Saturday, September 21, 2024
Homeຂ່າວຕ່າງປະເທດຂະແໜງການທ່ອງທ່ຽວ ກຳປູເຈຍ ສ້າງລາຍໄດ້ 1,41 ຕື້ໂດລາສະຫະລັດ

ຂະແໜງການທ່ອງທ່ຽວ ກຳປູເຈຍ ສ້າງລາຍໄດ້ 1,41 ຕື້ໂດລາສະຫະລັດ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການທ່ອງທ່ຽວ ກຳປູເຈຍ ເປີດເຜີຍວ່າ: ຂະແໜງການ ທ່ອງທ່ຽວຂອງ ກຳປູເຈຍ ສ້າງລາຍໄດ້ລວມ 1,41 ຕື້ໂດລາ ສະຫະລັດ ໃນປີ 2022, ເພີ່ມສູງຂຶ້ນ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ບັນລຸ 2,28 ລ້ານເທື່ອຄົນ ເພີ່ມຂຶ້ນ ເມື່ອທຽບໃສ່ ປີ 2021ຜ່ານມາ. ນອກນັ້ນ, ຂະແໜງ ອຸດສາຫະກຳ ການທ່ອງທ່ຽວ ຍັງມີສ່ວນ ຊຸກຍູ້ໃຫ້ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ ຫລື ຈີດີພີ ຂອງ ກຳປູເຈຍ ກວມເອົາເຖິງ 3,6% ໃນປີ 2022, ໂດຍນັກທ່ອງທ່ຽວ 1 ຄົນ ຈະອາໄສ ຢູ່ໃນກຳປູເຈຍ ສະເລ່ຍ 2 ຄືນ 3 ວັນ. ຄາດວ່າ ກຳປູເຈຍ ຈະດຶງດູດ ນັກທ່ອງທ່ຽວ ຈາກຕ່າງປະເທດ ບັນລຸເຖິງ 4 ລ້ານເທື່ອຄົນ ໃນປີ 2023

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments