Sunday, September 22, 2024
Homeຂ່າວໜ້າໜຶ່ງປີ 2022 ແຂວງຫຼວງພະບາງ ໄດ້ຮັບງົບປະມານການລົງທຶນຂອງລັດທັງໝົດຫຼາຍກວ່າ 200 ໂຄງການ ມູນຄ່າ 62 ພັນລ້ານກວ່າກີບ

ປີ 2022 ແຂວງຫຼວງພະບາງ ໄດ້ຮັບງົບປະມານການລົງທຶນຂອງລັດທັງໝົດຫຼາຍກວ່າ 200 ໂຄງການ ມູນຄ່າ 62 ພັນລ້ານກວ່າກີບ

ວັນທີ 10 ມີນາ 2023 ທີ່ພະແນກແຜນການ ແລະການລົງທຶນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2022 ໂດຍການເປັນປະທານຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ,ມີຫົວຫນ້າພະແນກແຜນການ ແລະການລົງທຶນແຂວງ ພ້ອມດ້ວຍຄະນະ,ຕາງໜ້າເມືອງອ້ອມແຂວງ ແລະບັນດາຂະແໜງການພາຍໃນພະແນກເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວນີ້ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກ ແຜນການ ແລະການລົງທຶນແຂວງ ກໍໄດ້ລາຍງານສະພາບການຈັດຕັງປະຕິບັດວຽກງານຮອບດ້ານ ປະຈໍາປີ 2022 ,ເຊິ່ງໃນນີ້ທ່ານ ໄດ້ຍົກໃຫ້ເຫັນ ໃນປີ 2022 ແຂວງຫຼວງພະບາງ ໄດ້ຮັບງົບປະມານການລົງທຶນຂອງລັດ ທັງໝົດ 217 ໂຄງການ,ມີມູນຄ່າ 62.618,07ລ້ານກີບ,ໃນນັ້ນປະກອບມີບ້ວງແຂວງເປັນຜູ້ຈັດສັນ 176 ໂຄງການ,ມູນຄ່າ 25.740,98ລ້ານກີບ,ບ້ວງສູນກາງເປັນຜູ້ຈັດສັນ 41 ໂຄງການ,ມູນຄ່າ 36.877,09ລ້ານກີບ.ຜ່ານການຈັດຕັ້ງປະຕິບັດ ໂຄງການລົງທຶນຂອງລັດ ທັງໂຄງການສະເໜີໃໝ່ ແລະໂຄງການສືບຕໍ່ ,ສາມາດອະນຸມັດສັ່ງຈ່າຍເງິນໂຄງການ ໄດ້ທັງໝົດ 216 ໂຄງການ,ມູນຄ່າ62.418,07ລ້ານກີບ,ເທົ່າກັບ 99,68% ຂອງແຜນການ,ພ້ອມດຽວກັນນີ້ການຊໍາລະສະສາງກໍສໍາເລັດ100% ຕາມມູນຄ່າອະນຸມັດ.ນອກນັ້ນ ຍັງໄດ້ສັງລວມ ແລະຄົ້ນຄວ້າ ຈັດສັນເງິນເກີນແຜນຂອງແຂວງ ປະຈໍາປີ 2021 ເຂົ້າໃນການຊໍາລະໜີ້ ໂຄງການລົງທຶນຂອງລັດຈໍານວນໜຶ່ງ ແລະໄດ້ຈັດສັນງົບປະມານ ບ້ວງ 80ລ້ານບາດ ທີ່ທາງແຂວງໄດ້ຍາດແຍ່ງເອົາການຊ່ວຍເຫຼືອ ຈາກບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ເຂົ້າໃນການພັດທະນາ ໂຄງລ່າງພື້ນຖານຂອງແຂວງ.

ວະລະກອງປະຊຸມ ກໍໄດ້ຮັບຟັງການຊີ້ນໍາຈາກທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານ ກໍໄດ້ເນັ້ນ ເຖິງຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ ໃຫ້ສອດຄ່ອງ ໂດຍອິງໃສ່ທ່າແຮງ ແລະຄວາມສາມາດບົ່ມຊ້ອນ,ສຸມໃສ່ຂອດ ການຍາດແຍ່ງຄວາມຊ່ວຍເຫຼືອຈາກພາຍໃນ ແລະຕ່າງປະເທດ ,ປັບປຸງການຈັດສັນໂຄງການລົງທຶນ ຂອງລັດ ແລະເອກະຊົນ,ວຽກງານຄຸ້ມຄອງການລົງທຶນ,ປັບປຸງກົນໄກໃຫ້ມີຄວາມກົມ ໃຫ້ລ່ອງສ່ອງດຽວກັນ ແລະຫັນເປັນທັນສະໄໝ,ປັບປຸງນິຕິກໍາລຸ່ມກົດໝາຍໃຫ້ຫັດກຸມຂຶ້ນ,ການລວມສູນທຶນພັດທະນາຕ້ອງ ເປັນຈຸດດຽວ ບໍ່ວ່າຈະເປັນທຶນກູ້ຢືມ ຫຼືໂຄງການຊ່ວຍເຫຼືອລ້າ,ການແບ່ງຂັ້ນຄຸ້ມຄອງການລົງທຶນຂອງລັດ ຕ້ອງໃຫ້ລະອຽດ ແລະວຽກງານດ້ານອື່ນໆ ເພື່ອພ້ອມກັນສຸມໃສ່ ໃຫ້ມີຜົນສໍາເລັດຢ່າງກວ່າເກົ່າ.

ຈາກນັ້ນ ບັນດາພະແນກການກ່ຽວຂ້ອງ ແລະບັນດາເມືອງ ກໍໄດ້ລາຍງານການຈັດຕັ້ງປະຕິບັດສະພາບການລົງທຶນ ຢູ່ຂົງເຂດຕົນ ຕໍ່ທີ່ປະຊຸມຊາບ ເພື່ອພ້ອມ ປະກອບຄວາມຄິດ ເຫັນ ຊອກຫາທາງແກ້ຈຸດຄົງຄ້າງ ໃນຕໍ່ໜ້າໃຫ້ປະສົບຜົນສໍາເລັດ.

ຂ່າວ: ເພັດສາຄອນ ສິມມະວົງ

#MediaLaos

#PhetsakhoneSimmavong

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments