Monday, September 23, 2024
Homeຂ່າວພາຍໃນສໍາເລັດຝຶກ ທັກສະການປຸງແຕ່ງອາຫານ ແລະ ຄວາມຮູ້ພື້ນຖານ ດ້ານການເງິນ

ສໍາເລັດຝຶກ ທັກສະການປຸງແຕ່ງອາຫານ ແລະ ຄວາມຮູ້ພື້ນຖານ ດ້ານການເງິນ

ກຸ່ມຕົວແທນເອື້ອຍນາງນ້ອຍ ຈຳນວນ 5 ຄົນຈາກບ້ານອາໄລໃຫຍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ສຳເລັດການເຂົ້າຮ່ວມຝຶກອົບຮົມຫລັກສູດ ທັກສະການປຸງແຕ່ງອາຫານ, ຄວາມຮູ້ພື້ນ ຖານດ້ານການເງິນ, ການອອມຊັບ ແລະ ທັກສະຊີວິດ ທີ່ຈໍາເປັນອື່ນໆ ໃນວັນທີ 6 ມີນາ 2023 ຜ່ານມາ ທີ່ນະຄອນຫລວງວຽງຈັນ ເພື່ອເສີມສ້າງຄວາມສາມາດ ແລະ ເສີມຂະຫຍາຍທ່າແຮງດ້ານການປະ ກອບການ ເພື່ອສ້າງລາຍຮັບໃຫ້ເຂົາເຈົ້າ, ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜງງານ ນາງນ້ອຍ (ນາງນ້ອຍ ແມ່ນນາມສົມມຸດ ທີ່ເປັນຕົວແທນໃຫ້ແກ່ແມ່ຍິງໜຸ່ມລາວ) ແລະ “ລະບົບນິເວດນາງນ້ອຍ” ກໍຄື ການຮ່ວມມື ລະຫວ່າງ ພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ໂດຍແມ່ນການລິເລີ່ມທີ່ດີ ໃນການສະໜັບສະໜູນກຸ່ມເດັກຍິງ ໃຫ້ກ້າວໄປສູ່ເສັ້ນທາງແຫ່ງຄວາມເຂັ້ມແຂງ “ກ້າວນ້ອຍໆແຕ່ກ້າວໄປຢ່າງສະໝໍ່າສະເໝີ: ການເດີນທາງເພື່ອບັນລຸຄວາມຝັນຂອງນາງນ້ອຍ”. ຊຸດຝຶກອົບຮົມຄັ້ງນີ້, ເປັນຫລັກສູດ 3 ເດືອນ ຈັດໂດຍ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA), ໂຮງແຮມ ຄຣາວພລາຊາ ວຽງຈັນ, ວິທະຍາໄລເຕັກນິກປາກປ່າສັກ ແລະ ຄູ່ຮ່ວມງານອື່ນໆ.

ທ່ານ ສີຊະນະ ບຸບຜາ ຫົວໜ້າກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຫລັກສູດຝຶກອົບຮົມນີ້, ເປັນສ່ວນໜຶ່ງຂອງໂຄງການເຕົ້າໂຮມກຸ່ມເດັກຍິງນາງນ້ອຍ ເພື່ອຊ່ວຍຫລຸດຜ່ອນຊ່ອງຫວ່າງດ້ານຄວາມຮູ້ ກ່ຽວກັບສຸຂະພາບຈະເລີນພັນ, ເພດສຶກສາ ແລະ ຊ່ອງຫວ່າງດ້ານຄວາມສະເໝີພາບລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ. ຫລັກສູດດັ່ງກ່າວ ຍັງໄດ້ປັບປຸງວຽກງານການສຶກສານອກໂຮງຮຽນໃນ ສປປ ລາວ ຢ່າງມີປະສິດທິຜົນ, ພ້ອມທັງປະກອບສ່ວນເຂົ້າໃນແຜນພັດທະນາການສຶກສາ ແລະ ກິລາ 5 ປີ (2021-2025) ແນໃສ່ໃຫ້ທຸກຄົນສາມາດເສີມສ້າງທັກສະຊີວິດຂອງຕົນ ແລະ ໃຊ້ຊີວິດໃຫ້ມີຄວາມຜາສຸກ ແລະ ໝັ້ນຄົງ.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໄວໜຸ່ມຍິງກຸ່ມນີ້, ເປັນຕົວແທນຂອງຄວາມຫວັງ ແລະ ຄວາມຝັນຂອງໄວໜຸ່ມຍິງ ຫລາຍກວ່າ 720.000 ຄົນ ໃນລາວ ເຊິ່ງໄດ້ຮັບໂອກາດໃນການຮຽນຮູ້ທີ່ພິເສດນີ້, ພວກເຂົາຈະພັດທະນາໄປໄດ້ໄກທີ່ສຸດ. ອົງການ UNFPA ຍິນດີ ຢືນຄຽງຂ້າງເດັກຍິງກຸ່ມນີ້ທຸກຄົນ ໃນເສັ້ນທາງ ເພື່ອບັນລຸຄວາມຝັນຂອງພວກເຂົາ ແລະ ຈະສືບຕໍ່ຄວາມພະຍາຍາມນີ້ ເພື່ອຮ່ວມກັນສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງໄວໜຸ່ມຈາກຊົນນະບົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments