Saturday, September 21, 2024
Homeຂ່າວພາຍໃນຄະນະຜູ້ແທນໂຄງການ LEAP ປະເທດກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.

ຄະນະຜູ້ແທນໂຄງການ LEAP ປະເທດກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ.

ວັນທີ 14 ມີນາ 2023ນີ້ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງອຸດົມໄຊ ຄະນະຜູ້ແທນໂຄງການ LEAP ( ລີບ ) ເຊິ່ງນຳໂດຍທ່ານ ງິ ຈັນພໍ ຮອງລັດຖະມົນຕີ ກະຊວງພາຍໃນ ແຫ່ງຣາຊະອານາຈັກ ກຳປູເຈຍ ແລະ ພັນລະຍາ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ສົມຈິດ ປັນຍາສັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ.

ໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນໂຄງການ LEAP ໃນຄັ້ງນີ້ກໍ່ເພື່ອແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ( ທລຍ ) ຢູ່ແຂວງອຸດົມໄຊ. ທີ່ສອງລັດຖະບານລາວ-ກຳປູເຈຍໃຫ້ຄວາມສຳຄັນ ຄື: ໂຄງການ LEAP ໄດ້ຈັດຕັ້ງປະຕິບັດຢູ່ກຳປູເຈຍ ສ່ວນ ໂຄງການ ທລຍ ໄດ້ຈັດຕັ້ງປະຕິບັດຢູ່ໃນລາວ, ເຊິ່ງສອງໂຄງການນອນໃນແຜນງານໜຶ່ງດຽວ ໂດຍສະເພາະແມ່ນແກ້ໄຂຄວາມທຸກຍາກຂອງພໍແມ່ປະຊາຊົນຢູ່ເຂດຫາງໄກສອກຫຼີກ ແລະ ສົ່ງເສີມດ້ານໂພຊະນາການໃຫ້ແກ່ແມ່ຍິງຖືພາ, ເດັກອາຍຸລຸ່ມ 2 ປີ ໃຫ້ໄດ້ຮັບສານອາຫານທີ່ມີໂພຊະນາການ ເພື່ອເຮັດໃຫ້ແມ່ແລະເດັກນ້ອຍມີສຸຂະພາບແຂງແຮງ, ການຈະເລີນເຕີບໂຕຂອງເດັກໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ໂອກາດດັ່ງກ່າວ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນປະເທດກຳປູເຈຍ ຖືເປັນການປະ ກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ຄວາມສາມັກຄີອັນຍິ່ງໃຫຍ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງ

ເລິກຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບຂອງແຂວງ ອຸດົມໄຊ. ເປັນແຂວງພູດອຍຕັ້ງຢູ່ທາງພາກເໜືອຂອງປະເທດລາວ, ມີປະຊາກອນ 300.000 ກວ່າຄົນ, ມີ 12 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ, ມີຊັບພະຍາກອນທຳມະຊາດອຸດົມສົມບູນ, ແຂວງມີຄວາມເຂັ້ມແຂງໃນການພັດທະນາດ້ານກະສິກຳ, ເປັນຕົ້ນແມ່ນ ສາລີ, ຢາງພະລາ, ໝາກໂມ… ແລະ ພັດທະນາອຸດສາຫະກຳປຸງແຕ່ງກະສິກຳຕິດພັນກັບການທ່ອງທ່ຽວ. ແຂວງອຸດົມໄຊເປັນແຂວງໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການສາກົນ ໃນນັ້ນກໍ່ມີໂຄງການ ທລຍ ເຊິ່ງປະຈຸບັນໄດ້ຮັບການຈັດຕັ້ງປະຕິບັດຢູ່ 2 ເມືອງຄື: ເມືອງຫຼາ ແລະ ເມືອງນາໝໍ້ ເຊິ່ງໂຄງການດັ່ງກ່າວໄດ້ພັດທະນາທາງດ້ານຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະດ້ານໂພຊະນາການ, ພື້ນຖານໂຄງລ່າງ, ປັບປຸງຊີວິດການເປັນຢູ່ ໃຫ້ນັບມື້ ດີຂຶ້ນເທື່ອລະກ້າວ.

ດ້ວຍຄວາມເອົາໃຈໃສ່ຈາກກອງທຶນຫລຸດຜ່ອນຄວາມທຸກຍາກກໍ່ຄືປະຊາຊົນບັນດາເຜົ່າໃນບ້ານເປົ້າໝາຍທີ່ມີຄວາມຊ່ວຍເຫລືອເຊິ່ງກັນ ແລະ ກັນຕິດພັນກັບວຽກງານສ້າງລາຍຮັບໃຫ້ແກ່ຊຸມຊົນ ດ້ວຍການຜະລິດການປູກ-ການລ້ຽງສົ່ງຜົນເຮັດໃຫ້ຄອບຄົວຄ່ອຍໆຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ວົງເດືອນ ຄຳສະຫວັນ

#ຖະແຫຼງຂ່າວເມືອງຫຼາ

#ອຸດົມໄຊ

#ມີເດຍລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments