Sunday, September 22, 2024
Homeຂ່າວພາຍໃນເຊີນຊວນມວນຊົນຮ່ວມບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

ເຊີນຊວນມວນຊົນຮ່ວມບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

ວັນທີ 13 ມີນາ 2023 ທີ່ສະຖາບັນເລືອດແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຖະແຫລງຂ່າວກ່ຽວກັບ ຂະບວນການບໍລິຈາກເລືອດຊ່ວຍເຫລືອສັງຄົມ ພາຍໃຕ້ຄໍາຂວັນ “68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ສະເຫລີມສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ. ພ້ອມນີ້, ຍັງເປັນການແກ້ໄຂບັນຫາການຂາດເລືອດ ແລະ ຕອບສະໜອງເລືອດໃຫ້ພຽງພໍ ເພື່ອນໍາໃຊ້ເຂົ້າໃນການປິ່ນປົ່ວຄົນເຈັບທີ່ນອນຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ໃນວັນທີ 17 ມີນາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ຂະບວນການບໍລິຈາກເລືອດຊ່ວຍເຫລືອສັງຄົມໃນຄັ້ງນີ້, ຍັງເປັນກິດຈະກຳໜຶ່ງທີ່ປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ມີນໍ້າໃຈອາສາສະໝັກ, ມີຈິດໃຈມະນຸດສະທໍາ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ, ຄວາມຈໍາເປັນຂອງການນໍາໃຊ້ເລືອດ ໂດຍສະເພາະ ຊາວໜຸ່ມແມ່ນອະນາຄົດຂອງຊາດ, ເປັນກຳລັງຕົ້ນຕໍສໍາຄັນຂອງການພັດທະນາໃນທຸກຂົງເຂດວຽກງານ ແລະ ແນໃສເພື່ອສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ຮູ້ມູນເຊື້ອແຫ່ງຄວາມສາມັກຄີ, ນໍ້າໃຈອາດຫານ ແລະ ຄວາມເສຍສະຫລະດ້ວຍຈິດໃຈອາສາສະໝັກບໍ່ຮຽກຮ້ອງສິ່ງຕອບແທນ ແລະ ກຽມພ້ອມຮັບໃຊ້ປະເທດຊາດ.

ກິດຈະກຳໃນຄັ້ງນີ້ປະກອບມີ: ການເຜີຍແຜ່ໃຫ້ຄຳປຶກສາຄວາມຮູ້ດ້ານສຸຂະພາບຈະເລີນພັນ, ກິດຈະກໍາ ການປະຖົມພະຍາບານຊ່ວຍເຫລືອຄົນເຈັບຂັ້ນພື້ນຖານ ຈາກກູ້ໄພອາສາສະໝັກອົງການກາແດງແຫ່ງຊາດລາວ, ສະແດງສິລະປະ-ວັນນະຄະດີ, ຖາມ-ຕອບ ຄວາມຮູ້ທົ່ວໄປກ່ຽວກັບເລືອດ, ຢາເສບຕິດ ແລະ ມູນເຊື້ອຊາວໜຸ່ມ, ອອກແຈ້ງການປຸກລະດົມການບໍລິຈາກເລືອດ ໃນທົ່ວປະເທດ ໂດຍຈະມີຜູ້ເຂົ້າຮ່ວມຈາກ ຄຊປປລ 17 ກະຊວງ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາວິທະຍາໄລ, ຊາວໜຸ່ມ-ໄວໜຸ່ມ ຈາກອົງການຈັດທາງສັງຄົມ, ບຸກຄົນ ແລະ ອາສາສະໝັກທົ່ວໄປ ຄາດວ່າຈະໄດ້ເລືອດ 1.000 ຖົງ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments