Sunday, September 22, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງທ່ອງທ່ຽວຣາຊະອາ ນາຈັກກໍາປູເຈຍ

ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກະຊວງທ່ອງທ່ຽວຣາຊະອາ ນາຈັກກໍາປູເຈຍ

ຕອບບ່າຍວັນທີ 13 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ລະຫວ່າງວັນທີ 13 ຫາ 15 ມີນາ 2023.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງທ່ານ ທອງ ຄົນ ແລະ ຄະນະໃນຄັ້ງນີ້ ບໍ່ພຽງແຕ່ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບສອງກະຊວງທີ່ມີຢູ່ແລ້ວ ຍັງເປັນການປະກອບສ່ວນທີ່ສຳຄັນຍິ່ງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ປະຊາຊົນສອງຊາດ ກໍ່ຄື ພັກ-ລັດຖະບານສອງປະເທດ ທ່ານຮອງນາຍົກລັດຖະມົນຕີມີຄວາມເຊື່ອໜັ້ນວ່າ:ພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີຂອງສອງປະ ເທດ ກໍ່ຄືການຊີ້ນຳ, ນຳພາຕົວຈິງຂອງລັດຖະມົນຕີສອງປະເທດ ວຽກງານທ່ອງທ່ຽວຂອງສອງປະເທດພວກເຮົາຈະຂະຫຍາຍຕົວ ແລະ ຟື້ນຄືນມາພາຍຫັລງການລະບາດຂອງພະຍາດໂຄວິດ 19 .

ໂອກາດນີ້ ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢ້າມລາວຄັ້ງນີ້ ໃນທ່ານຮອງນາຍົກລັດຖະມົນຕີໄດ້ຊາບ ແລະ ເຊິ່ງປີນີ້ ຄົບຮອບ 66 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ ແລະ ກໍາປູເຈຍ ເຊິ່ງລັດຖະບານຂອງສອງປະເທດໄດ້ຊຸກຍູ້ໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆໃຫ້ດີຂື້ນ ລວມທັງວຽກງານການທ່ອງທ່ຽວລະຫວ່າງສອງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments