Sunday, September 22, 2024
Homeຂ່າວໜ້າໜຶ່ງສປປລາວ ໄດ້ຮັບ 35 ລາງວັນຈາກ 4 ມາດຕະຖານທ່ອງທ່ຽວອາຊຽນ

ສປປລາວ ໄດ້ຮັບ 35 ລາງວັນຈາກ 4 ມາດຕະຖານທ່ອງທ່ຽວອາຊຽນ

ສປປ ລາວ ໄດ້ຮັບ 4 ມາດຕະ ຖານ ລວມເປັນ 35 ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2023 ໃນ​ນີ້ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງໄດ້​ຮັບ 2 ລາງວັນ​ມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະ ຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຊຶ່ງມາດຕະຖານເຮືອນພັກແຮມອາຊຽນໃນຈໍານວນ 5 ແຫ່ງມີຄື: 1. ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ; 2. ບ້ານວຽງເໜືອ ເມືອງ ແລະ ແຂວງຫຼວງນໍ້າທາ; 3. ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ; 4. ບ້ານຫົວດອນແດງ ເມືອງປະທຸມພອນ ແຂວງຈໍາປາສັກ; 5. ບ້ານດອນໂຄ ເມືອງຊະນະສົມ ບູນ ແຂວງຈໍາປາສັກ.

ສຳລັບມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຈໍານວນ 5 ແຫ່ງມີຄື: 1. ນໍ້າປ່ຽນຢໍລະປ່າ ເມືອງປາກງື່ມ ນະຄອນຫຼວງວຽງຈັນ; 2. ບ້ານນາທອງ ເມືອງວັງວຽງ ແຂວງວຽງຈັນ; 3. ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງ; 4. ຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ; 5. ບ້ານໜອງຫຼວງ ເມືອງປາກຊ່ອງ ແຂວງຈໍາປາສັກ; ໃນນີ້ມາດຕະຖານຫ້ອງນໍ້າສາທາລະນະອາຊຽນຈໍານວນ 18 ແຫ່ງຄື: 1. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວມໍລະດົກໂລກແຫ່ງທີ່ 2 ຂອງ ສປປ ລາວ ວັດພູຈໍາປາສັກ ແຂວງຈໍາປາສັກ; 2. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ; 3. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ; 4. ຫ້ອງ ນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວນໍ້າຕົກຕາດພູເພັດ-ພູຄໍາ ແຂວງຫຼວງນໍ້າທາ; 5. ຫ້ອງນໍ້າສາທາລະນະຢູ່ສວນສາທາລະນະໜອງສະພັງແລນ ນະຄອນຫຼວງວຽງຈັນ; 6. ຫ້ອງນໍ້າສາທາລະນະຢູ່ເດີ່ນພະທາດຫຼວງນະຄອນຫຼວງວຽງຈັນ; 7. ຫ້ອງນໍ້າສາທາລະນະຢູ່ພິພິທະພັນສີສະເກດ ນະຄອນຫຼວງວຽງຈັນ; 8. ຫ້ອງນໍ້າສາທາລະນະຢູ່ວັດໃໝ່ ແຂວງຫຼວງພະບາງ; 9. ຫ້ອງນໍ້າສາທາລະນະຢູ່ວັດຊຽງທອງ ແຂວງຫຼວງພະບາງ; 10. ຫ້ອງນໍ້າສາທາລະນະຢູ່ຈຸດແຄມຂອງ (ບ້ານໂພນເຮືອງ) ແຂວງຫຼວງພະບາງ; 11. ຫ້ອງນໍ້າສາທາ ລະນະຢູ່ແຫຼ່ງທ່ອງທ່ຽວຕາດກວາງຊີ (2) ແຂວງຫຼວງພະບາງ); 12. ຫ້ອງນໍ້າສາທາລະນະຢູ່ສະຖານນີບໍລິການຂົນສົ່ງລົດໄຟຟ້າແຂວງຫຼວງພະບາງ; 13. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວວັດພະທອງສາມສີ ແຂວງວຽງຈັນ; 14. ຫ້ອງນໍ້າສາທາລະນະຢູ່ປໍ້ານໍ້າມັນນວນຕາບ້ານແສນຊຸມ ແຂວງວຽງຈັນ; 15. ຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວວັດກາງ ແຂວງວຽງຈັນ; 16. ຫ້ອງນໍ້າຢູ່ສວນສາທາລະນະກ້ອງເຂື່ອນນໍ້າງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ; 17. ຫ້ອງນໍ້າສາທາລະນະຢູ່ດ່ານສາກົນຂົວມິດຕະພາບ ນໍ້າເຫືອງ ແຂວງໄຊຍະບູລີ; 18. ຫ້ອງນໍ້າສາທາລະນະຢູ່ແຫຼ່ງທ່ອງ ທ່ຽວຕາດຟານແຂວງຈໍາປາສັກ. ສຳລັບມາດຕະຖານການບໍລິການສະປາອາຊຽນຈໍານວນ 7 ແຫ່ງມີຄື: 1. ຮ້ານຈໍາປາສະປາ ນະຄອນຫຼວງວຽງຈັນ; 2. ຮ້ານລິນລີ່ສະປາ ນະຄອນຫຼວງວຽງຈັນ; 3. ຮ້ານສະປາຢູ່ໂຮງແຮມພູແມນ ແຂວງຫຼວງພະບາງ; 4. ຮ້ານສະປານະວຽງຈັນ ນະຄອນ ຫຼວງວຽງຈັນ; 5. ຮ້ານເລີສະປາ ຢູ່ໂຮງແຮມໂຊຟີເທວແຂວງຫຼວງພະບາງ; 6. ຮ້ານຊະນະແກ້ວສະປາ ຢູ່ໂຮງແຮມຊະນະແກ້ວບູຕິກ ແຂວງຫຼວງພະບາງ; 7. ຮ້ານອັງຊະນາສະປາຢູ່ໂຮງແຮມເມຊົງສຸວັນນະພູມ ແຂວງຫຼວງພະບາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments