Monday, September 23, 2024
Homeຂ່າວພາຍໃນຍ່າງເພື່ອສຸຂະພາບໂອກາດວັນແມ່ຍິງສາກົນ ຄົບຮອບ 113 ປີ

ຍ່າງເພື່ອສຸຂະພາບໂອກາດວັນແມ່ຍິງສາກົນ ຄົບຮອບ 113 ປີ

ພິທີຍ່າງເພື່ອສຸຂະພາບຄັ້ງທີ III ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ພາຍໃຕ້ຫົວຂໍ້: ດີຈິຕອນສໍາລັບທຸກຄົນ ນະວັດຕະກຳ ແລະ ການນຳໃຊ້ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ ຈັດຂຶ້ນໃນວັນທີ 8 ມີນາ 2023 ທີ່ເດີນພະທາດຫລວງ ໂດຍມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ມີພະນັກງານ, ທະຫານ, ຕໍາຫລວດ, ອົງການຈັດຕັ້ງສາກົນ, ທູຕານຸທູດ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ໃນພິທີ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວວ່າ: ວັນທີ 8 ມີນາ ແມ່ນເຫດການໆເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງ ຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ. ສໍາລັບ ສປປ ລາວ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ລັດຖະບານ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກນ້ອຍ ຊຶ່ງໄດ້ວາງແນວທາງກ່ຽວກັບການສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍຢູ່ໃນຄອບຄົວ ແລະ ສັງຄົມ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຊຶ່ງໄດ້ກໍານົດແຈ້ງໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ.

ພ້ອມນັ້ນ, ລັດຖະບານ ຍັງໄດ້ເຂົ້າຮ່ວມເປັນພາຄີ ແລະ ໃຫ້ສັດຕະຍາບັນຕໍ່ຫລາຍສົນທິສັນຍາສາກົນ ເປັນຕົ້ນ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍສິດທິເດັກ ພ້ອມທັງໄດ້ຜັນຂະຫຍາຍແນວທາງ ແລະ ສົນທິສັນຍາສາກົນເຫລົ່ານັ້ນ ມາເປັນລັດຖະທໍາມະນູນ ແລະ ກົດໝາຍພາຍໃນ ເພື່ອຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ເພື່ອສົ່ງເສີມຄວາມກ້າວໜ້າ, ການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ເປັນຕົ້ນ ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ ຊຶ່ງບັນດານິຕິກໍາເຫລົ່ານັ້ນ ກໍລ້ວນແຕ່ເປັນສິ່ງຄໍ້າປະກັນໃຫ້ແກ່ການພັດທະນາ, ການປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ.

ປັດຈຸບັນ ໃນຍຸກໂລກາພິວັດ ການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານທີ່ທັນສະໄໝ ໄດ້ກາຍເປັນປັດໄຈໜຶ່ງໃນການດໍາລົງຊີວິດຂອງພົນລະເມືອງໃນທົ່ວໂລກ ກໍຄື ພົນລະເມືອງລາວ ເປັນຕົ້ນ ການນໍາໃຊ້ເພື່ອການສື່ສານລະຫວ່າງກັນ, ການເດີນທາງ, ການທໍາມາຫາກິນ, ການນໍາໃຊ້ເພື່ອການດໍາເນີນທຸລະກິດຂະໜາດນ້ອຍ ແລະ ຂະໜາດໃຫຍ່ ແລະ ບັນຫາອື່ນໆ ຊຶ່ງໄດ້ສົ່ງຜົນກະທົບທາງດ້ານບວກ ແລະ ດ້ານລົບ ຕໍ່ເອື້ອຍນ້ອງແມ່ຍິງ ຈໍານວນໜຶ່ງທີ່ຂາດທັກສະ ແລະ ຮູ້ເທົ່າບໍ່ເຖິງການ ເຮັດໃຫ້ຫລົງເຊື່ອຈາກການນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ຕົກເປັນເຫຍື່ອຂອງການຕົວະຍົວະຫລອກລວງໃນການດໍາເນີນທຸລະກິດ, ຕົວະຍົວະຫລອກລວງໄປເຮັດວຽກ ໃນສະຖານທີ່ທີ່ບໍ່ມີຄວາມປອດໄພ ແລະ ບໍ່ໄດ້ຮັບຄ່າແຮງງານຕາມການຕົກລົງ, ເຮັດໃຫ້ມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກທີ່ ເກີດຈາກການນໍາໃຊ້ເຕັກໂນໂລຊີ.

ຂ່າວ: ໜັງສືພິມປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments