Sunday, September 22, 2024
Homeຂ່າວກິລາເຈມບອນ ໄດ້ແຊັມ 2 ລາຍການ ດອກປີກໄກ່ ເຍົາວະຊົນລາວ 2023

ເຈມບອນ ໄດ້ແຊັມ 2 ລາຍການ ດອກປີກໄກ່ ເຍົາວະຊົນລາວ 2023

ສະໂມສອນດອກປີກໄກ່ ເຈມບອນ ສາມາດຍາດໄດ້ແຊັມປະເພດດ່ຽວຍິງ ຮຸ່ນອາຍຸບໍ່ເກີນ 18 ປີ ແລະ ປະເພດຄູ່ປະສົມ ໃນການແຂ່ງຂັນກິລາດອກປີກໄກ່ ຊີງແຊັມເຍົາວະຊົນທົ່ວປະເທດ ປະຈຳປີ 2023 ເພື່ອເປັນການຄັດເລືອກນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມເປັນຕົວແທນນັກກິລານັກຮຽນລາວ ເຂົ້າຮ່ວມງານກິລານັກຮຽນອາຊຽນ ທີ່ປະເທດຟີລິບປິນ ເປັນເຈົ້າພາບ ໃນເດືອນກໍລະກົດນີ້. ສ່ວນແຊັມດ່ຽວເຍົາວະຊົນຊາຍ ອາຍຸ 18 ປີ ຕົກເປັນຂອງທ້າວ ສາຍຟ້າ ວົງສາຄອນ ຈາກສະໂມສອນ ແອວເອັກ ແບັດມິນຕັນ.

ການແຂ່ງຂັນດອກປີກໄກ່ເຍົາວະຊົນຊີງແຊັມທົ່ວປະເທດ ປະຈຳປີ 2023 ໄດ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 2-4 ມີນາ ຜ່ານມາ ທີ່ສະໂມສອນເສດຖາ ເຂດບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ສຸລິວັນ ເຊີນວິໄລ ຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນກິລາດອກປີກໄກ່ແຫ່ງຊາດ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍແຕ່ລະສະໂມສອນອ້ອມຂ້າງສູນກາງ ແລະ ບັນດາແຂວງ ກໍຄື ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ຢ່າງມ່ວນຊື່ນ.

ການແຂ່ງຂັນລາຍການນີ້ ຈັດຂຶ້ນກໍເພື່ອເປັນການສົ່ງເສີມເຍົາວະຊົນລາວໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ພ້ອມທັງເປັນການຄັດເລືອກນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມເປັນຕົວແທນນັກຮຽນລາວ ເຂົ້າຮ່ວມງານກິລານັກຮຽນອາຊຽນ ທີ່ປະເທດຟີລິບປິນ ເປັນເຈົ້າພາບ ຈະຈັດຂຶ້ນໃນເດືອນກໍລະກົດ 2023 ນີ້ ຊຶ່ງມີການຊີງໄຊ 7 ລາຍການ. ຜ່ານການແຂ່ງຂັນໃນໄລຍະ 3 ວັນ ຜົນປະກົດວ່າ: ປະເພດດ່ຽວເຍົາວະຊົນຊາຍ 15 ປີ ໄດ້ແຊັມ (ທີ1) ເປັນຂອງ ທ້າວ ອານຸສິນ ມະນີວັນ ຈາກສະໂມສອນ LX Badminton, ທີ 2 ທ້າວ ອາທິວັດ ອຸດົມສະຫວັດ ຈາກສະໂມສອນວິນເນີ ຫຼວງພະບາງ ແລະ ທີ 3 ທ້າວ ວາລັດ ມະນິວົງ ຈາກສະໂມສອນວິນເນີ ຫຼວງພະບາງ; ປະເພດດ່ຽວເຍົາວະຊົນຍິງ ຮຸ່ນອາຍຸ 18 ປີ ແຊມ (ທີ 1) ເປັນຂອງ ນາງ ພຸດສະຫວັນ ດາວພະສິດ ຈາກສະໂມສອນ ເຈມບອນ, ທີ 2 ນາງ ອັດສິມາ ພິຈິດ ສະໂມສອນ ເຟຣນຊິບ ແລະ ທີ 3 ນາງ ສຸລິສາ ຫວັງປະເສີດ ສະໂມສອນເຈມບອນ; ດ່ຽວເຍົາວະຊົນຊາຍ 18 ປີ ແຊັມເປັນຂອງທ້າວ ສາຍຟ້າ ສິຣິວົງ ຈາກສະໂມສອນ LX Badminton, ທີ 2 ທ້າວ ສະຫຼອງ ວົງສາຄອນ ຈາກສະໂມສອນ ເຈມບອນ ແລະ ທີ 3 ທ້າວ ສົມໃຈ ວົງສີສຸກ ຈາກສະໂມສອນ ພີຈີ Badminton.

ສ່ວນປະເພດດ່ຽວເຍົາວະຊົນຊາຍ 12 ປີ ແຊັມເປັນຂອງ ທ້າວ ທອງປັນຍາ ສຸວັນມະນີ ສະໂມສອນ ພີຈີ Badminton, ທີ 2 ທ້າວ ພອນຈິດ ຈາກສະໂມສອນເຄພີ ອຸດົມໄຊ ແລະ ທີ 3 ທ້າວ ພຸດທະສອນ ສຸກສະຫວັດ ຈາກສະໂມສອນວິນເນີ ຫຼວງພະບາງ; ຄູ່ເຍົາວະຊົນປະສົມ 18 ປີ ແຊັມເປັນຂອງທ້າວ ສະຫຼອງ ວົງສາຄອນ ແລະ ນາງ ພຸດສະຫວັນ ດາວພະສິດ ຈາກສະໂມສອນເຈມບອນ, ທີ 2 ທ້າວ ສຸລິໄຊ ພົມຈະເລີນ ແລະ ນາງ ອັດລິມາ ພິຈິດ ຈາກສະໂມສອນເຟຣນຊິບ ແລະ ທີ 3 ທ້າວ ຈັນທະກອນ ພົມມາລາ ແລະ ນາງ ສົມສະນິດ ຈັນສະຫວັນ ສະໂມສອນເຟຣນຊິບ; ຄູ່ເຍົາວະຊົນຊາຍ 18 ປີ ແຊັມເປັນຂອງ ທ້າວ ໄຊຍະສອນ ແກ້ວໄຊ ແລະ ທ້າວ ສຸລິໄຊ ສົມຈະເລີນ ຈາກສະໂມສອນ ເຟຣນຊິບ, ທີ 2 ທ້າວ ສາຍຟ້າ ສີລິວົງ ແລະ ທ້າວ ລັກສະມີ ສີລາວັນ ສະໂມສອນ LX Badminton ແລະ ທີ 3 ທ້າວ ເປັນໜຶ່ງ ສະໂມສອນ ພີຈີ ແລະ ທ້າວ ເພັດສະນະກອນ ສະໂມສອນ LX Badminton; ຄູ່ເຍົາວະຊົນຊາຍ 15 ປີ ແຊັມເປັນຂອງທ້າວ ພຸດນະຄອນ ຈາກສະໂມສອນ ເຄພີ ອຸດົມໄຊ ແລະ ທ້າວ ຈັນທະກອນ ຈາກສະໂມສອນ ເຟຣນຊິບ, ທີ 2 ທ້າວ ຊະນະ ສີລິສັກ ແລະ ທ້າວ ອານຸສິນ ມະນິວັນ ສະໂມສອນ LX Badminton ແລະ ທີ 3 ແມ່ນທ້າວ ສຸກພະໄຊ ສິມມະວົງ ແລະ ທ້າວ ຈະເລີນ ພົມມະນີ ຈາກທະນາຄານ LDB.

(ຂ່າວ: ສົງການ ພັນແພງດີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments