານ.

ຂໍ້ມູນຈາກ: ຄະນະໂຄສະນາອົບຮົມສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments