Monday, September 23, 2024
Homeຂ່າວພາຍໃນເປີດມະໂຫລານກອງປຶ້ມໃຫຍ່ຢູ່ມະຫາວິທະຍາໄລແຫ່ງຊາດລາວ

ເປີດມະໂຫລານກອງປຶ້ມໃຫຍ່ຢູ່ມະຫາວິທະຍາໄລແຫ່ງຊາດລາວ

ສໍານັກພິມດີບຸກ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດລາວ(ມຊ) ຈັດບຸນມະໂຫ ລານ ກອງປຶ້ມໃຫຍ່ (Book FestivalIII 2023) ໃນລະຫວ່າງວັນທີ 8-12 ມີນາ 2023 ຢູ່ສະໂມສອນໃຫຍ່ ມຊ, ຊັ້ນ 1, ເລີ່ມເປີດນັບແຕ່ ເວລາ 8:00-17:00 ໂມງ.

ທ່ານ ສົມໄໝ ພົມມະຈັນ ອຳນວຍການສຳນັກພິມດີບຸກ ກ່າວໃນພິທີເປີດງານດັ່ງກ່າວ ໃນວັນທີ 8 ມີນາ 2023 ວ່າ: ບຸນມະໂຫລານກອງປຶ້ມໃຫຍ່ ຈັດຂຶ້ນພາຍໃຕ້ຄໍາຂວັນ: “ອ່ານຫລາຍຮູ້ຫລາຍ ນໍາໃຊ້ໃຫ້ເກີດຜົນ” (Read more known more for efficient), ພາຍໃນງານໄດ້ຮວບຮວມເອົາປຶ້ມນັບແສນຫົວມາວາງສະແດງ ແລະ ຈໍາໜ່າຍ. ໃນນັ້ນ, ລວມມີປຶ້ມລາວ, ໄທ, ຝຣັ່ງ, ອັງກິດ, ຈີນ, ເກົາຫລີ, ຍີ່ປຸ່ນ ແລະ ອື່ນໆ ຫລາກຫລາຍປະເພດ ເປັນຕົ້ນ ປຶ້ມນິທານ, ນະ ວະນິຍາຍ, ເລື່ອງສັ້ນ, ກະວີ, ປະຫວັດສາດ, ວັນນະຄະດີ, ທຸລະກິດ, ການເງິນ, ການຕະຫລາດ, ການລົງທຶນ ແລະ ອື່ນໆ. ພ້ອມນັ້ນ, ພາຍໃນງານ ຍັງປະກອບມີກິດຈະກໍາການເສວະນາ, ບັນຍາຍ ນໍາສະເໜີປຶ້ມໃໝ່, ອ່ານກະວີ, ນໍາສະເໜີປຶ້ມ, ກິດຈະກໍາສົ່ງເສີມການອ່ານ, ການວາງສະແດງຜົນ ງານ ແລະ ການຈໍາໜ່າຍປຶ້ມຕ່າງໆ. ນອກນັ້ນ, ຍັງມີການສະແດງສິລະປະວັນນະຄະດີ, ໂຕ້ວາທີ, ກິດຈະກໍາແຈກລາງວັນ, ຮັບບໍລິຈາກປຶ້ມ, ຂາຍອາຫານ ແລະ ເຄື່ອງດື່ມ ຕື່ມອີກ.

ທ່ານ ສົມໄໝ ພົມມະຈັນ ຍັງໃຫ້ຮູ້ອີກວ່າ: ການຈັດມະໂຫລານກອງປຶ້ມໃຫຍ່ ໃນຄັ້ງນີ້,ເພື່ອເປັນການຜັນຂະຫຍາຍແຜນຍຸດທະສາດ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ຮອດປີ 2025 ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ບັນລຸຕາມເປົ້າໝາຍ, ຕາມຍຸດທະສາດການອະນຸລັກ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດໃຫ້ທົ່ວປວງຊົນ ໃນວຽກງານສົ່ງເສີມການອ່ານໃຫ້ໄດ້ 2/3 ຂອງປະຊາກອນທັງໝົດ ພາຍໃນປີ 2025. ພ້ອມນີ້, ຍັງເປັນການສົ່ງເສີມວັດທະນະທໍາການອ່ານ ໃຫ້ນັກອ່ານ, ນັກຂຽນເພີ່ມຂຶ້ນ, ເພີ່ມຊ່ອງທາງໃນການເຂົ້າເຖິງປຶ້ມອ່ານ ໃຫ້ເປັນສັງຄົມແຫ່ງການຮຽນຮູ້ຕະຫລອດຊີວິດ ແລະ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ໃຫ້ທຽບເທົ່າກັບສາກົນ ແລະ ເປັນການສ້າງຂະບວນການສະເຫລີມສະ ຫລອງວັນປຶ້ມອ່ານໂລກ 2 ມີນາ ຄົບຮອບ 28 ປີ, ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 113 ປີ ແລະ ສ້າງຂະບວນການຕ້ອນຮັບ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ປີທີ່ຈະມາເຖິງນີ້, ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍອັນສຳຄັນຂອງຊາດລາວເຮົາ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments