Sunday, September 22, 2024
Homeຂ່າວພາຍໃນສສຊ ເຂດ1 ລົງພົບປະກັບຜູ້ມີສິດເລືອກຕັ້ງທີ່ທະນາຄານແຫ່ງ ສປປ ລາວ

ສສຊ ເຂດ1 ລົງພົບປະກັບຜູ້ມີສິດເລືອກຕັ້ງທີ່ທະນາຄານແຫ່ງ ສປປ ລາວ

ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 13 ມີນານີ້ ທີ່ທະນາຄານແຫ່ງ ສປປ ລາວ.

ຈຸດປະສົງໃນການພົບປະຄັ້ງນີ້ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຟັງການລາຍງານວຽກງານຂອງທະນາຄານແຫ່ງ ສປປ ລາວ, ຂໍ້ສະ ເໜີຕ່າງໆ ເພື່ອນໍາສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງໄດ້ພິຈາລະນາແກ້ໄຂໃຫ້ຖ່ວງທັນກັບສະພາບການ.

ໃນພິທີ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ, ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການໃນຕໍ່ໜ້າ.

ໃຫ້ກຽດເຜີຍແຜ່ ໂດຍທ່ານ ບຸນຕາ ເທບພະວົງ ກໍາມະການສໍາຮອງສູນກາງພັກ ກໍາມະການຄະ ນະບໍລິຫານງານພັກສະພາແຫ່ງຊາດ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ພ້ອມດ້ວຍຄະນະ, ເຂົ້າຮ່ວມຮັບຟັງມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ.

ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນຂຶ້ນສະເໜີຂໍ້ຄິດເຫັນຕ່າງໆ ຄື: ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງຄ່າຮຽນຂອງບັນດາໂຮງຮຽນຂອງພາກເອກະຊົນ ໃຫ້ແທດເໝາະກັບເງິນເດືອນ ຫຼື ລາຍຮັບຂອງຜູ້ປົກຄອງ ກໍຄື ພໍ່ແມ່ປະຊາຊົນ, ສະເໜີກ່ຽວກັບການຈົດຄ່າຊົມໃຊ້ໄຟຟ້າຕື່ມ ທີ່ຜ່ານມາເຫັນວ່າການຈົດຄ່າຊົມໃຊ້ເກີນການນໍາໃຊ້ຕົວຈິງ ແລະ ສະເໜີວຽກງານອື່ນໆ. (ຂ່າວ-ພາບ: ແສງຈັນ-ຍຸພິນທອງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments