Monday, September 23, 2024
Homeຂ່າວພາຍໃນຄໍາມ່ວນ ສະຫຼຸບຜົນການສອບເສັງນັກຮຽນເກັ່ງທົ່ວແຂວງ

ຄໍາມ່ວນ ສະຫຼຸບຜົນການສອບເສັງນັກຮຽນເກັ່ງທົ່ວແຂວງ

ໃນການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບແຂວງຄໍາມ່ວນ ສາຍສາມັນສຶກສາຂັ້ນ ປ.5, ມ.4 ແລະ ມ.7 ຄັ້ງນີ້, ມີ 10 ເມືອງທົ່ວແຂວງ ແລະ ໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກສຶກສາມີ 4 ແຫ່ງ ລວມມີໂຮງຮຽນທັງໝົດທີ່ເຂົ້າຮ່ວມສອບເສັງຈໍານວນ 61 ແຫ່ງ, ຊັ້ນປະຖົມສຶກສາ 22 ແຫ່ງ (ເອກະຊົນ 3 ແຫ່ງ), ມັດທະຍົມຕອນຕົ້ນ 9 ແຫ່ງ, ມັດທະຍົມສົມບູນ 28 ແຫ່ງ (ເອກະຊົນ 2 ແຫ່ງ) ແລະ ມັດທະຍົມຕອນປາຍ 2 ແຫ່ງ. ຜ່ານການສອບເສັງ ມີຈໍານວນນັກຮຽນເຂົ້າຮ່ວມທັງໜົດມີ 123 ຄົນ ຍິງ 86 ຄົນ.

ໃນອາທິດຜ່ານມານີ້, ທີ່ສູນ ICT ມ.ປ ທ່າແຂກ, ໄດ້ດໍາເນີນການສອບເສັງຄັດເລືອກແຂ່ງຂັນນັກຮຽນເກັ່ງເປັນທາງການ ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ໄດ້ສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງ ແລະ ແຂ່ງຂັນຕອບວິທະຍາສາດ. ພາຍຫຼັງສໍາເລັດການແຂ່ງຂັນຕອບວິທະຍາສາດແລ້ວກໍໄດ້ຈັດພິທີສະຫຼຸບການສອບເສັງນັກຮຽນເກັ່ງທົ່ວແຂວງຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຫົວໜ້າຂະ ແໜງການທີ່ກ່ຽວຂ້ອງ, ພະນັກງານຄູ-ອາຈານ, ຜູ້ປົກຄອງ ແລະ ນັກສອບເສັງເຂົ້າຮ່ວມ.

ທ່ານ ດາລີວັນ ໄຊຍະເກດ ຮັກສາການຫົວໜ້າຂະແໜງສາມັນໄດ້ຜ່ານບົດສະຫຼຸບການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາ (ຂັ້ນ ປ.5, ມ.4, ມ.7) ລະດັບແຂວງປະຈໍາສົກຮຽນ 2022-2023. ຜ່ານການສອບເສັງແຕ່ລະລາຍວິຊາດັ່ງນີ້: ຂັ້ນ ປ.5 ວິຊາພາສາລາວອັນດັບທີ 1 ນາງ ນໍ້າຫວານ ໂສພານາວົງ ຈາກໂຮງຮຽນປະຖົມຖໍ້າພວງ ເມືອງຍົມມະລາດ, ອັນດັບທີ 2 ນາງ ພອນທິບ ແກ້ວສູນທອນ ຈາກໂຮງຮຽນປະຖົມດົມສຸກ 2 ເມືອງນາກາຍ, ອັນດັບທີ 3 ນາງ ອຸໄລວັນ ຈັນທະຂິນ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາໂລກອ້ອມຕົວອັນດັບທີ 1 ນາງ ສຸທິມາ ໄຊຍະລາດ ຈາກໂຮງຮຽນປະຖົມນໍ້າເທີນ 2 ເມືອງຍົມມະລາດ, ອັນດັບທີ 2 ທ້າວ ບຸນທະວີ ພິກຸນທອງ ຈາກໂຮງຮຽນປະຖົມມ່ວງສຸມ ເມືອງທ່າແຂກ; ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ. ຂັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ເຄັກ ເມກສະຫວັນ ຈາກໂຮງຮຽນ ມ.ສ ເທີນຫີນບູນ ເມືອງຄູນຄໍາ; ວິຊາພາສາອັງກິດອັນດັບທີ 1 ທ້າວ ທະ​ນິດ​ສອນ ແສງ​ດາ​ລາ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາຄະນິດສາດແມ່ນບໍ່ມີໃຜບັນລຸຄະແນນໄດ້ຕາມເກນ; ວິຊາເຄມີສາດ ແລະ ຟີຊິກສາດແມ່ນໄດ້ຮັບລາງວັນຊົມເຊີຍວິຊາລະ 1 ຄົນ. ຂັ້ນ ມ.7 ວິຊາພາສາລາວ-ວັນນະຄະດີແມ່ນໄດ້ຮັບລາງວັນຊົມເຊີຍຈໍານວນ 9 ຄົນ ຍິງ 9 ຄົນ; ວິຊາຄະນິດສາດໄດ້ຮັບລາງວັນຊົມເຊີຍຈໍານວນ 1 ຄົນ; ວິຊາຟີຊິກສາດອັນດັບທີ 1 ນາງ ດາວ​ທິບ ໄຊ​ຍະ​ຈັກ ຈາກໂຮງຮຽນຄໍາມ່ວນ-ກວາງບິ່ງ; ວິຊາເຄມີສາດອັນດັບທີ 1 ທ້າວ ເອກ​ອຸ​ດອນ ເທບ​ວົງ​ສາ ຈາກໂຮງຮຽນ ມ.ປາຍ ທ່າແຂກ; ວິຊາພາສາອັງກິດອັນດັບທີ 1 ນາງ ລີນາທາວົງ ຈາກໂຮງຮຽນ ມ.ສ ນໍ້າເທີນ 2 ເມືອງຍົມມະລາດ, ອັນດັບທີ 2 ນາງ ແໝ່ມ ໄຄຍະລາດ ຈາກໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບລາວ-ຫວຽດນາມເມືອງໜອງບົກ.

ສໍາລັບການຖາມ-ຕອບວິທະຍາສາດລວມທັງໝົດມີ 11 ຄະນະ (ປະກອບມີເມືອງລະ 1 ຄະນະ ແລະ ໂຮງຮຽນອ້ອມຂ້າງພະແນກ 1 ຄະນະ) ຊຶ່ງຜົນການແຂ່ງຂັນອັນດັບທີ 1 ເມືອງຄູນຄໍາ, ອັນດັບທີ 2 ເມືອງຍົມມະລາດ, ອັນດັບທີ 3 ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເມືອງບົວລະພາ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments