Saturday, September 21, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງການເງິນຕ້ອນຮັບທູດອົດສະຕຣາລີ ປະຈຳລາວ

ຮອງລັດຖະມົນຕີກະຊວງການເງິນຕ້ອນຮັບທູດອົດສະຕຣາລີ ປະຈຳລາວ

ໃນທ້າຍອາທິດຜ່ານມາ, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືແລກປ່ຽນກັນຫລາຍບັນຫາໃນຕໍ່ໜ້າ ທີ່ຈະໄດ້ຮ່ວມກັນສືບຕໍ່ຈັດຕັ້ງປະຕິບັດຕາມແຜນວຽກງານ ທີ່ໄດ້ກໍານົດໄວ້ໃຫ້ສາມາດບັນລຸໄດ້ຕາມລະດັບຄາດໝາຍ.

ໃນໄລຍະຜ່ານມາການຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຈັດຢູ່ໃນອັນດັບຕົ້ນໆຂອງປະເທດທີ່ໃຫ້ການຊ່ວຍເຫລືອສອງຝ່າຍ. ແຕ່ລະປີອົດສະຕຣາລີ ໃຫ້ທຶນການສຶກສາສໍາລັບນັກຮຽນທັງພາກລັດ ແລະ ພາກເອກະຊົນຈໍານວນ 30 ທຶນ ເພື່ອໄປຮຽນຢູ່ອົດສະຕຣາລີ,ມາຮອດປັດຈຸບັນ, ມີຜູ້ໄດ້ຮັບທຶນທັງໝົດຫລາຍກວ່າ 1.500 ຄົນ. ນອກນັ້ນ, ຍັງໄດ້ສົ່ງອາສາສະໝັກມາຊ່ວຍວຽກບາງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄລຍະສັ້ນ 3 ເດືອນເຖິງ 2 ປີປະມານ 30 ຄົນຕໍ່ປີ.

ສຳລັບກົນໄກການຊ່ວຍເຫລືອຂອງ ອົດສະຕາລີ ສໍາລັບ ສປປ ລາວ ແມ່ນຜ່ານລັດຖະບານ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດ, ສະຖາບັນການເງິນສາກົນ ແລະ ອົງການຈັດຕັ້ງສາກົນ ເປັນຕົ້ນ ທະນາຄານໂລກ, ທະນາຄານພັດທະນາອາຊີ, ອົງການອາຫານໂລກ, ອົງການອະນາໄມໂລກ, ອົງ ການສະຫະປະຊາຊາດ ເພື່ອຊ່ວຍເຫລືອເດັກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ອື່ນໆ.

ໂຄງການທີ່ຕິດພັນກັບກະຊວງການເງິນ, ໃນປັດຈຸບັນ ແມ່ນມີວຽກງານການຄຸ້ມຄອງການເງິນພາກລັດ (PFM), ມູນຄ່າເບື້ອງຕົ້ນ 4 ລ້ານໂດລາອົດສະຕຣາລີ ໂດຍຜ່ານກົນໄກກອງທຶນຄຸ້ມຄອງການເງິນແບບຄອບຄຸມໃໝ່ (new Financial Management Umbrella Trust Fund mechanism) ໃຫ້ກະຊວງການເງິນ ເພື່ອສືບຕໍ່ນຳໃຊ້ເຂົ້າໃນວຽກງານ PFM. ຈຸດປະສົງເພື່ອສືບຕໍ່ສະໜັບສະໜູນວຽກງານ PFM ໃຫ້ມີຄວາມສະຖຽນລະພາບຕາມຍຸດທະສາດພັດທະ ນາການເງິນພາກລັດ ປີ 2025 ແລະ ວິໄສທັດປີ 2030, ພ້ອມທັງເປັນການສະໜັບສະໜູນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວຽກງານອື່ນໆ.

ສຳລັບ ການຊ່ວຍເຫລືອຂອງລັດຖະບານອົດສະຕຣາລີ ແມ່ນໄດ້ກໍານົດຢູ່ໃນແຜນຍຸດທະສາດຮ່ວມມືລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເປັນແຕ່ລະໄລຍະ, ກ່ອນຈະຈັດຕັ້ງປະຕິບັດແຜນງານຕົວຈິງ ທາງອົດສະຕຣາລີ ໄດ້ສົ່ງຊ່ຽວຊານມາຂຽນ ແລະ ວິໄຈໂຄງການລະອຽດ ໂດຍສົມທົບກັບຝ່າຍລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆທີ່ມີສ່ວນກ່ຽວຂ້ອງ, ການຊ່ວຍເຫລືອດັ່ງກ່າວ ສອດຄ່ອງຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ເປັນການຊ່ວຍເຫລືອທີ່ມີຄວາມສໍາຄັນ, ທຶນຊ່ວຍເຫລືອກໍເພີ່ມຂຶ້ນເປັນລໍາດັບ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments